ມຊ ຕັດສິນໃຈໃຫ້ມີການສອບເສັງແບບອອນລາຍ ສໍາລັບນັກສຶກສາໃຫມ່ໃນສົກນີ້

1002

ກອງປະຊຸມຂອງຄະນະນໍາ ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 22 ຕຸລາ 2021ຜ່ານມາ  ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ມີທ່ານຮອງອະທິການບໍດີທັງ 4ທ່ານ: ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ, ທ່ານ ຮສ.ປອ. ສົມຈັນ ບຸນພັນມີ, ທ່ານ ຮສ. ໂພສີ ທິບດາວັນ ແລະ ທ່ານ ຮສ. ດຣ. ຄໍາຜົງ ນາມມະວົງມີໄຊ ແລະ ພ້ອມດ້ວຍທ່ານ ຮສ. ປອ. ບົວຄໍາ ແສງຄໍາຄຸດລາວົງ ຫົວຫນ້າຫ້ອງການ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

ໃນຂອງກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານການເຂົ້າຮ່ວມກອງປະຊຸມ ວຽກງານຈຸດສຸມທີ 3ປັບປຸງ ຮູບແບບ ແລະ ວິທີການສິດສອນຂອງສະຖາບັນການສຶກສາຊັ້ນສູງ ພ້ອມທັງ ປຶກສາຫາລືການຄັດເລືອກວິທີການສອບເສັງເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ.

ດັ່ງນັ້ນ, ກອງປະຊຸມຈຶ່ງໄດ້ຕົກລົງເຫັນດີ ເປັນເອກະພາບ ໃນການກໍານົດເອົາການສອບເສັງເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດ ສົກຮຽນ 2021-2022 ດ້ວຍຮູບແບບອອນລາຍ;  ເຫັນດີຈັດກອງປະຊຸມສໍາລັບພາກສ່ວນທີ່ກ່ຽວຂ້ອງ ໃນການສອບເສັງເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດ ໂດຍມອບໃຫ້ຫ້ອງການວິຊາການສົມທົບກັບ ສູນໄອທີ, ຄະນະວິທະຍາສາດທໍາມະຊາດ, ຄະນະວິສະວະກໍາສາດ ແລະ ບໍລິສັດຮັບພັດທະນາຈໍາກັດ ເພື່ອຄົ້ນຄວ້າຮູບແບບ ແລະ ວິທີການໃນການສອບເສັງ ພ້ອມນີ້, ມອບໃຫ້ຫ້ອງການວິຊາການ ຮ່າງຫນັງສືລາຍງານ ຫາກົມການສຶກສາຊັ້ນສູງ ກ່ຽວກັບຮູບແບບ ແລະ ວິທີການສອບເສັງເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດ ພ້ອມຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ.

ຂ່າວ: ຈັນນະພາ