ສາວລາວ ວັດຄົມ ບາເຣນ ຄັດບານເຕະຊີງແຊັມອາຊີ 2022 ຄືນນີ້

747

ກ່ອນໜ້ານີ້ ການແຂ່ງຂັນບານເຕະຍິງຊີງແຊັມອາຊີ 2022 ຮອບຄັດເລືອກ ( AFC Women’s Asian Cup 2022 Qualifiers ) ກຸ່ມ A ທີ່ບາເຣນ ເປັນເຈົ້າພາບ ເປີດສາກຂຶ້ນຢ່າງເປັນທາງການເມື່ອວັນທີ 18 ຕຸລາ 2021 ເວລາ 18:00 ໂມງຕາມເວລາໃນທ້ອງຖິ່ນ ( ເຊິ່ງກົງກັບເວລາໃນບ້ານເຮົາ 22:00 ໂມງ ) ເປັນການພົບກັນລະຫວ່າງ ທີມຊາດຍິງລາວ ພົບ ໄຕຫວັນ.

ຜ່ານການແຂ່ງຂັນປາກົດວ່າ: ທີມຊາດຍິງລາວ ສຸດທ້າຍກ່ອນເສຍໄປ 0-4 ໂດຍ ໄຕຫວັນ ໄດ້ປະຕູຈາກ Chen Yen-ping ນາທີໆ 19, Su Yu-hsuan ນາທີໆ 33 ແລະ Lai Li-chin ນາທີໆ 55 ກັບ 60.

ຈາກຜົນດັ່ງກ່າວ ເຮັດໃຫ້ ທີມຊາດຍິງລາວ ຍັງບໍ່ມີຈັກຄະແນນ, ສ່ວນ ໄຕຫວັນ ມີ 3 ຄະແນນຢຶດທີມນໍາຕາຕະລາງຄະແນນລວມ. ຂະນະທີ່ ບາເຣນ ຍັງບໍ່ທັນໄດ້ລົງແຂ່ງຂັນຈັກນັດ ແນ່ນອນການເສຍນັດທໍາອິດ ເຮັດໃຫ້ ໂອກາດເຂົ້າຂອງທີມຊາດຍິງລາວ ຮິບຮີ່ ເພາະນັດໜ້າຕ້ອງຊະນະສະຖານດຽວ ພ້ອມຕ້ອງຊະນະໃຫ້ໄດ້ຫຼາຍປະຕູ ແລະ ລຸ້ນໃຫ້ ໄຕຫວັນ ເສຍນັດສຸດທ້າຍອີກດ້ວຍ ເນື່ອງຈາກຮອບຄັດເລືອກແມ່ນຄັດເອົາພຽງທີມແຊັມກຸ່ມເທົ່ານັ້ນ ທີ່ຈະເຂົ້າໄປຫຼິ້ນຮອບສຸດທ້າຍ.

ຫຼ້າສຸດ ທີມຊາດຍິງ ລາວ ຈະລົງແຂ່ງຂັນນັດທີ 2 ຄືນນີ້ ໂດຍຕາຕະລາງແຂ່ງຂັນຂອງກຸ່ມ A ນັດຕໍ່ໄປຈະລົງແຂ່ງຂັນທີ່ສະໜາມ Khalifa Sport City ໃນເມືອງ Manama ປະເທດບາເຣນ ມີດັ່ງນີ້:
-ວັນທີ 21 ຕຸລາ 2021 ບາເຣນ ພົບ ລາວ ເວລາ 22:00 ໂມງ
-ວັນທີ 24 ຕຸລາ 2021 ໄຕຫວັນ ພົບ ບາເຣນ ເວລາ 22:00 ໂມງ

ສໍາລັບ ຮອບຄັດເລືອກຈະຄັດເລືອກເອົາພຽງທີມແຊັມກຸ່ມ A-H ເຂົ້າໄປຫຼິ້ນຮອບສຸດທ້າຍ ເຊິ່ງປັດຈຸບັນແມ່ນເຫຼືອພຽງ 2 ກຸ່ມເທົ່ານັ້ນທີ່ຍັງແຂ່ງຂັນບໍ່ສໍາເລັດຄື ກຸ່ມ A ແລະ ກຸ່ມ D, ສ່ວນທີມທີ່ເຂົ້າຮອບສຸດທ້າຍແລ້ວປະກອບມີ: ອິນເດຍ ເຈົ້າພາບ, ຍີ່ປຸ່ນ ໃນຖານະແຊັມເກົ່າ, ອົດສະຕຣາລີ ຮອງແຊັມເກົ່າ, ສປ ຈີນ ທີມອັນດັບ 3 ໃນຄັ້ງທີ່ຜ່ານມາ, ຫວຽດນາມ ແຊັມກຸ່ມ B, ອິນໂດເນເຊຍ ແຊັມກຸ່ມ C, ສ. ເກົາຫຼີ ແຊັມກຸ່ມ E, ຟິລິບປິນ ແຊັມກຸ່ມ F, ອີຣານ ແຊັມກຸ່ມ G ແລະ ໄທ ແຊັມກຸ່ມ H.
ຂ່າວ: ຫຼ້າ; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ