ຍອດເກີນດຸນການຄ້າຂອງອິນໂດເນເຊຍ ໃນເດືອນກັນຍາຫຼຸດລົງ

335

ສຳ​ນັກ​ງານ​ສະ​ຖິ​ຕິ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ ເປີດ​ເຜີຍ​ວ່າ ຍອດ​ເກີນ​ດຸນ​ການ​ຄ້າ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ​ກັນ​ຍາ 2021 ຫຼຸດ​ລົງ​ເລັກ​ນ້ອຍເມື່ອ​ທຽບ​ໃສ່​ເດືອນ​ສິງ​ຫາ ໂດຍຍອດ​ເກີນ​ດຸນ​ໃນ​ເດືອນ​ກັນ​ຍາ ​ຢູ​ທີ່ 4,37 ຕື້​ໂດ​ລາ ເນື່ອງ​ຈາກ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂະ​ຫຍາຍ​ຕົວ​ຊ້າກວ່າ​ທີ່​ຄາດ​ການ​ໄວ້ ແຕ່​ຍັງ​ສູງກວ່າ​ທີ່​ນັກ​ວິ​ເຄາະ​ຄາດ​ການ​ໄວ້.

ໃນ​ດືອນ​ສິງ​ຫາ ອິນ​ໂດ​ເນ​ເຊຍ​ມີ​ຍອດ​ເກີນ​ດຸນ​ການ​ຄ້າ​ຢູ່​ທີ່ 4,74 ຕື້​ໂດ​ລາ, ທັງ​ນີ້ ​ນັກ​ວິ​ເຄາະ​ຄາດ​ການ​ວ່າ ເດືອນ​ກັນ​ຍາ ອິນ​ໂດ​ເນ​ເຊຍ​ຈະ​ມີ​ຍອດ​ເກີນ​ດຸນ​ການ​ຄ້າຢູ່​ທີ່ 3,84 ຕື້​ໂດ​ລາ.

ຍອດ​ການ​ສົ່ງ​ອອກ​ໃນ​ເດືອນ​ກັນ​ຍາ 2021 ມີ​ມູນ​ຄ່າ 20,6 ຕື້​ໂດ​ລາ ເພີ່ມ​ຂຶ້ນ 47,64% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ​ແຕ່ຕ່ຳ​ກວ່າ​ຕົວ​ເລກ​ທີ່​ຄາດ​ການ​ໄວ້ ໂດຍ​ຕົວ​ເລກ​ຄາດ​ການ​ໄວ້​ຈະ​ເພີ່ມ​ຂຶ້ນ​ປະ​ມານ 51,57%, ໃນ​ຂະ​ນະ​ທີ່​ການ​ສົ່ງ​ອອກ​ກໍ​ເພີ່ມ​ຂຶ້ນ 40,31% ມີ​ມູນ​ຄ່າ 16,23 ຕື້​ໂດ​ລາ ຕ່ຳ​ກວ່າ​ຕົວ​ເລກ​ທີ່​ຄາດ​ການ​ໄວ້ ເຊິ່ງ​ຕົວ​ເລກ​ທີ່​ຄາດ​ການ​ໄວ້​ວ່າ ຈະ​ເພີ່ມ​ຂຶ້ນ 50%.