ຮັກໃຜເຊຍໃຜເປັນພິເສດ ໂຫວດເລີຍ!! MR 01 ອາສຸນ ສົມແພງ ລາວເຊີງ, MR 02  ແບ້ງ ໂກວິດ ມຸ່ຍອຸດົມເດດ

774

ເອົາແລ້ວຈັບຕາເບິ່ງໃຫ້ດີ ກິນກັນບໍ່ລົງເລີຍ ສໍາລັບທັງສອງຫນຸ່ມຫລໍ່ ທີ່ເປັນໂຕເຕັງຈາກເວທີ Mister Laos Mister International Laos 2021 ລາງວັນ Popular Vote ຈະເປັນຂອງຫນຸ່ມຫລໍ່ຄົນໄດ MR 01 ສົມແພງ ລາວເຊີງ ຫລື ອາສຸນ ຫນຸ່ມຫລໍ່ຫນ້າຕີມາດຂືມກິນໃຈ ພຽງສົບສາຍຕາກະຕ້ອງຫລົງຮັກຢ່າງແນ່ນອນ ກັບ MR 02 ໂກວິດ ມຸ່ຍອຸດົມເດດ ຫລື ແບ້ງ ຫນຸ່ມຫລໍ່ຫນ້າທັ່ງດັງຄົມອາລົມດີ ເອິກໃຫຍ່ ຈິດໃຈຜູ້ອຸທິດຕົນແດ່ອາສາກູ້ໄພ ແລະ ເປັນທີ່ຮັກຂອງຫລາຍໆຄົນ.

ສໍາລັບຫນຸ່ມ ສົມແພງ ລາວເຊີງ ຫລື ອາສຸນ ປັດຈຸບັນອາຍຸ 23ປີ ມາຈາກ ເມືອງຍອດອູ ແຂວງຜົ້ງສາລີ ປະຈຸບັນເຮັດວຽກຢູ່ ກຸ່ມບໍລິສັດວຽງຈັນແມ່ຂອງ.

ສໍາລັບຄຳຄົມ ຫລື ຄະຕິປະຈຳໃຈ ຂອງຫນຸ່ມຄົນນີ້ແມ່ນ “ທຸກໆອຸປະສັກຍ່ອມມີທາງອອກສະເໝີ” ແລະ ຖ້າຫາກໄດ້ເປັນຕົວແທນໄວໜຸ່ມລາວ ໄປປະກວດຢູ່ເວທີສາກົນແລ້ວ ຈະຖືໂອກາດນີ້ນໍາເອົາຮິດຄອງປະເພນີອັນດີງາມຂອງລາວໄປສູ່ເວທີສາກົນ ເພາະວ່າຄົນລາວເຮົາ ເປັນຊາດທີ່ຮັກສາວັດທະນະທຳໄດ້ດີ ແລະ ນ້ອງເອງພູມໃຈຢ່າງຍີ່ງທີ່ໄດ້ເກີດເປັນຄົນລາວ ກິດຈະກຳຍາມວ່າງ ມັກອອກໄປຟີດເນັດນຳຫມູ່ອາທິດລະ4~5ເທື່ອ, ສອນຟີດເນັດ ແລະ ສອນພາສາຈີນໃຫ້ກັບນ້ອງໆຜູ້ທີ່ສົນໃຈຮຽນພາສາຈີນ.

ສ່ວນຫນຸ່ມ ໂກວິດ ມຸ່ຍອຸດົມເດດ ຫລື ເເບ້ງ ປັດຈຸບັນ ອາຍຸ 27ປີ ອາຊີບພະນັກພະນັກງານ ຈາກນະຄອນຫລວງວຽງຈັນ, ຫນຸ່ມຜູ້ມີຈຸດເດັ່ນທີ່ມີຄວາມກ້າສະເເດງອອກ ເເລະ ຄວາມມີອັດທະຍາໃສທີ່ດີເປັນມິດ ເຂົ້າກັບຄົນໄດ້ງ່າຍ ແລະ  ມີຄຳຄົມປະຈຳໃຈຢູ່ວ່າ “ ບໍ່ມີຫຍັງທີ່ເຮັດບໍ່ໄດ້”

ເຫດຜົນໃນການປະກວດຄັ້ງນີ້ ແມ່ນຢາກໃຫ້ຮູ້ວ່າ ຄົນລາວເຮົາກໍເປັນປະເທດທີ່ບໍ່ນ້ອຍຫນ້າມີຄວາມຮູ້, ຄວາມສາມາດທາງດ້ານ ການການສະເເດງອອກເຫມືອນດັ່ງຫລາຍໆປະເທດເຊັ່ນກັນ ສະນັ້ນ ຈຶ່ງເຮັດໃຫ້ເປັນອີກຫນຶ່ງເຫດຜົນທີ່ເຂົ້າຮ່ວມປະກວດ ເພື່ອສື່ໃຫ້ສາກົນ ຫລື ຕ່າງປະເທດໄດ້ເຫັນໃນຄວາມສາມາດ ແລະ ວັດທະນະທຳອັນດີງາມຕ່າງໆປະເທດເຮົາ ກິດຈະກໍາຍາມວ່າງ ແມ່ນມັກການເດີນທາງ ເເລະ ການທ່ອງທ່ຽວ ໃນເຊີງທໍາມະຊາດ, ການຜະຈົນໄພ, ການເເຂ່ງຂັນກິລາ ແລະ ຫລີ້ນກິລາຫລາຍປະເພດ.

ຮ່ວມໂຫວດຮ່ວມເຊຍ ແລະ ໃຫ້ກຳລັງໃຈ ໃຫ້ກັບຫນຸ່ມຫລໍ່ທັງສອງຄົນໄດ້ຜ່ານເຄືອຂ່າຍ ລາວໂທລະຄົມ ວິທີການໂຫວດງ່າຍໆ: ກົດ *3333* ຕາມດ້ວຍຫມາຍເລກ01-20 ທີ່ທ່ານຮັກ ແລະ ເຊຍມາໂດຍຕະຫລອດ ເຮົາມາລຸ້ນນຳກັນວ່າໃຜ ຈະໄດ້ເປັນ ຫນຸ່ມຫລໍ່ຜູ້ຄວ້າຕໍາແຫນ່ງອັນຊົງກຽດຈາກເວທີນີ້ Mister Laos Mister International Laos 2021 ຄົນຕໍ່ໄປ.

ຮູບ: Bank Oudomdeth