ຜູ້ສໍາພັດໃກ້ຊິດຜູ້ຕິດເຊື້ອຕ້ອງຖືກຈໍາກັດບໍລິເວນ ເພາະຜ່ານການຕິດຕາມ 14 ວັນ ແລ້ວກວດຄືນ ພົບວ່າ ມີຫຼາຍຄົນຖືກຢັ້ງຢືນວ່າຕິດເຊື້ອໂຄວິດ-19

394

ທ່ານນາງ ດຣ. ບົວຜັນ ຄຳພາພົງຜ່ານ, ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ແນະນໍາວ່າ ມີຫຼາຍທ່ານ ໃສ່ຖົງມືຂາຍເຄື່ອງ ແລະ ໄປຊື້ເຄື່ອງ ເຊິ່ງການໃສ່ຖົງມື ທັງຜູ້ຊື້ ແລະ ຜູ້ຂາຍ ກໍ່ເປັນວິທີ່ນື່ງທີ່ສາມາດປ້ອງກັນພະຍາດໄດ້ ເພາະ ຫຼີກລ້ຽງການສໍາພັດໂດຍກົງ ແລະ ຈໍາກັດ ການແຜ່ເຊື້ອ, ແຕ່ຖ້າຫາກໃສ່ຖົງມື ແລ້ວ ມາສໍາຜັດໃບໜ້າ, ຕາ, ດັງ, ຈັບໂທລະສັບ, ບໍ່ຮັກສາໄລຍະຫ່າງ ແລະ ສິ່ງສໍາຄັນ ການຖອດຖົງມືອອກ ບໍ່ຖືກຕ້ອງຕາມຫຼັກການ ກໍ່ສາມາດຕິດເຊື້ອພະຍາດໄດ້. ສະນັ້ນ, ການລ້າງມື ຢ່າງເປັນປະຈໍາ ຍັງເປັນສິ່ງສໍາຄັນທີ່ຕ້ອງໄດ້ສືບຕໍ່ປະຕີບັດ ເພື່ອຫຼຸດຜ່ອນການຕິດເຊື້ອພະຍາດ.

ບຸກຄົນທີ່ເປັນຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດຈຳເປັນຕ້ອງຖືກຈໍາກັດບໍລິເວນ ຢູ່ສະຖານທີ່ຈໍາກັດບໍລິເວນທີ່ຄະນະສະເພາະກິດຈັດໄວ້. ຜ່ານການຕິດຕາມ 14 ວັນ ພົບວ່າ ບຸກຄົນຜູ້ສຳຜັດໃກ້ຊິດນັ້ນ ໄດ້ເກັບຕົວຢ່າງກວດຄືນ ແລະ ຫຼາຍຄົນຖືກຢັ້ງຢືນວ່າຕິດເຊື້ອໂຄວິດ-19.

ສາຍເຫດກໍ່ແມ່ນ ຜູ້ກ່ຽວໄດ້ພົວພັນໃກ້ຊິດກັບຜູ້ທີ່ຕິດເຊື້ອມາກ່ອນ ກ່ອນທີ່ຈະເຂົ້າມາຕິດຕາມໃນສະຖານທີ່ຈຳກັດບໍລິເວນທີ່ຈັດໄວ້. ດັ່ງນັ້ນ, ເມື່ອມີທີມງານໂທແຈ້ງວ່າທ່ານຕິດເຊື້ອ ໃນໄລຍະລໍຖ້າທີມງານແພດໝໍໄປຮັບ ຂໍໃຫ້ທ່ານປະຕິບັດດັ່ງນີ້

ແຍກຕົວເອງທັນທີຈາກຄົນອື່ນ ບໍ່ຮ່ວມທຸກກິດຈະກໍາ ລວມທັງກິນເຂົ້າຮ່ວມກັນ, ແຍກເຄື່ອງໃຊ້ສ່ວນຕົວ, ຕິດຕາມອາການຕົນເອງ, ຕິດຕາມອຸນຫະພູມ ແລະ ບັນທຶກເອົາໄວ້, ໃສ່ຜ້າປິດ ປາກ-ດັງ ຕະຫຼອດເວລາ, ຖ້າມີອາການຜິດປົກະຕິ ແມ່ນ ໂທແຈ້ງສາຍດ່ວນ 165 ຫຼື 166 ທັນທີ.