ການສະໝັກ ຮ່ວມງານມະຫາກໍາກີລາແຫ່ງຊາດ ແລະ ລະເມີດຈະຖືກລົງໂທດ!

524

ກະຊວງສຶກສາທິການ ແລະ ກີລາ ໄດ້ອອກຂໍ້ກໍານົດ ວ່າດ້ວຍການຈັດງານມະກາກໍາກີລາແຫ່ງຊາດ ເລກທີ 748 / ສສກ.ກສ ລົງວັນທີ 23 ພຶດສະພາ 2013.
#ພາກກທີ V ການສະໝັກເຂົ້າແຂ່ງຂັນກິລາແຫ່ງຊາດ
+ມາດຕາ 12: ປະເພດກິລາຂອງ ບັນດາກະຊວງ, ບັນດາແຂວງ ແລະ ນະຄອນຫຼວງ ທີ່ຕ້ອງການເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດ ຕ້ອງມີກິລາຢ່າງໜ້ອຍ 4 ປະເພດ ລວມທັງກິລາແລ່ນ – ລານ ແລະ ໃຫ້ປະຕິບັດຕາມລະບຽບທີ່ໄດ້ລະບຸໄວ້ໃນໃນມາດຕາ 8 ແລະ ໃຫ້ແຈ້ງປະເພດກິລາຂອງຕົນທີ່ຈະເຂົ້າຮ່ວມແຂ່ງຂັນ ໃຫ້ກອງເລຂາ ຈໍານວນ 03 ສະບັບ ກ່ອນມື້ເປີດງານກິລາແຫ່ງຊາດ 90 ວັນ.
+ມາດຕາ 13: ຈໍານວນນັກກິລາ ຂອງບັນດາກະຊວງ: ບັນດາແຂວງ ແລະ ນະຄອນຫຼວງ. ກະລຸນາແຈ້ງບັນຊີລາຍຊື່ຜູ້ນໍາ ແລະ ນັກກິລາ ຈໍານວນ 3 ຊຸດ ໃຫ້ກອງເລຂາພາຍໃນກໍານົດເວລາ 45 ວັນ ກ່ອນການເປີດງານກິລາແຫ່ງຊາດ. ລາຍຊື່ ແລະ ສຳເນົາເອກະສານດັ່ງກ່າວ ແມ່ນຫ້າມບໍ່ໃຫ້ມີການປ່ຽນແປງ ຫຼື ສັບປ່ຽນຕົວນັກກິລາ ຫຼື ເພີມເຕີມ, ເວັ້ນເສຍ ແຕ່ກໍລະນີພິເສດທີ່ເກີດຂື້ນພົວພັນກັບຕົວນັກກິລາ ແລະ ຄອບຄົວເທົ່ານັ້ນ, ແຕ່ກໍ່ຕ້ອງໄດ້ຮັບການອະນຸຍາດ ຈາກຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດເສຍກ່ອນ.

+ມາດຕາ 21: ທຸກໆການລະເມີດຈະຖືກລົງໂທດ, ດັ່ງນີ້:
21.1 ການແຂ່ງຂັນແບບພົບກັນໝົດ: ສໍສັບຜົນການແຂ່ງຂັນຝ່າຍທີ່ໄດ້ກະທໍາການລະເມີດໃຫ້ຖືວ່າລົບລ້າງ ສ່ວນຜົນຂອງຄູ່ແຂ່ງຂັນໃຫ້ຖືວ່າເປັນຝ່າຍຊະນະ, ແຕ່ຕ້ອງຮັກສາຜົນຂອງການແຂ່ງຂັນມາກ່ອນແລ້ວນັ້ນໄວ້.
21.2 ການແຂ່ງຂັນແບບເສຍຄັດອອກ : ສໍາລັບຜົນການແຂ່ງຂັນໃນນັດທີ່ມີການລະເມີດ ໃຫ້ຖືວ່າເປັນຝ່າຍເສຍໄປເລີຍ.
21.3 ໃນກໍລະນີປະເພດບຸກຄົນ, ປະເພດກິລາໝູ່ຄະນະໃດ ທີ່ໄດ້ມີການລະເມີດຕໍ່ກົດລະບຽບ, ກວດພົບສານກະຕຸ້ນຕ່າງໆ ຊຶ່ງເປັນສິ່ງຕ້ອງຫ້າມ, ຫາກໄດ້ຮັບລາງວັນ ຫຼື ໄດ້ຮັບຕຳແໜ່ງໃນການແຂ່ງຂັນ ຈະໄດ້ຖືກລົບລ້າງສະຫລະສິດໂດຍສົ່ງລາງວັນຄືນໃຫ້ຄະນະກຳມະການຈັດງານແຂ່ງຂັນກິລາແຫ່ງຊາດຮັກສາໄວ້ເພື່ອຈະໄດ້ມອບໃຫ້ຜູ້ໄດ້ອັນດັບຖັດໄປ.