ໂຄວິດກະທົບໜັກ ຕໍ່ການຂາຍພືດຜັກຂອງຊາວກະສິກອນ

339

ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ – ສັງຄົມ ເປັນວົງກວ້າງ ລວມທັງຊາວກະສິກອນ ທີ່ທຳການຜະລິດເປັນສິນຄ້າເພື່ອຂາຍສູ່ທ້ອງຕະຫຼາດ, ດັ່ງທີ່ຊາວກະສິກອນເຂດບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງເປັນອີກເຂດໜຶ່ງທີ່ປູກພືດຜັກສະໜອງໃຫ້ຕະຫຼາດໃນນະຄອນຫຼວງວຽງຈັນ ກໍພົບຄວາມຫຍຸ້ງຍາກ ເມື່ອປູກແລ້ວບໍ່ສາມາດນຳເອົາຜົນຜະລິດອອກຂາຍໄດ້ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ແມ່ຄ້າທີ່ມາເກັບຊື້ໜ້ອຍລົງ.

ນາງ ປ້ອມ ຈັນນະຄອນ ປະຊາຊົນບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ຂ້າພະເຈົ້າ ພ້ອມຄອບຄົວໄດ້ເຮັດການຜະລິດ ປູກພືດເປັນສິນຄ້າຄື: ປີນີ້ ແມ່ນປູກຜັກບົວລະພາ ແລະ ຜັກປັງ, ມີເນື້ອທີ່ທັງໝົດ 1 ໄລ່, ໂດຍເລີ່ມລົງມືປູກແມ່ນເປັນປີທຳອິດ ຊຶ່ງປີທີ່ຜ່ານມາແມ່ນໄດ້ເຮັດນາປູກເຂົ້າ.

ນາງ ປ້ອມ ຈັນນະຄອນ ກ່າວອີກວ່າ: ໃນໄລຍະຜ່ານມາ ຈະມີແມ່ຄ້າມາເກັບຊື້ກັບທີ່ເລີຍ ລາຄາເປັນໄປຕາມສະພາບຂອງຕະຫຼາດ, ແຕ່ໄລຍະນີ້ ລາຄາຂ້ອນຂ້າງຖືກ ເຊັ່ນ: ຜັກບົວລະພາ ຂາຍໃນລາຄາ 40-50 ພັນກີບຕໍ່ໝື່ນ, ສ່ວນຜັກປັງກໍເຊັ່ນດຽວກັນ, ສາເຫດທີ່ເຮັດໃຫ້ຜົນຜະລິດມີຄາລາຕົກຕ່ຳ ແມ່ນເນື່ອງມາຈາກສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງເຮັດໃຫ້ພົບຄວາມຫຍຸ້ງຍາກຫຼາຍຢ່າງບໍ່ວ່າຈະເປັນການໄປ-ມາ, ການຊື້-ຂາຍສິນຄ້າຂອງບັນດາແມ່ຄ້າທີ່ມາເກັບຊື້ແລ້ວໄປຂາຍຕໍ່ຕາມທ້ອງຕະຫຼາດແມ່ນມີຈຳນວນໜ້ອຍລົງ

ນາງ ປ້ອມ ຈັນນະຄອນ ໃຫ້ຮູ້ຕື່ມວ່າ: ຖ້າທຽບໃສ່ໃນໄລຍະທີ່ຍັງບໍ່ມີການລະບາດຂອງພະຍາດໂຄວິດ-19 ແມ່ຄ້າທີ່ມາຮັບເກັບຊື້ແມ່ນມີຈຳນວນຫຼາຍ ແລະ ໄດ້ລາຄາສູງກວ່າ ຈົນບາງຄັ້ງຜົນຜະລິດບໍ່ສາມາດສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງແມ່ຄ້າ.
ປັດຈຸບັນຜົນຜະລິດຂອງ ຄອບຄົວ ນາງປ້ອມ ຈັນນະຄອນ ແມ່ນຢູ່ໃນຂັ້ນຕອນໃນການເກັບກູ້ຜົນຜະລິດອອກຂາຍ ແຕ່ຍ້ອນວ່າບໍ່ມີແມ່ຄ້າມາເກັບຊື້ ຈຶ່ງຈຳເປັນຕ້ອງໄດ້ລົງທຶນຊື້ປຸ໋ຍ, ໃສ່ຝຸ່ນ ແລະ ຫົດນໍ້າ ແລະ ຕັດເອົາໂຕແກ່ອອກ ແລ້ວລໍຖ້າໃຫ້ມັນແຕກອອກໃໝ່ແລ້ວຈຶ່ງເກັບອອກຂາຍ.
ພາຍຫຼັງສຳເລັດເກັບກູ້ຜົນຜະລິດຊຸດນີ້ອອກແລ້ວ ຈະໄດ້ກະກຽມເພື່ອທຳການຜະລິດຄັ້ງໃໝ່ ຊຶ່ງຄາດວ່າຈະປູກຜັກກາດ, ຜັກບົ້ງ ແລະ ພືດຜັກອື່ນໆ ຊຶ່ງເປັນຜັກທີ່ມີຄວາມຕ້ອງການຂອງຕະຫຼາດ, ນາງປ້ອມ ຈັນນະຄອນ ກ່າວຕື່ມວ່າ: ຈາກສະພາບການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ທຸກຄົນພົບຄວາມຫຍຸ້ງຍາກໃນການດຳລົງຊີວິດແລ້ວ, ຍັງພົບກັບບັນຫາຄ່າຄອງຊີບທີ່ເພີ່ມຂຶ້ນ, ໃນນັ້ນການລົງທຶນໃສ່ການຜະລິດ ເປັນຕົ້ນແມ່ນ ປຸ໋ຍ, ຝຸ່ນ ກໍມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງໄດ້ເຮັດໃຫ້ຕົ້ນທຶນການຜະລິດເພີ່ມຂຶ້ນ, ເຮັດໃຫ້ມີກຳໄລໜ້ອຍລົງ.
ຈາກ: ປະຊາຊົນ