ຊ່ຽວຊານແພດໝໍກວາງບິ່ງຂອງ ຫວຽດນາມມາຊ່ວຍເຫລືອກວດຫາເຊື້ອໂຄວິດ-19 ຢູ່ຄຳມ່ວນ

264

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 11 ຕຸລາ 2021 ນີ້, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ພ້ອມຄະນະ ໄດ້ຮັບຕ້ອນຄະນະປະຕິບັດງານພິເສດ ກໍຄື ຄະນະຊ່ຽວຊານແພດໝໍຈາກແຂວງກວາງບິ່ງ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ແທ໋ງຊວນ ຮອງຫົວໜ້າພະແນກພົວພັນການຕ່າງປະເທດ ແຂວງກວາງບິ່ງ ທີ່ມາເຄື່ອນໄຫວຊ່ວຍເຫລືອ ໃນການກວດຫາເຊື້ອພະຍາດໂຄວິດ-19 ເພື່ອຄວບຄຸມບໍ່ໃຫ້ຂະຫຍາຍໄປສູ່ວົງກວ້າງຢູ່ແຂວງຄຳມ່ວນ.

ໂອກາດນີ້, ທ່ານ ບຸນມີ ພິມມະສອນ ກໍໄດ້ລາຍງານສະພາບລວມການຂອງລະ ບາດຂອງພະຍາດໂຄວິດ-19 ພາຍໃນແຂວງ ໂດຍນັບແຕ່ວັນທີ 1 ມັງກອນ ຫາ 11ຕຸລາ 2021 ທົ່ວແຂວງຄຳມ່ວນ ມີຜູ້ຕິດເຊື້ອສະສົມທັງໝົດ 2.618 ຄົນ, ຍິງ 1.139ຄົນ, ໃນນັ້ນ ປິ່ນປົວຫາຍດີ 1.985 ຄົນ, ກຳລັງປິ່ນປົວ 632 ຄົນ, ຍິງ126 ຄົນ, ທົ່ວແຂວງມີ 7 ສູນປິ່ນປົວ, ມີ 4 ສູນກັກກັນຂອງແຂວງ ແລະ 9 ສູນກັກກັນຢູ່ບັນດາເມືອງ, ມີຜູ້ເຂົ້າກັກກັນສະສົມທັງໝົດ 4.517 ຄົນ, ຍິງ 2.122 ຄົນ, ກັກກັນຄົບກຳນົດ4.250 ຄົນ, ຍັງກັກກັນຢູ່ສູນ 267 ຄົນ, ຍິງ 75 ຄົນ, ເສຍຊີວິດສະສົມ 1 ກໍລະນີ.

ຜ່ານມາມີ ບ້ານທີ່ຖືກກຳນົດເປັນບ້ານແດງທັງໝົດ 46 ບ້ານໃນ 6 ຕົວເມືອງ. ມາຮອດປັດຈຸບັນ ແມ່ນຫລຸດລົງເຫລືອ 27 ບ້ານໃນ 4 ຕົວເມືອງ, ມີບ້ານເຫລືອງ 5 ບ້ານໃນ 3 ຕົວເມືອງ.
ສຳລັບວຽກງານການສັກວັກຊິນ ແຂວງຄຳມ່ວນ ໄດ້ຮັບວັກຊິນຈາກສູນກາງ 5 ຄັ້ງຄື: ວັກຊິນຊີໂນຟາມ 157.400 ໂດສ, ແອັດຕາເຊນີກາ 75.120 ໂດສ ແລະ ວັກຊິນຈອນສັນ ແອນ ຈອນສັນ 62.800ໂດສ, ໄດ້ສັກໃຫ້ພະນັກງານ, ທະຫານ, ຕຳຫລວດ, ແມ່ຍິງຖືພາ, ແມ່ຍິງກຳລັງລ້ຽງລູກດ້ວຍນົມ ແລະ ພໍ່ແມ່ປະຊາຊົນມາຮອດປັດຈຸບັນເຂັມທີ 1 ມີຈຳນວນ 186.382 ຄົນ ແລະ ເຂັມທີ 2 ມີຈຳນວນ 125.551ຄົນ. ທຽບໃສ່ພົນລະເມືອງໃນທົ່ວແຂວງເຂັມທີ 1 ກວມ 42,4% ແລະ ເຂັມທີ 2 ກວມ28.6%.

ສຳລັບການຊ່ວຍເຫລືອຈາກ ສສ ຫວຽດນາມ ໃນໄລຍະຜ່ານມາ ແຂວງຄຳມ່ວນໄດ້ຮັບການຊ່ວຍເຫລືອຈາກ ແຂວງກວາງບິ່ງ, ແຂວງຮ່າຕິ່ງ ແລະ ສະຫະບໍລິສັດCOECCO ເປັນເງິນສົດຈຳນວນ 400 ລ້ານດົງ ແລະ ເປັນວັດຖຸອຸປະກອນຮັບໃຊ້ມູນຄ່າຫລາຍກວ່າ 2,5 ຕື້ດົງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຈັກຜະລິດອົກຊີ,ເຄື່ອງວັດອຸນຫະພູມ, ເຄື່ອງພົ່ນຢາຂ້າເຊື້ອ, ຊຸດ PPE, ຜ້າອັດປາກ-ດັງ, ເຈວລ້າງມື, ນ້ຳຢາຂ້າເຊື້ອ ແລະ ເຄື່ອງບໍລິໂພກ-ອຸປະໂພກ.

ສະເພາະການຊ່ວຍເຫລືອຂອງແຂວງກວາງບິ່ງ ໃນຄັ້ງນີ້, ນອກຈາກສົ່ງທີມງານມາຊ່ວຍເຫລືອທາງດ້ານວິຊາການ ໃນການກວດຫາເຊື້ອພະຍາດໂຄວິດ-19 ແລ້ວ, ຍັງໄດ້ນຳເອົາເຄື່ອງກວດ PCR, ຕູ້ປອດເຊື້ອຂັ້ນ 2 ແລະ ອຸປະກອນການແພດທີ່ກ່ຽວ ຂ້ອງມາຊ່ວຍເຫລືອ ແນໃສ່ຈຳກັດການແຜ່ເຊື້ອ ແລະ ກ້າວໄປສູ່ການຄວບຄຸມເຊື້ອພະຍາດໃຫ້ເຂົ້າສູ່ສະພາບປົກະຕິ. ສະນັ້ນ, ການຊ່ວຍເຫລືອຂອງເພື່ອນຫວຽດນາມ ໂດຍສະເພາະການຊ່ວຍເຫລືອຂອງແຂວງກວາງບິ່ງ ໃນຄັ້ງນີ້ ສະແດງເຖິງນ້ຳໃຈອັນບໍລິສຸດ, ເດັດດ່ຽວ, ຄວາມເປັນຫ່ວງເປັນໃຍ ແລະ ການຮ່ວມຕໍ່ສູ້ຢ່າງຄຽງບ່າຄຽງໄລ່ຂອງເພື່ອນຫວຽດນາມຢ່າງຈິງໃຈ ບໍ່ວ່າຈະຢູ່ໃນສະຖານະການຫຍຸ້ງຍາກ ກໍຄື ໄລຍະຕໍ່ສູ້ກັບພະຍາດໂຄວິດ-19 ໃນປັດຈຸບັນ.