ກາແດງເກົາຫຼີ ຈັດສົ່ງເຄື່ອງນຸ່ງຫົ່ມໃຫ້ ກາແດງລາວນຳໄປແຈກຢາຍແກ່ຜູ້ທຸກຍາກ

342

ໃນເດືອນກັນຍາ – ຕຸລາ 2021ນີ້ຜ່ານມານິ້ ສະພາກາແດງ ສ.ເກົາຫຼີໄດ້ຈັດສົ່ງເຄື່ອງນຸ່ງຫົ່ມໃຫ້ອົງການກາແດງລາວເພື່ອໄປຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ຢູ່ເຂດຫ່າງໄກຊອກຫລີກ, ເຊິ່ງມີຈຳນວນ ທັງຫມົດ 26 ຕູ້ຄອນທີເນີ, 14.173 ກ່ອງ, ເຊິ່ງມີມູນຄ່າ 2.758.363 ໂດລາ, ມີປະເພດເຄື່ອງເຊັ່ນ: ເກີບ, ໂສ້ງ ແລະ ເສື້ອ ເຊິ່ງເປັນຍີ່ຫໍ້ ຟີລາ (FILA).

ເຄື່ອງຈຳນວນດັ່ງກ່າວ ທາງອົງການກາແດງລາວ ຈະໄດ້ນຳໄປແຈກຢາຍໃຫ້ແກ່ພໍ່ແມ່ປະຊາຊົນ ໃນເຂດຫ່າງໄກສອກຫຼີກ, ເຊິ່ງໄລຍະຜ່ານມາອົງການກາແດງ ສ.ເກົາຫຼີ ກໍ່ເຄີຍໄດ້ໃຫ້ການຊ່ວຍເຫຼືອປະເພດເຄື່ອງປ້ອງກັນໂຄວິດ-19ໃຫ້ແກ່ອົງການກາແດງລາວ ແລະ ໃນການຊ່ວຍເຫຼືອໃນຄັ້ງນີ້ໂດຍພາຍໃຕ້ການຮ່ວມມືພາຍໃຕ້ການຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນ ຂອງທັງສອງກາແດງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງວຽກງານ ອົງການກາແດງ ສ.ເກົາຫຼີ ຈຶ່ງໄດ້ລະດົມເຄື່ອງຈຳນວນດັ່ງກ່າວ ສົ່ງມາໃຫ້ອົງການກາແດງລາວໃນນາມອົງການທາງດ້ານມະນຸດສະທຳເພື່ອນຳເອົາເຄື່ອງຈຳນວນດັ່ງໄປມອບເຖິງມືຂອງກຸ່ມເປົ້າໝາຍ ແລະ ປະຊາຊົນໃນເຂດຫ່າງໄກ.