ເສົ້າໜັກ ຈາກໄປເພາະໂຄວິດມື້ນີ້ 4 ກໍລະນີ, ຕິດເຊື້ອພາຍໃນທົ່ວປະເທດ 303 ຄົນ

2037

ໜັກໜ່ວງອີກແລ້ວ ມື້ນີ້ພົບຜູ້ຈາກໄປເພາະໂຄວິດອີກ 4 ກໍລະນີ ເຮັດໃຫ້ຜູ້ເສຍຊີວິດສະສົມເປັນ 30 ກໍລະນີ
ມື້ນີ້ວັນທີ 11 ຕຸລາ 2021 ຜົນກວດມື້ວານ ພົບຜູ້ຕິດເຊື້ອໃໝ່ 309 ຄົນ, ນໍາເຂົ້າ 6 ຄົນ, ພາຍໃນ 303 ຄົນ ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 119 ຄົນ


ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍ ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ລາຍງານກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວປະຈໍາວັນທີ 11 ຕຸລາ 2021


ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 10 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3.600 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 309 ຄົນ (ຕິດເຊື້ອພາຍໃນ ມີ 303 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 3 ຄົນ)


ນະຄອນຫຼວງວຽງຈັນ 119 ຄົນ, ແຂວງວຽງຈັນ 49 ຄົນ, ຫຼວງພະບາງ 32 ຄົນ, ແຂວງໄຊສົມບູນ 26 ຄົນ, ສະຫວັນນະເຂດ 22 ຄົນ, ຈໍາປາສັກ 21 ຄົນ, ຄໍາມ່ວນ 20 ຄົນ, ບໍ່ແກ້ວ 12 ຄົນ, ບໍລິຄໍາໄຊ 1 ຄົນ ແລະ ສາລະວັນ 1 ຄົນ

ມາຮອດວັນທີ 10 ຕຸລາ 2021 ຍອດຜູ້ຕິດເຊື້ອສະສົມມີ 28.850 ຄົນ, ເສຍຊີວິດສະສົມ 30 ຄົນ ແລະ ປິ່ນປົວຫາຍດີ 261 ຄົນ