ເສຍໃຈນໍາຄອບຄົວຈາກໄປຍ້ອນໂຄວິດ ມື້ນີ້ 1 ກໍລະນີ ຢູ່ບ້ານ ໜອງຈັນ ນະຄອນຫຼວງວຽງຈັນ, ມີພະຍາດປະຈໍາໂຕ ບໍ່ໄດ້ສັກວັກຊີນ

396

ສະຖານະການໂຄວິດ 19 ປະຈໍາວັນທີ 6 ຕຸລາ 2021 ພົບຜູ້ຕິດເຊື້ອໂຄວິດ19ໃໝ່ 484 ຄົນ ນໍາເຂົ້າ 16 ຄົນ, ຊຸມຊົນ 468 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 206 ຄົນ, ຫຼວງພະບາງ 96 ຄົນ ແລະ ບໍ່ແກ້ວ 78 ຄົນ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ19 ຢູ່ ສປປລາວ ວ່າ ໃນວັນທີ 5 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ19 ທັງໝົດ 4.874 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 484 ຄົນ, ນໍາເຂົ້າ 16 ຄົນ ຈາກນະຄອນຫຼວງວຽງຈັນ 7 ຄົນ, ສະຫວັນນະເຂດ 7 ຄົນ ແລະ ບໍ່ແກ້ວ 2 ຄົນ

ສ່ວນຜູ້ຕິດເຊື້ອໃນຊຸມຊົນທັງໝົດ 468 ຄົນ ຈາກນະຄອນຫຼວງວຽງຈັນ 206 ຄົນ, ຫຼວງພະບາງ 96 ຄົນ, ບໍ່ແກ້ວ 78 ຄົນ, ສະຫວັນນະເຂດ 58 ຄົນ, ແຂວງວຽງຈັນ 17 ຄົນ, ຈໍາປາສັກ 7 ຄົນ, ຄໍາມ່ວນ 4 ຄົນ ແລະ ຊຽງຂວາງ 2 ຄົນ

ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມແມ່ນ 26.462 ຄົນ, ເສຍຊີວິດ 1 ກໍລະນີ ເປັນຍອດຜູ້ເສຍຊີວິດສະສົມ 23 ຄົນແລ້ວ, ປິ່ນປົວດີ ແລະ ກັບບ້ານ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6.558 ຄົນ.
ລາຍລະອຽດຜູ້້ເສຍຊີວິດ 1 ກໍລະນີ ເພດຊາຍ, ອາຍຸ 74 ປີ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ມີປະຫວັດພະຍາດປະຈຳໂຕ ແລະ ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19.

ຜູ້ກ່ຽວເຂົ້າມານອນປິ່ນປົວຢູ່ໂຮງເສດຖາທິຣາດ ໃນວັນທີ 20 ກັນຍາ 2021 (ຄອບຄົວຕິດເຊື້ອໝົດທຸກຄົນ). ວັນທີ 21 ກັນຍາ 2021 ມີອາການໄອ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ຜູ້ກ່ຽວນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ 15 ມື້, ຈົນມາຮອດວັນທີ 5 ຕຸລາ 2021 ເວລາ 15:00 ໂມງ ຜູ້ກ່ຽວໄດ້ເສຍຊີວີດ.