ປະກາດການຈັດຕັ້ງພາສີ ປະຈຳນະຄອນຫຼວງວຽງຈັນ ແລະ ສັບຊ້ອນຍົກຍ້າຍ-ແຕ່ງຕັ້ງຫຼາຍຕໍາແໜ່ງ

997

ໃນວັນທີ 1 ຕຸລາ 2021 ທີ່ກະຊວງການເງິນ ໄດ້ຈັດພິທີປະກາດການຈັດຕັ້ງພາສີ ປະຈຳນະຄອນຫຼວງວຽງຈັນ ແລະ ສັບຊ້ອນຍົກຍ້າຍ-ແຕ່ງຕັ້ງພະນັກງານພາສີຮັບໜ້າທີ່ໃໝ່ຫຼາຍຕໍາແໜ່ງຜ່ານລະບົບກອງປະຊຸມທາງໄກ,ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ,ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ, ພ້ອມດ້ວຍຄະນະ, ຕາງໜ້າຈາກນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດດັ່ງກ່າວ, ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 4626/4627/4628/4629/ກງ ລົງວັນທີ 21 ກັນຍາ 2021 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ກົມພາສີ, ພາສີປະຈຳນະຄອນຫຼວງວຽງຈັນ, ດ່ານພາສີສາກົນຂົວມິດຕະພາບ I, ດ່ານພາສີສາກົນສະໜາມບິນວັດໄຕ, ຫ້ອງການພາສີປະຈໍາລະບົບສາງ, ທ່າບົກທ່ານາແລ້ງ ແລະ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ.


ໂດຍເຫັນດີຍົກຍ້າຍທ່ານ ວິດາວອນ ໂສມສະເຫຼົາ ຮອງຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ ໄປຮັບໜ້າທີ່ໃໝ່ຢູ່ກົມພາສີ; ເຫັນດີແຕ່ງຕັ້ງທ່ານ ທອງພັດ ລາດຊະວົງ ຫົວໜ້າກອງຄຸ້ມຄອງພາສີ V ເປັນຫົວໜ້າພາສີປະຈໍານະຄອນຫຼວງວຽງຈັນ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ຂັນແກ້ວ ວົງໄຊ ຫົວໜ້າພະແນກກວດກາພາຍໃນກົມພາສີ ເປັນຮອງຫົວໜ້າພາສີປະຈໍາ ນະຄອນຫຼວງວຽງຈັນ, ແຕ່ງຕັ້ງທ່ານ ບົວວັງ ອາດຕະນະພອນ ຮອງຫົວໜ້າກອງຄຸ້ມຄອງພາສີ V ເປັນຮອງຫົວໜ້າພາສີປະຈໍາ ນະຄອນຫຼວງວຽງຈັນ.


ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ສຸກສະຫວັນ ບົວພາ ຫົວໜ້າພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ກົມພາສີ ເປັນຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ແຕ່ງຕັ້ງທ່ານ ຄໍາເພັດ ສີລາວົງ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I,ແຕ່ງຕັ້ງທ່ານ ນາງ ສີຈະເລີນ ພັນດານຸວົງ ຮອງຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ທິບມະນີ ແກ້ວບຸນພັນ ຮອງຫົວໜ້າພະແນກກວດສອບຄືນການແຈ້ງພາສີ ກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I.
ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຄໍາແປນ ສີຈັນທະລາດ ຮອງຫົວໜ້າພະແນກຮ່ວມມືພາສີສາກົນ ກົມພາສີ ເປັນຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ຄໍາພິກ ວິພົນຮຽນ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ແລະ ທ່ານ ນາງ ໂພລັດສະໝອນ ຫຼວງຊະລາດ ຫົວໜ້າຂະແໜງຂອງກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ.


ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ພູເຂົາ ເຄນຕາອ່ອນ ຮອງຫົວໜ້າພະແນກກວດກາພາຍໃນ ກົມພາສີ ເປັນຫົວໜ້າຫ້ອງການພາສີປະຈໍາລະບົບສາງທ່ານາແລ້ງ ແລະ ສາງໂຊກໄຊ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ອາລຸນໄຊ ແກ້ວພັນທະວົງ ຫົວໜ້າຂະແໜງກົມພາສີ ແລະ ທ່ານ ຂາວພອນ ບາສີໂສມ ຮອງຫົວໜ້າໜ່ວຍງານດ່ານພາສີສາກົນຂົວມິດຕະພາບ I ເປັນຮອງຫົວໜ້າຫ້ອງການພາສີປະຈໍາລະບົບສາງທ່ານາແລ້ງ ແລະ ສາງໂຊກໄຊ.
ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຖະໜອມສິດ ຂາວພິບານ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ເປັນຫົວໜ້າຫ້ອງການພາສີປະຈໍາທ່າບົກ ທ່ານາແລ້ງ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ສົມບູນ ພົມມະຈັນ ຮອງຫົວໜ້າພະແນກກວດສອບຄືນການແຈ້ງພາສີ ກົມພາສີ; ທ່ານ ສົມໃຈ ໄຊຍະວົງ ຫົວໜ້າໜ່ວຍງານ ດ່ານພາສີສາກົນສະ ໜາມບິນວັດໄຕ ແລະ ທ່ານ ພອນປະເສີດ ນະລືໂຄດ ຫົວໜ້າຂະແໜງກວດສອບຄືນການແຈ້ງພາສີ ກົມພາສີ ເປັນຮອງຫົວໜ້າຫ້ອງການພາສີປະຈໍາທ່າບົກທ່ານາແລ້ງ; ເຫັນດີແຕ່ງຕັ້ງທ່ານ ສົມເພັດ ໂຄດສຸວັນ ຫົວໜ້າດ່ານພາສີທ້ອງຖິ່ນທ່າເດື່ອ ເປັນຫົວໜ້າຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເສດຖາ; ແຕ່ງຕັ້ງ ທ່ານ ນາງ ເພັງ ສີນໍລະເພັດ ຮອງຫົວໜ້າດ່ານພາສີທ້ອງຖິ່ນໜອງດາ ເປັນຮອງຫົວໜ້າຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເສດຖາ.


ໂອກາດດັ່ງກ່າວ,ທ່ານ  ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນ ແລະໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ທັງນີ້, ກໍ່ຍ້ອນຄວາມຮຽກຮ້ອງຕ້ອງການທາງດ້ານວຽກງານແຕ່ລະໄລຍະຕາມພາລະບົດບາດໃໝ່ຂອງກົມພາສີ ກໍ່ຄືຂອງກົມສາຍຕັ້ງຂອງກະຊວງການເງິນໃນການສັບຊ້ອນໜູນວຽນໃນຂອບຂດທົ່ວປະເທດ.
ສໍາລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍໃນຄັ້ງນີ້ແມ່ນຕ້ອງໄດ້ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ, ສູ້ຊົນໃນການປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ, ສຸມໃສ່ເກັບລາຍຮັບເຂົ້າງົບ ປະມານແຫ່ງລັດ, ຕ້ານ ແລະ ສະກັດກັ້ນການຮົ່ວໄຫຼເຮັດໃຫ້ລາຍຮັບຂອງພາສີ. ພ້ອມກັນນັ້ນ, ທ່ານ ຮອງລັດ ຖະມົນຕີຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຄະນະນຳຂອງກົມພາສີທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໄດ້ດີ, ຊຶ່ງສະແດງອອກໃນ 9 ເດືອນຜ່ານມາລາຍຮັບພາສີເຫັນວ່າມີລັກສະນະເພີ່ມຂຶ້ນ.