ການຄ້າ ເມືອງສຸຂຸມາລົງກວດກາລາຄາສິນຄ້າຢູ່ຕະຫຼາດ ປ້ອງກັນການສວຍໂອກາດ

480

ຊ່ວງໄລຍະນີ້ ເຈົ້າໜ້າທີ່ການຄ້າແມ່ນໄດ້ເອົາໃຈໃສ່ລົງຕິດຕາມລາຄາຄ້າຕາມທ້ອງຕະຫຼາດຢ່າງເຄັ່ງຄັດ ເພື່ອໃຫ້ປະຊາຊົນຜູ້ບໍລິໂພກຖືເອົາລັດເອົາປຽບກັນ ອັນສຳຄັນແມ່ນບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໃນທ່າມກາງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ໃນອາທິດແລ້ວນີ້ ຫ້ອງການອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ໄດ້ລົງຕິດຕາມ,ກວດກາລາຄາສິນຄ້າຢູ່ຕາມທ້ອງຕະຫຼາດເມືອງສຸຂຸມາ ນຳໂດຍທ່ານ ຈັນສະໝອນ ຊະນະມົນຕີ ຫົວໜ້າຫ້ອງອຸດສາຫະກຳ ແລະການຄ້າເມືອງພ້ອມຄະນະ, ພະນັກງານວິຊາການພາຍໃນກົມກອງຕົນພ້ອມດ້ວຍນາຍບ້ານໃຫຍ່ສຸຂຸມາກໍ່ໄດ້ລົງຕິດຕາມລາຄາສິນຄ້າ, ບັນຍາກາດການຊື້-ຂາຍສິນຄ້າຕ່າງໆຢູ່ຕະຫຼາດ.

ທັງນີ້, ເພື່ອເປັນການຄຸ້ມຄອງແລະປົກປ້ອງຜູ້ບໍລິໂພກໃຫ້ມີຄວາມຍຸຕິທຳທາງດ້ານລາຄາສິນຄ້າລະຫ່ວາງຜູ້ຊື້ແລະຜູ້ຂາຍບໍ່ໃຫ້ມີການເອົາລັດເອົາປຽບກັນ ໂດຍສະເພາະບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນຂະນະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນທີ່ມີຄວາມຫຸ້ຍງຍາກຢູ່ແລ້ວຍາກຂຶ້ນໄປຕື່ມ.

ທ່ານ ຈັນສະໝອນ ຊະນະມົນຕີ ຫົວໜ້າຫ້ອງການອຸດສາຫະກຳແລະການຄ້າຍັງໃຫ້ຮູ້ວ່າ:ຜ່ານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາແມ່ນພົບຄວາມຫຍຸ້ງຍາກຫຼາຍດ້ານ,ພາຍຫຼັງທີ່ມີການລ໋ອກດາວປິດການເຂົ້າ-ອອກເມືອງແມ່ນໄດ້ສົ່ງຜົນກະທົບຢ່າງໄວວາໃນການຈາລະຈອນສິນຄ້າແມ່ນມີຄວາມຍາກລຳບາກມີການຈຳກັດຫຼາຍດ້ານ, ຫາງສຽງຈາກສັງຄົມໃນການຈັບຈ່າຍຊື້ສິນຄ້າມາບໍລິໂພກເປັນຕົ້ນກໍ່ແມ່ນລາຄາຊີ້ນໝູ, ງົວ, ຄວາຍ ແລະ ອື່ນໆ ລວມທັງຜ້າປິດປາກ-ດັງ, ນໍ້າຢາລ້າງມື,ຢາປົວພະຍາດ ແລະ ອຸປະກອນການແພດເປັນຕົ້ນ.

ເຊີ່ງປະຊາຊົນຍັງໃຫ້ຄວາມສົນໃຈວ່າ ລາຄາສິນຄ້າມີການປັບຂື້ນບາງສິນຄ້າ ນອກນັ້ນກໍ່ຍັງພົບເຫັນຜູ້ດຳເນີນກິດຈະການຂາຍຍົກ-ຂາຍຍ່ອຍບາງບຸກຄົນຍັງສວຍໃຊ້ໂອກາດກັກຕຸນສິນຄ້າແລະຂື້ນລາຄາສິນຄ້າບາງປະເພດ ແລະ ທາງຫ້ອງການກໍ່ໄດ້ກ່າວເຕືອນພ້ອມທັງເຮັດບົດບັນທືກໃນເບື້ອງຕົ້ນຕາມຂັ້ນຕອນຂອງລະບຽບກົດໝາຍ ແລະ ທ່ານຫົວໜ້າຫ້ອງການຍັງໄດ້ຮຽກຮ້ອງໃຫ້ຜູ້ດຳເນີນກິດຈະການພໍ່ຄ້າຊາວຂາຍໃຫ້ມີຄວາມຮັບຜິດສູງຕໍ່ການຄ້າຂາຍ ອັນສຳຄັນແມ່ນໃຫ້ມີຈັນຍາບັນຕໍ່ວິຊາຊີບຂອງຕົນ ບໍ່ໃຫ້ມີຫາງສຽງຈາກສັງຄົມ.

ທ່ານຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນໃນສັງຄົມຕ້ອງມີສະຕິໃນການດຳລົງຊີວິດແບບໃໜ່ດ້ວຍວິທີການໃຊ້ຜ້າອັດປາກ-ອັດດັງ,ໃຊ້ເຈວລ້າງມືທຸກຄັ້ງກ່ອນອອກຈາກບ້ານແລະເອົາໃຈໃສ່ເປັນເຈົ້າການນຳກັນໃນການປະຕິບັດບັນດາມາດຕະການຕ່າງໆເພື່ອບໍ່ໃຫ້ພະຍາດໂຄວິດ-19ແຜ່ລາມອອກເປັນວົງກວ້າງໃນແຂວງຈຳປາສັກ ເວົ້າສະເພາະກໍ່ຄືຊາວເມືອງສຸຂຸມາໃຫ້ຫຼຸດພົ້ນອອກຈາກພະຍາດໂຄວິດ-19.

ຂ່າວຈາກ: ສື່ມວນຊົນ ແຂວງ ຈຳປາສັກ