ເສົ້າອີກແລ້ວມື້ນີ້ ພົບຜູ້ຕິດເຊື້ອໂຄວິດເພີ່ມ 464 ຄົນ, ຊຸມຊົນ 437 ຄົນ, ເສຍຊີວິດ 1 ກໍລະນີ

657

ສະຖານະການໂຄວິດ19 ມື້ນີ້ ວັນທີ 1 ຕຸລາ 2021 ພົບຜູ້ເສຍຊີວິດຈາກໂຄວິດ 19 ເພີ່ມອີກ 1 ກໍລະນີ, ໃນຍອດລວມທັງໝົດຜູ້ຕິດເຊື້ອໃໝ່ 464 ຄົນ, ນໍາເຂົ້າ 27 ຄົນ ແລະ ຊຸມຊົນ 437 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ 220 ຄົນ, ຮອງລົງມາແມ່ນ ຫຼວງພະບາງ 70 ຄົນ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນ 30 ກັນຍາ 2021 ວ່າ ໃນ ໄດ້ກວດວິເຄາະທັງໝົດ 6.393 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 464 ຄົນ

ຊຶ່ງແຍກເປັນ ກໍລະນີນໍາເຂົ້າ ມີ 27 ຄົນ ຈາກ ຈໍາປາສັກ 19 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 2 ຄົນ, ສະຫວັນນະເຂດ 1 ຄົນ, ນະຄອນຫຼວງວຽງຈັນ 1 ຄົນ

ແລະ ຕິດເຊື້ອໃນຊຸມຊົນ ມີ 437 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 220 ຄົນ, ຫຼວງພະບາງ 70 ຄົນ, ຫຼວງພະບາງ 70 ຄົນ, ຈໍາປາສັກ 63 ຄົນ, ບໍ່ແກ້ວ 38 ຄົນ, ສະຫວັນນະເຂດ 19 ຄົນ, ແຂວງວຽງຈັນ 15 ຄົນ, ຄໍາມ່ວນ 5 ຄົນ, ບໍລິຄໍາໄຊ 3 ຄົນ, ສາລະວັນ 3 ຄົນ ແລະ ຫຼວງນໍ້າທາ 1 ຄົນ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 24.310, ຄົນເສຍຊີວິດສະສົມ 20 ຄົນ (ໃໝ່ 1 ຄົນ)
ສໍາລັບການເສຍຊິວິດໃໝ່ ແມ່ນ ມາຈາກ ແຂວງສະຫວັນນະເຂດ, ເພດຊາຍ, ອາຍຸ 48 ປີ, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ແລະ ນອນປີ່ນປົວ ຢູ່ມໍລະສຸມຂອງໂຮງໝໍແຂວງ ໃນວັນທີ 29 ກັນຍາ 2021 ໃນມື້ດຽວກັນ ໄດ້ເກັບຕົວຢ່າງກວດຫາເຊື້ອ. ມາຮອດ ເວລາ 08:00 ໂມງເຊົ້າ ຂອງວັນທີ 30 ກັນຍາ 2021 ຄອບຄົວຂໍກັບບ້ານ, ຕໍ່ມາຜູ້ກ່ຽວ ໄດ້ເສຍຊີວິດລົງ ໃນເວລາ 09:00 ໂມງຂອງມື້ດຽວກັນ ແລະ ໃນເວລາ 23:00 ໂມງ ຜົນກວດຕົວຢ່າງມາວ່າ ພົບເຊື້ອ ໂຄວິດ-19.