ໂຣນັລໂດ ສ້າງສະຖິຕິໃໝ່ອີກແລ້ວໃນ ຢູຟາ ແຊັມປ້ຽນລີກ ກາຍເປັນນັກເຕະທີ່ລົງແຂ່ງຫຼາຍທີ່ສຸດ

532

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຊາວປ໊ອກຕຸຍການຂອງ ແມນເຊັສເຕີ ຢູໄນເຕັດ ກາຍເປັນນັກເຕະທີ່ລົງແຂ່ງຂັນໃນຢູຟາ ແຊັມປ້ຽນລີກ ຫຼາຍທີ່ສຸດຕະຫຼອດການ ຈໍານວນ 178 ນັດ ຫຼັງລົງສະໜາມຊ່ວຍທີມ ພ້ອມກັບຍິງປະຕູສໍາຄັນໃນໄລຍະຕໍ່ເວລາບາດເຈັບ ຊ່ວຍໃຫ້ທີມບຽດເອົາຊະນະ ບີຢາຣີລ 2-1 ໃນຮອບແບ່ງກຸ່ມໆ F ນັດທີ 2 ເມື່ອວັນທີ 29 ກັນຍາ 2021

ສໍາລັບ 178 ຂອງ ໂຣນັລໂດ ທີ່ລົງແຂ່ງຂັນໃນ ຢູຟາ ແຊັມປ້ຽນລີກ ທໍາລາຍສະຖິຕິຂອງ ອີເກ ກາຊີຢາສ ຕໍານານຜູ້ຮັກສາປະຕູຂອງ ຣີລ ມາດຣິດ ທີ່ລົງແຂ່ງຂັນໄປ 177 ນັດ ເຊິ່ງ 178 ນັດຂອງ ໂຣນັລໂດ ແບ່ງເປັນຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ 54 ນັດ, ຣີລ ມາດຣິດ 101 ນັດ ແລະ ຢູເວນຕຸສ 23 ນັດ.

ນອກນັ້ນ, ໂຣນັລໂດ ຍັງສ້າງສະຖິຕິລົງແຂ່ງຂັນໃຫ້ກັບສະໂມສອນລວມເຖິງ 900 ນັດ ແບ່ງເປັນຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ 297 ນັດ, ຣີລ ມາດຣິດ 438 ນັດ, ຢູເວນຕຸສ 134 ນັດ ແລະ ສະປອດຕິ້ງ ລິສບອນ 31 ນັດຍິງໄດ້ເຖິງ 679 ປະຕູ ( ແຮັດທຣິກ ຫຼື ຍິງໄດ້ 3 ປະຕູ 48 ຄັ້ງ ) ແລະ ຄວ້າແຊັມ 23 ລາຍການ.