ເງື່ອນໄຂການດໍາເນີນທຸລະກິດກ່ຽວກັບກີລາ-ກາຍຍະກໍາ ໃນກົດໝາຍ ກີລາ-ກາຍຍະກໍາ

447

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ທຸລະກິດກ່ຽວກັບກີລາ-ກາຍຍະກໍາ ມີດັ່ງນີ້:
#ພາກທີ V ທຸລະກິດກ່ຽວກັບກີລາ-ກາຍຍະກໍາ
+ມາດຕາ 86 ທຸລະກິດກ່ຽວກັບກີລາ-ກາຍຍະກໍາ
ທຸລະກິດກ່ຽວກັບກີລາ-ກາຍຍະກໍາ ແມ່ນ ການລົງທຶນພັດທະນາກີລາ-ກາຍຍະກໍາ ເພື່ອເປັນການຫາ ລາຍໄດ້ ແລະ ຜົນຕອບແທນດ້ານເສດຖະກິດ ຊຶ່ງປະກອບດ້ວຍ:

1. ການເຄື່ອນໄຫວຈັດການແຂ່ງຂັນກີລາ-ກາຍຍະກໍາ;
2. ການຜະລິດ, ສົ່ງອອກ ແລະ ນໍາເຂົ້າເຕັກນິກ, ນັກກີລາ-ກາຍຍະກໍາ, ພາຫະນະ, ວັດຖຸປະກອນ, ການອອກແບບ ແລະ ການສ້າງໂຄງລ່າງພື້ນຖານກີລາ-ກາຍຍະກໍາ;
3. ການບໍລິການກ່ຽວກັບກີລາ-ກາຍຍະກໍາ.
+ມາດຕາ 87 (ປັບປຸງ) ເງື່ອນໄຂການດໍາເນີນທຸລະກິດກ່ຽວກັບກີລາ-ກາຍຍະກໍາ
ການດໍາເນີນທຸລະກິດກ່ຽວກັບກີລາ-ກາຍຍະກໍາ ມີເງື່ອນໄຂ ດັ່ງນີ້:

1. ມີຖານະການເງິນ ເພື່ອສາມາດເຄື່ອນໄຫວ;
2. ມີສໍານັກງານຕັ້ງຢູ່ ສປປ ລາວ;
3. ມີໂຄງລ່າງພື້ນຖານ, ພາຫະນະ, ວັດຖປະກອນ ຮັບໃຊ້ການເຄື່ອນໄຫວທີ່ໄດ້ມາດຕະ
ຖານ;
4. ມີບຸກຄະລາກອນທີ່ມີວິຊາສະເພາະທາງດ້ານກີລາ-ກາຍຍະກໍາ ແລະ ບຸກຄະລາກອນອື່ນ
ທີ່ກ່ຽວຂ້ອງ.

+ມາດຕາ 88 (ປັບປຸງ) ການສ້າງຕັ້ງ ແລະ ດໍາເນີນທຸລະກິດກີລາ-ກາຍຍະກໍາ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດໍາເນີນ ທຸລະກິດ ກ່ຽວກັບວຽກງານກີລາ-ກາຍຍະກໍາ ຕ້ອງຂໍຂຶ້ນທະບຽນວິສາຫະກິດນໍາຂະແຫນງການທີ່ກ່ຽວຂ້ອງ ແລະ ຂໍອະນຸຍາດທາງດ້ານວິຊາການຂະແຫນງການສຶກສາທິການ ແລະ ກີລາ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍວິສາຫະກິດ ແລະ ກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ.
+ມາດຕາ 89 (ໃຫມ່) ການພິຈາລະນາອະນຸຍາດດໍາເນີນທຸລະກິດກ່ຽວກັບກີລາ-ກາຍຍະກໍາ
– ຂະແຫນງການສຶກສາທິການ ແລະ ກີລາ ຕ້ອງພິຈາລະນາທາງດ້ານວິຊາການ ພາຍໃນເວລາທີ່ ່ໄດ້ກໍານົດໄວ້ໃນກົດຫມາຍທີ່ກ່ຽວຂ້ອງ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.

+ມາດຕາ 90 (ໃຫມ່) ການໂຈະ, ການຖອນ ຫຼື ການຢຸດເຊົາວຽກງານກີລາ-ກາຍຍະກໍາ
ອົງການຄຸ້ມຄອງວຽກງານກີລາ-ກາຍຍະກໍາ ສາມາດໂຈະການເຄື່ອນໄຫວ ຫຼື ຖອນໃບອະນຸ ຍາດດໍາເນີນທຸລະກິດກ່ຽວກັບກີລາ-ກາຍຍະກໍາ ຖ້າວິສາຫະກິດ ຫຼື ສະໂມສອນ ບໍ່ເຄື່ອນໄຫວວຽກງານກີລາ-ກາຍ ຍະກໍາ ໄປຕາມຈຸດປະສົງ, ເນື້ອໃນ, ຮູບແບບ, ປະເພດກີລາ ທີ່ໄດ້ຮັບອະນຸຍາດ.
– ໃນກໍລະນີທີ່ວິສາຫະກິດ ຫຼື ສະໂມສອນ ມີຈຸດປະສົງຢຸດເຊົາການເຄື່ອນໄຫວທຸລະກິດກ່ຽວ ກັບກີລາ-ກາຍຍະກໍາ ຕ້ອງແຈ້ງເປັນລາຍລັກອັກສອນຍ່າງຊ້າ ສາມສິບວັນ ຕໍ່ຂະແຫນງການສຶກສາທິການ ແລະ ກີລາ ແລະ ຂະແຫນງການທີ່ກ່ຽວຂ້ອງ.

+ມາດຕາ 91 (ປັບປຸງ) ສິດ ແລະ ພັນທະຂອງວິສາຫະກິດ ຫຼື ສະໂມສອນ ກີລາ-ກາຍຍະກໍາ
ວິສາຫະກິດ ຫຼື ສະ ໂມສອນ ກີລາ-ກາຍຍະກໍາ ມີ ສິດ ແລະ ພັນທະ ດັ່ງນີ້:
1. ເຄື່ອນໄຫວທຸລະກິດຖືກຕ້ອງຕາມກົດຫມາຍ ທີ່ກ່ຽວຂ້ອງຂອງ ສປປ ລາວ;
2. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດຫມາຍ;
3. ປະຕິບັດພັນທະເສຍພາສີ ແລະ ອາກອນ ໃຫ້ລັດຕາມກົດຫມາຍ;

4. ຈ່າຍຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ໃຫ້ລັດຕາມລະບຽບການ;
5. ປົກປັກຮັກສາສິ່ງແວດລ້ອມ, ຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງຊາດ, ຮັບປະ ກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;
6. ປະກອບສ່ວນເຮັດໃຫ້ວຽກງານກີລາ-ກາຍຍະກໍາ ຂອງ ສປປ ລາວ ມີຄວາມກ້າວຫນ້າ ແລະ ເຂັ້ມແຂງ;
7. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
ຂ່າວ: ຄໍາສອນ ຄັດຈາກກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ