ເຈົ້າແຂວງ ໄຊຍະບຸລີ ເຄື່ອນໄຫວຢ້ຽມຢາມໂອ້ລົມປະຊາຊົນ ບ້ານຜາລຽບ ເມືອງ ປາກລາຍ

299

ໃນວັນທີ 21 ກັນຍາ ປີນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ປະຊາຊົນ ບ້ານ ຜາລຽບ ເມືອງ ປາກລາຍ, ໃຫ້ການຕ້ອນຮັບມີ ທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ, ມີອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ຜາລຽບ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ກ່ອນອື່ນທ່ານເຈົ້າແຂວງແມ່ນໄດ້ຮັບຟັງການລາຍງານສະພາບການພັດທະນາຂອງບ້ານຈາກທ່ານນາຍບ້ານ. ບ້ານຜາລຽບ ເປັນບ້ານທີ່ຕັ້ງຢູ່ລຽບແຄມນໍ້າຂອງ ຫ່າງຈາກເທດສະບານເມືອງ 70 ກວ່າກິໂລແມັດ, ມີ 146 ຄອບຄົວ, ມີ 12 ໜ່ວຍຜະລິດ, ມີພົນລະເມືອງ 781 ຄົນ, ຍິງ 340 ຄົນ, ອາຊີບຂອງປະຊາຊົນສ່ວນໃຫຍ່ແມ່ນປູກຝັງ, ລ້ຽງສັດ, ຫາປາ ແລະ ຄ້າຂາຍຈໍານວນໜຶ່ງ. ສໍາລັບການຜະລິດລະດູປີ-ປີນີ້ມີທັງໝົດ 1.000 ກວ່າເຮັກຕາ, ໃນນີ້ ເນື້ອທີ່ປູກເຂົ້າ 80 ກວ່າເຮັກຕາ, ການປູກພືດອຸດສາຫະກໍາເປັນສິນຄ້າ 125 ເຮັກຕາ. ພືດທີ່ປະຊາຊົນປູກແມ່ນ: ມັນຕົ້ນ, ໝາກເດືອຍ, ໝາກງາ, ຍາງພະລາ ແລະ ອື່ນໆ, ສ່ວນວຽງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ເອົາໃຈໃສ່ຢ່າງເຂັ້ມງວດຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການທີ່ຂັ້ນເທິງວາງອອກ, ໂດຍສະເພາະແມ່ນຕິດຕາມການເຂົ້າ-ອອກຂອງປະຊາຊົນພາຍໃນບ້ານ ແລະ ປະຊາຊົນທີ່ມາແຕ່ເຂດອື່ນຢ່າງເຄັ່ງຂັດ.

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ຖາມຂ່າວຄາວ, ສຸກທຸກຂອງປະຊາຊົນ, ພ້ອມທັງໄດ້ທາບທາມປະຊາຊົນເລື່ອງການຍົກຍ້າຍບ້ານ ຜາລຽບຈາກທີ່ເດີມໄປຕັ້ງຢູ່ບ່ອນໃໝ່, ເພາະບ້ານເດີມເປັນເຂດທີ່ຖືກໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ, ຈາກນັ້ນກໍ່ໄດ້ເນັ້ນໜັກໃຫ້ອໍານາດການປົກຄອງ ບ້ານໃຫ້ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນບ້ານໂດຍໃຫ້ມີສ່ວນຮ່ວມຂອງໝົດທຸກຄົນເປັນຕົ້ນແມ່ນ: ການຄ້າ-ຂາຍ ແລະ ເສບຢາບ້າ, ຂີ້ລັກງັກແງະ ແລະ ອື່ນໆ, ສືບຕໍ່ຊຸກຍູ້ປະຊາຊົນໃນເກັບກູ້ພືດລະດູປີໃຫ້ທ່ວງທັນກັບລະດູການ, ເອົາໃຈໃສ່ເບິ່ງແຍງ ແລະ ບົວລະບັດຮັກສາເຂົ້ານາປີ.

ເອົາໃຈໃສ່ເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນຕິດຕາມ ແລະ ກວດກາ ຄົນເຂົ້າ-ອອກບ້ານເປັນປົກກະຕິ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ, ສືບຕໍ່ສືກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນ ແລະ ຄະນະບ້ານ, ສືບຕໍ່ຮັກສາຄວາມສາມັກຄີ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ກັບລູກບ້ານ, ເອົາໃຈໃສ່ສຸກເສີມລູກ-ຫຼານໃນເກນອາຍຸໃຫ້ໄດ້ເຂົ້າຮຽນ. ສ່ວນການຍົກຍ້າຍບ້ານນັ້ນໃຫ້ອໍານາດການປົກຄອງບ້ານຮ່ວມກັບທີມງານຈາກເມືອງ, ແຂວງ ແລະ ເຈົ້າຂອງໂຄງການລົງກວດກາເບິ່ງສະຖານທີ່ຈະຍົກຍ້າຍໄປຢູ່ຕົວຈິງວ່າມີຄວາມເໝາະສົມຮອບດ້ານຫຼືບໍ່, ພ້ອມທັງໃຫ້ຈິງໃຈໃນການໃຫ້ຂໍ້ມູນກັບພະນັກງານທີ່ລົງເກັບກໍາຂໍ້ມູນເບື້ອງຕົ້ນໃຫ້ລະອຽດຊັດເຈນ ເພື່ອຈະໄດ້ຢັ້ງຢືນໃນການຊົດເຊີຍຄ່າເສຍຫາຍຕ່າງ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ