ອ່ານດ່ວນ ບໍ່ແກ້ວອະນຸຍາດເປີດບາງກິດຈະການແຕ່ຕ້ອງປະຕິບັດຢ່າງເຂັ້ມງວດ

509

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວອອກແຈ້ງການ ເລກທີ 1043/ພອຄ.ບກ ລົງວັນທີ 17 ກັນຍາ 2021 ກ່ຽວກັບອະນຸຍາດເປີດບໍລິການຕະຫຼາດ ແລະ ຮ້ານຂາຍຍົກ, ຮ້ານຂາຍຍ່ອຍ ໃນໄລຍະສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ.

ຕາມແຈ້ງການດັ່ງກ່າວລະບຸວ່າ: ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງໃນການຈັດຕັ້ງປະຕິບັດສິດ, ໜ້າທີ່ພາລະບົດບາດຂອງຂະແໜງອຸດສາຫະກຳ ແລະ ການຄ້າກ່ຽວກັບການຕິດຕາມ ກວດກາ ແລະ ຄຸ້ມຄອງຕະຫຼາດ, ຮ້ານຂາຍຍົກ ແລະ ຂາຍຍ່ອຍ ພາຍໃນແຂວງບໍ່ແກ້ວ ແມ່ນອະນຸຍາດໃຫ້ເປີດບໍລິການບາງກິດຈະການດັ່ງນີ້:

1. ເປີດບໍລິການຕະຫຼາດ ແລະ ຮ້ານຄ້າຂາຍຍົກ, ຂາຍຍ່ອຍ ພາຍໃນແຂວງ ຍົກເວັ້ນຕະຫຼາດ ບ້ານໃຫຍ່ສີເມືອງງາມ, ເມືອງຕົ້ນເຜິ້ງ ແລະ ຕະຫຼາດສາຍມະນີ (ຕະຫຼາດຂອນແກ້ວ) ເມືອງຫ້ວຍຊາຍ ໂດຍປະຕິບັດຕາມການກໍານົດມາດ ຕະການ ເວລາປິດ-ເປີດ ເຊັ່ນ: ຕະຫຼາດອະນຸຍາດໃຫ້ເປີດບໍລິການ ແຕ່ 5:00 – 18:00 ໂມງ, ຮ້ານສະດວກຊື້, ຮ້ານຄ້າຂາຍຍ່ອຍ ອະນຸຍາດໃຫ້ເປີດບໍລິການແຕ່ 6:00 – 22:00 ໂມງ ແລະ ຮ້ານຄ້າຂາຍຍົກ ອະນຸຍາດເປີດບໍລິການແຕ່ 6:00- 18:00 ໂມງ
2. ໃຫ້ບັນດາຫົວຫນ່ວຍທຸລະກິດ ທີ່ໄດ້ຮັບອະນຸຍາດເປີດບໍລິການ ຕ້ອງກະກຽມຄວາມພ້ອມເພື່ອປ້ອງກັນຕໍ່ກັບສະພາບການແຜ່ລະບາດຂອງພະຍາດໂດວິດ-19 ຕາມເງື່ອນໄຂ ດັ່ງລຸ່ມນີ້:

ສໍາລັບສະຖານທີ່ ແລະ ອຸປະກອນ ໃຫ້ແຍກປະຕູທາງເຂົ້າ ແລະ ທາງອອກ ຢ່າງຈະແຈ້ງ, ສໍາລັບປະຕູທາງເຂົ້າ ຕ້ອງຈັດໃຫ້ມີການວັດແທກອຸນຫະພູມ ແລະ ມີເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອໄວ້ສໍາລັບຜູ້ມາໃຊ້ບໍລິການ ແລະ ພະນັກງານ, ຕ້ອງກໍານົດການຮັກສາໄລຍະຫ່າງ ຢ່າງຫນ້ອຍ 1 ແມັດຂຶ້ນໄປ ຂອງຜູ້ມາໃຊ້ບໍລິການ, ບໍລິເວນໂຕະຈ່າຍເງິນ ຕ້ອງມີເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອ ເພື່ອໃຫ້ບໍລິການພາຍຫຼັງຈ່າຍເງິນແລ້ວ, ອຸປະກອນ ແລະ ເຄື່ອງໃຊ້ທີ່ມີການສໍາຜັດເລື້ອຍໆ ເຊັ່ນ: ກະຕ່າ, ເຄື່ອງ, ຫ້ອງນ້ໍາ ແລະ ອື່ນໆ ຕ້ອງອະນາໄມເຊົ້າ, ສວາຍ ແລະ ແລງ ດ້ວຍນໍ້າຢາຂ້າເຊື້ອ.

ສໍາລັບຜູ້ປະກອບການ ຕ້ອງຈັດໃຫ້ມີການກວດກັ່ນກອງ ແລະ ວັດແທກອຸນຫະພູມພະນັກງານ ກ່ອນເຂົ້າເຮັດວຽກປະຈໍາວັນ ຫາກພົບວ່າ ພະນັກງານຜູ້ໃດມີອຸນຫະພູມສູງກວ່າ 37.5 ອົງສາເຊ ຄວນໃຫ້ພັກຜ່ອນຢູ່ເຮືອນ ແລະ ຫາກມີຈາກການໄຂ້, ໄອ, ຫາຍໃຈຍາກ ຕ້ອງໃຫ້ໄປກວດຢູ່ໄປໂຮງຫມໍ ທີ່ກໍານົດເປັນບ່ອນກວດພະຍາດໂດວິດ, ຕ້ອງຕິດປ້າຍ ຫຼື ແຈ້ງບອກໃຫ້ມາໃຊ້ບໍລິການໃສ່ຜ້າອັດປາກ-ດັງ ແລະ ວັດແທກອຸນນະພູມກ່ອນເຂົ້າໃຊ້ບໍລິການໃນຮ້ານ, ຕ້ອງມີສະຖານທີ່ບໍລິການຜ້າອັດປາກ-ຕັ້ງ ໃຫ້ແກ່ຜູ້ມາໃຊ້ບໍລິການໃນກໍລະນີຜູ້ທີ່ບໍ່ໄດ້ກະກຽມມາ, ຈັດໃຫ້ມີເຈວລ້າງມື ຫຼື ເຫຼົ້ງສໍາລັບຂ້າເຊື້ອ ໄວ້ປະຕູທາງເຂົ້າ, ຫ້ອງນ້ໍາ, ບໍລິເວນໂຕະຈ່າຍເງິນ ເພື່ອບໍລິການ ໃຫ້ຜູ້ມາໃຊ້ບໍລິການ ແລະ ພະນັກງານຂອງຮ້ານ.

ຕ້ອງແຕ່ງຕັ້ງພະນັກງານຮັບຜິດຊອບພົວພັນປະສານງານສະເພາະວຽກງານປ້ອງກັນແລະ ຄວບຄຸມການແຜ່ ລະບາດພະຍາດໂດວິດ-19 ພ້ອມດ້ວຍກໍານົດເບີໂທຕິດຕໍ່ ແລ້ວແຈ້ງໃຫ້ບັນດາຮ້ານຕ່າງໆ ໃນຕະຫຼາດຮັບຊາບ ແລະ ສາມາດພົວພັນປະສານງານໃນກໍລະນີມີຜູ້ສົງໃສຕິດເຊື້ອພະຍາດໂດວິດ ແລະ ພະນັກງານທີ່ຮັບຜິດຊອບແຕ່ງຕັ້ງ ຕ້ອງກວດກາຈໍານວນຄົນທີ່ເຂົ້າມາໃຊ້ບໍລິການ ບໍ່ໃຫ້ແອອັດ ໃນກໍລະນີ ທີ່ມີຜູ້ເຂົ້າມາໃຊ້ບໍລິການຫຼາຍ ແມ່ນໃຫ້ຈໍາກັດ ຈໍານວນຕາມຄວາມເຫມາະສົມຂອງຮ້ານຄ້າ ຫຼື ສະຖານທີ່
ໃຫ້ບໍລິການ.

ສໍາລັບຜູ້ມາໃຊ້ບໍລິການ ຕ້ອງໄດ້ໃສ່ຜ້າອັດປາກ-ອັດດັງ, ວັດແທກອຸນນະພູມ ຖ້າພົບວ່າມີ
ຄຸນະພູມສູງກວ່າ 37.5 ອົງສາເຊແມ່ນບໍ່ອະນຸຍາດໃຫ້ເຂົ້າໃຊ້ບໍລິການ, ຕ້ອງລ້າງມືດ້ວຍເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອ ທີ່ຮ້ານກະກຽມໄວ້ ແລະ ໃສ່ຜ້າອັດປາກ-ດັງ, ຕ້ອງຮັກສາໄລຍະຫ່າງຂອບເຂດລັດສະຫມີ ຢ່າງຫນ້ອຍ 1 ແມັດ ຂຶ້ນໄປ, ການໄອ-ຈາມໃນຮ້ານຄ້າ ຕ້ອງປະຕິບັດຕາມຫຼັກການສາທາລະນະສຸກທີ່ໄດ້ວາງດອກໃນໄລຍະການລະບາດໂຄວິດໂດ19, ເວລາກັບເຮືອນຕ້ອງໄດ້ປະຕິບັດຫຼັກການສາທາລະນະສຸກທີ່ໄດ້ວາງອອກເຊັ່ນ: ລ້າງມື, ປ່ຽນເຄື່ອງ ແລະ ອາບນ້ຳ.

3. ສໍາລັບຜູ້ປະກອບການຄ້າຂາຍຍ່ອຍຕາມແຄມທາງ ຈາກການປິດຕະຫຼາດໄລຍະຜ່ານມາ ແມ່ນໃຫ້ຢຸດເຊົາ ແລະ ໃຫ້ຍົກຍ້າຍເຂົ້າໄປຂາຍຢູ່ພາຍໃນຕະຫຼາດທີ່ໄດ້ຮັບອະນຸຍາດໃຫ້ເປີດບໍລິການ ໂດຍການປະຕິບັດຕາມມາດຕະການປ້ອງກັນໂຄວິດວິດ19 ຢ່າງເຂັ້ມງວດ.
4. ຫ້າມບັນດາຜູ້ປະກອບການ, ຊາວຄ້າຂາຍທົ່ວໄປ ສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າ ຕາມລໍາພັງໃຈຢ່າງເດັດຂາດ ໃຫ້ເຈົ້າຂອງຕະຫຼາດເປັນເຈົ້າການຕິດຕາມ ກວດກາສະພາບການຊື້ – ຂາຍສິນຄ້າ ພາຍໃນຕະຫຼາດຂອງຕົນເປັນປົກກະຕິເຊັ່ນ: ການປະຕິບັດລາຄາຂາຍສິນຄ້າທີ່ລັດກໍານົດ, ການຕິດປ້າຍລາຄາສິນຄ້າ ແລະ ອື່ນໆ.