ຂ່າວດີສຳລັບແມ່ມານ, ຜູ້ 17 ປີຂຶ້ນໄປຈະໄດ້ສັກວັກຊິນແລ້ວ

997

ຕາມເປົ້າໝາຍໄວ້ ສປປ ລາວຕ້ອງໄດ້ຮັບວັກຊິນສະເລ່ຍ 50% ຂອງພົນລະເມືອງແຕ່ເນື່ອງຈາກຈຳນວນວັກຊິນຊະນິດຕ່າງໆແມ່ນມີຈຳກັດ ດັ່ງນັ້ນ ຈຶ່ງຈຳເປັນກຳນົດເອົາກຸ່ມຄົນເປົ້າໝາຍທີ່ຈະມີການເຄື່ອນໄຫວໄປຕາມສະຖານທີ່ຕ່າງໆ ເຊິ່ງມີຄວາມສ່ຽງສູງໃຫ້ໄດ້ສັກສາກ່ອນ ສ່ວນກຸ່ມຄົນທົ່ວໄປກໍ່ທະຍອຍສັກຕາມວັກຊິນທີ່ມີໃນແຕ່ລະໄລຍະ ແຕ່ທັງນີ້ແມ່ນຫ້າມເດັດຂາດໃນການສັກເຂັມ 3 ເພື່ອຮັບປະກັນຄວາມປອດໄພ ຫຼື ຜົນທີ່ຈະຕາມມາ.


ໂດຍກະຊວງສາທາລະນະສຸກ ໄດ້ອອກແຈ້ງການເພື່ອປະຕິບັດຜ່ານເລກທີ 1079/ສທ ລົງວັນທີ 16 ກັນຍາ 2021 ກ່ຽວກັບການໃຫ້ບໍລິການ ວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ຫ້າມໃຫ້ບໍລິການວັກຊີນກັນພະຍາດໂຄວິດ-19 ເຂັ້ມ 3 (Booster).

ຕາມແຈ້ງການໄດ້ລະບຸວ່າ: ປະຈຸບັນ ສປປ ລາວ ໄດ້ມີການລະບາດຂອງພະຍາດ ໂຄວິດ-19 ໃນຂອບເຂດທົ່ວປະເທດ ເຮັດໃຫ້ມີຜົນກະທົບດ້ານເສດຖະກິດ, ດ້ານສາທາລະນະສຸກ. ຕໍ່ການລະບາດຂອງພະຍາດດັ່ງກ່າວ ຈື່ງມີຂໍ້ແນະນໍາໃນ ການຈັດຕັ້ງປະຕິບັດ ການໃຫ້ບໍລິການ ວັກຊີນປ້ອງກັນພະຍາດໂຄວິດ-19 ດັ່ງນີ້:

1. ໃຫ້ບໍລິການສັກວັກຊິນ ໃຫ້ນັກຮຽນທີ່ກໍາລັງຮຽນ ມ 7 ຫຼື ຜູ້ທີ່ມີອາຍຸ 17 ປີ ຂຶ້ນໄປ ທີ່ຈະເດີນທາງເພື່ອການສຶກສາ, ການກຽມສອບເສັງເຂົ້າ ມະຫາວິທະຍາໄລ ຫຼື ວິທະຍາໄລ ແລະ ສະຖາບັນການສຶກສາ ອື່ນໆ. ສໍາລັບຊະນິດວັກຊີນທີ່ແນະນໍາ ແມ່ນ ວັກຊິນ ໄຟເຊີ ຫລື ວັກຊິນ ຊີໂນຟາມ.

2. ໃຫ້ບໍລິການສັກວັກຊີນປ້ອງກັນໂຄວິດ-19 ໃນແມ່ຍິງຖືພາທີ່ມີອາຍຸຄັນ 12 ອາທິດ ຂຶ້ນໄປ.
3. ຫ້າມບໍ່ໃຫ້ພະນັກງານແພດເອົາວັກຊີນປ້ອງກັນພະຍາດໂຄວິດ-19 ທຸກຊະນິດໄປສັກເຂັມ 3 (Booster) ໃຫ້ຜູ້ທີ່ໄດ້ຮັບວັກຊີນ 2 ເຂັມຄົບມາແລ້ວ ຢ່າງເດັດຂາດ ຫາກພາກສ່ວນໃດ ຫຼື ບຸກຄົນແພດໃດສັກເຂັ້ມ 3 ໃຫ້ ຫາກເກີດກໍລະນີ ຫປພຊ ທາງການຈັດຕັ້ງຈະບໍ່ຮັບຜິດຊອບທຸກກໍລະນີ, ເນື່ອງຈາກປະຈຸບັນຈໍານວນວັກຊີນຍັງມີ ຈໍາກັດ, ບໍ່ມີຫຼັກຖານທາງວິທະຍາສາດ ອ້າງອີງ ແລະ ບໍ່ມີຄໍາແນະນໍາການຮັບຮອງຈາກອົງການອານາໄມໂລກວ່າ ໃຫ້ມີການສັກວັກຊິນເພີ່ມ ຈາກທີ່ໄດ້ກໍານົດໄວ້.

ເຫດຜົນເພີ່ມເຕີມ: ເນື່ອງຈາກວ່າ ປະຊາຊົນລາວ ຈໍານວນຫຼາຍ ຍັງລໍຖ້າສັກວັກຊີນ ເຂັ້ມທີ 1 ແລະ ເຂັ້ມທີ 2, ຫລາຍແຂວງ ມີອັດຕາປົກຄຸມການສັກວີນປ້ອງກັນໂຄວິດ-19 ຍັງຕ່ໍາກວ່າ ທີ່ຄາດຄະເນໄວ້ 50%, ອົງການອະນາໄມໂລກ ຍັງບໍ່ມີຄໍາແນະນໍາທາງດ້ານວິຊາການ ໃນການອະນຸຍາດໃຫ້ສັກເຂັມ 3 (Booster) ໄດ້, ເນື່ອງຈາກວ່າ ຍັງບໍ່ທັນມີຂໍ້ມູນຫຼັຖານ ພຽງພໍ ເພື່ອຢັ້ງຢືນ ດ້ານປະສິດທິຜົນ ແລະ ຄວາມປອດໄພ ນອກຈາກນີ້, ອັດຕາການສ້າງພູມຄຸ້ມກັນໃນຊຸມຊົນຍັງບໍ່ທັນສູງ, ກຸ່ມເປົ້າຫມາຍຫຼາຍຄົນຍັງບໍ່ທັນໄດ້ຮັບວັກຊີນເຂັ້ມທີ 1 ແລະ ເຂັມທີ່ 2 ໂດຍສະເພາະແມ່ນຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດຊໍາເຮື້ອ ໃຫ້ໄດ້ຮັບວັກຊິນນີ້ກ່ອນ.