ໂບອິ້ງ ໝັ້ນໃຈສາຍການບິນທົ່ວໂລກ ຈະກັບມາຟື້ນຕົວອີກຄັ້ງໃນປີ 2024

309

ທ່ານ ດາເຣນ ຮັລ ຮອງປະທານຝ່າຍການຕະຫຼາດຂອງ ບໍລິສັດໂບອິ້ງ ຜູ້ຜະລິດຍົນລາຍໃຫຍ່ຂອງອາເມຣິກາ ຄາດການວ່າສາຍການບິນທົ່ວໂລກຈະກັບມາຂະຫຍາຍຕົວເໝືອນກັບກ່ອນເກີດການລະບາດຂອງພະຍາດໂຄວິດ – 19 ພາຍໃນປີ 2024.

ຮອງປະທານຝ່າຍການຕະຫຼາດຂອງໂບອິ້ງ ກ່າວອີກວ່າ: ອຸດສາຫະກຳການບິນຈະຟື້ນຕົວກັບໄປຢູ່ໃນລະດັບປີ 2019 ພາຍໃນທ້າຍປີ 2024 ຫຼື ຕົ້ນປີ 2025 ແລະ ຖ້ຽວບິນພາຍໃນຈະນຳໜ້າໃນການຟື້ນຕົວຄັ້ງນີ້, ສ່ວນຖ້ຽວບິນລະຫວ່າງປະເທດອາດຈະໃຊ້ເວລານານກວ່າຈະຟື້ນຕົວ ເນື່ອງຈາກລັດຖະບານຂອງຫຼາຍປະເທດຍັງໃຊ້ມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ແຕ່ຂະນະນີ້ຄວາມຕ້ອງການເດີນທາງທາງອາກາດເລີ່ມເພີ່ມຂຶ້ນແລ້ວ.

ອີງຕາມຂໍ້ມູນຂອງສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ ( IATA ) ໃຫ້ຮູ້ວ່າ: ເມື່ອປີຜ່ານມາຜູ້ໂດຍສານຫຼຸດລົງເຖິງ 60% ຫຼື ປະມານ 1.800 ລ້ານຄົນ ເຮັດໃຫ້ອຸດສາຫະກຳການບິນສູນເສຍລາຍໄດ້ 126.000 ລ້ານໂດລາສະຫະລັດ ຖືວ່າເປັນປີທີ່ວິກິດຮຸນແຮງທີ່ສຸດໃນປະຫວັດການ.

ທັງນີ້, ໂບອິ້ງລະບຸວ່າຄວາມແຂງແກ່ນຂອງເສດຖະກິດໂລກຈະເປັນກຸນແຈສຳຄັນທີ່ຈະຍູ້ດັນໃຫ້ອຸດສາຫະກຳການບິນຟື້ນຕົວ ໂດຍອີງຕາມຂໍ້ມູນຈາກ HIS ອີໂຄໂນມິກ ບົ່ງຊີ້ວ່າ: ໃນ ຄວາມເປັນຈິງແລ້ວເສດຖະກິດໂລກໃກ້ຈະກັບມາຢູ່ໃນຈຸດທີ່ກ່ອນເກີດການລະບາດແລ້ວ, ໃນຂະນະທີ່ ໄອເອັມເອັຟ ລະບຸວ່າ ເສດຖະກິດໂລກຈະຂະຫຍາຍຕົວ 6% ໃນປີນີ້ ແລະ 4,9% ໃນປີໜ້າ.