ດ່ວນ! ຄຳມ່ວນອອກຄຳສັ່ງລັອກດາວຮອບໃໝ່ ຂໍປະຊາຊົນໃຫ້ຄວາມຮ່ວມມື

820

ການລະບາດຂອງໂຄວິດ-19 ຢູ່ແຂວງຄຳມ່ວນ ມາຮອດປັດຈຸບັນແມ່ນຖືວ່າຍັງໜ້າເປັນຫ່ວງທີ່ຈະມີການແຜ່ລາມໄປເປັນວົງກວ້າງ ຕາມການປະເມີນຂອງຄະນະສະເພາະກິດຂອງແຂວງ ຍັງມີໂອກາດທີ່ຈະແຜ່ໄປໃນເຂດອື່ນໆ ດັ່ງນັ້ນ, ແຂວງຄຳມ່ວນຈຶ່ງອອກຄຳສັ່ງດ່ວນ ສະບັບເລກທີ 08/ຈຂ ລົງວັນທີ 14 ກັນຍາ 2021 ໂດຍເນັ້ນການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ.


ຄຳສັ່ງລະບຸວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຖືວ່າສ່ຽງສູງທີ່ຈະມີການແຜ່ລະບາດໃນຊຸມຊົນອອກເປັນວົງກວ້າງ ນອກຈາກຢູ່ເມືອງທ່າແຂກແລ້ວ ຍັງໄດ້ກະຈາຍ ໄປເມືອງອື່ນໆອີກ; ເນື່ອງຈາກມີຜູ້ຕິດເຊື້ອໃນຕະຫຼາດ, ໃນກຸ່ມພະນັກງານ ແລະ ເຈົ້າຫນ້າທີ່ພາກສ່ວນຕ່າງໆຈໍານວນຫນຶ່ງ ຊຶ່ງບາງກໍລະນີຜູ້ຕິດເຊື້ອໄດ້ມີການເຄື່ອນໄຫວໄປຫຼາຍສະຖານທີ່, ມີການສໍາຜັດໃກ້ຊິດກັບຫຼາຍຄົນ ເຊິ່ງຍັງບໍ່ສາມາດລະບຸໄດ້ຢ່າງຈະແຈ້ງ, ຊັດເຈນ. ດັ່ງນັ້ນ ເຈົ້າແຂວງໆຄໍາມ່ວນ ຈິ່ງອອກຄໍາສັ່ງໃຫ້ປິດການເຂົ້າ-ອອກເຂົ້າຄຳມ່ວນອີກ 14 ວັນ ເຊິ່ງແອັດໄດ້ເອົາເນື້ອໃນສຳຄັນບາງສ່ວນມາລົງໃຫ້ທ່ານຜູ້ອ່ານຮັບຮູ້ ແລະເຂົ້າໃຈດັ່ງນີ້:


ໃຫ້ເພີ່ມທະວີມາດຕະການ ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມ ຮອບດ້ານ ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ ໄປຈົນກວ່າສາມາດຄວບຄຸມການແຜ່ລະບາດພະຍາດຢູ່ໃນ ຊຸມຊົນໄດ້, ໃຫ້ສືບຕໍ່ປິດການເດີນທາງ ເຂົ້າ-ອອກ ແຂວງຄໍາມ່ວນ ເປັນເວລາ 14 ວັນ ນັບແຕ່ວັນທີ 14 ເຖິງ ວັນ ທີ 27 ກັນຍາ 2021. ຫ້າມບຸກຄົນທີ່ຢູ່ແຂວງອື່ນເດີນທາງເຂົ້າມາແຂວງຄໍາມ່ວນ ໃນໄລຍະນີ້ໂດຍ ເດັດຂາດ ຖ້າມີຄວາມຈໍາເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດແຂວງຄໍາມ່ວນ, ມີໃບຢັ້ງຢືນການສັກ ຢາວັກຊິນ 02 ເຂັມ ແລະ ຫນັງສືຢັ້ງຢືນຈາກການຈັດຕັ້ງບ່ອນຢູ່ຕົ້ນທາງ.


ຫ້າມລົດຂົນສົ່ງສິນຄ້າ, ລົດໂດຍສານ, ລົດສ່ວນບຸກຄົນ ທີ່ເດີນທາງຜ່ານແຂວງຄໍາມວນ ໄປແຂວງອື່ນ ແລະ ຫ້າມບຸກຄົນພາຍໃນແຂວງຄໍາມ່ວນເດີນທາງໄປຕ່າງແຂວງ/ເມືອງພາຍໃນແຂວງ ເຊັ່ນ: ເມືອງທ່າແຂກ, ເມືອງຫນອງບົກ, ເມືອງເຊບັ້ງໄຟ, ເມືອງຫີນບູນ, ເມືອງມະຫາໄຊ ແລະ ເມືອງໄຊບົວທອງ ສຳລັບບ້ານສີແດງເເຕ່ລະມືອງ ແມ່ນຫ້າມ ອອກຈາກເຮືອນ, ຈາກບ້ານຂອງຕົນໄປບ່ອນອື່ນ.


ຫ້າມບຸກຄົນໃນຄອບຄົວ, ຍາດພີ່ນ້ອງ, ຫມູ່ເພື່ອນ ທີ່ໄດ້ໃກ້ສິດກັບຜູ້ຕິດເຊື້ອໂຄວິດ-19, ໃຫ້ປີດການສັນຈອນໄປ-ມາ ພາຍໃນເທດສະບານເມືອງທ່າແຂກ ແລະ ເທດສະບານເມືອງອື່ນໆທີ່ມີຜູ້ຕິດ ເຊື້ອໃນຊຸມຊົນ ນັບແຕ່ເວລາ 21:00 ໂມງ ຂອງແຕ່ລະວັນ ຈົນເຖິງເວລາ 05:00 ໂມງຂອງວັນຖັດໄປ ສຳລັບ ເມືອງທີ່ບໍ່ມີຜູ້ຕິດເຊື້ອໃນຊຸມຊົນ ເມືອງຍົມມະລາດ, ເມືອງນາກາຍ, ເມືອງບົວລະພາ ແລະເມືອງຄູນຄໍາ ອະນຸຍາດໃຫ້ເດີນທາງໄປມາພາຍໃນເມືອງຂອງຕົນໄດ້ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລະ ໃຫ້ຄະນະສະເພາະກິດຂັ້ນແຂວງ ສົມທົບກັບຄະນະນໍາຂອງເມືອງ, ຄະນະສະເພາະກິດຂັ້ນເມືອງ ລົງເກັບກໍາຂໍ້ມູນຈໍານວນຄອບຄົວຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີຄວາມທຸກຍາກຂາດເຂີນ ເພື່ອຊ່ວຍເຫຼືອບັນເທົາທຸກ, ແກ້ໄຂຄວາມຫຍຸ້ງຍາກຕາມສະພາບ ແລະ ເງື່ອນໄຂຕົວຈິງ(ລາຍລະອຽດແມ່ນອ່ານຕາມແຈ້ງການດ້ານລຸ່ມນີ້).