ທ່ານເຈົ້າແຂວງສາລະວັນ ເລັ່ງລົງໃຫ້ກຳລັງໃຈຜູ້ປະສົບໄພຈາກພາຍຸໂກນເຊີນ

259

ຍາມປະຊາຊົນຕົກທຸກໄດ້ຍາກ ການນຳຄືກຳລັງໃຈສຳຄັນໃຫ້ພວກເຂົາລຸກຂື້ນສູ້ ຍິ່ງເປັນຜົນກະທົບຈາກໄພພິບັດມີຫຼາຍຢ່າງຕ້ອງຟື້ນຟູໃໝ່ ການຊ່ວຍເຫຼືອເປັນວັດຖຸສຳຄັນສຸດແຕ່ກຳລັງໃຈກໍ່ເປັນສິ່ງທີ່ຄວນມີໃຫ້ກັນ ແລະກັນ ເພື່ອຊຸກຍູ້ໃຫ້ມີແຮງສູ້ຕໍ່ໄປ ດັ່ງດຽວກັບທ່ານເຈົ້າແຂວງ ສາລະວັນ ພາຍຫຼັງທີ່ຮັບຂ່າວປະຊາຊົນປະສົບກັບພາຍພິບັດກໍ່ຮີບອອກຢ້ຽມຢາມພົບປະຄອບຄົວຜູ້ປະສົບໄພ ພ້ອມມອບການຊ່ວຍເຫຼືອບັນເທົາທຸກໃຫ້ຂັ້ນຕົ້ນ.

ຕອນບ່າຍວັນທີ 12 ກັນຍາ 2021 ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ໄດ້ລົງຢ້ຽມຢາມພົບປະຄອບຄົບ ຜູ້ທີ່ຖືກລົມພະຍຸເຂດຮ້ອນ ໂກນເຊີນພັດ​ ທີ່ບ້ານໂພນໃຜ່ ເມືອງ​ແລະແຂວງສາລະວັນ ໃນຕອນແລງວັນທີ 11 ກັນຍາ ເຮັດໃຫ້ ມີ 88 ຫຼັງຄາເຮືອນ ເສຍຫາຍ, ໃນນັ້ນເສຍຫາຍໜັກ 25 ຫຼັງຄາເຮືອນ, ເສຍຫາຍປານກາງ 53 ຫຼັງຄາເຮືອນ, ເສຍຫາຍເລັກນ້ອຍ 10 ຫຼັງຄາເຮືອນ, ເຮັດໃຫ້ມີ139ຄົນຂາດທີ່ຢູ່ອາໃສ,​ ໃນນັ້ນມີຜູ້ເສຍຊີວິດ 1 ຄົນ ເພດຍິງ ອາຍຸ 53ປີ, ມີຜູ້ບາດເຈັບສາຫັດ 2 ຄົນ ແລະບາດເຈັບເລັກນ້ອຍ 6ຄົນ.

ການລົງຢ້ຽມຢາມ ພົບປະຂອງທ່ານ ເຈົ້າແຂວງສາລະວັນຄັ້ງນີ້ ທ່ານກໍ່ໄດ້ມີຄຳເຫັນໂອ້ລົມ ສະແດງຄວາມເສົ້າສະຫຼົດໃຈມາຍັງຄອບຄົວທີ່ເສຍຊີວິດ ແລະໃຫ້ກຳລັງໃຈ ບັນດາຄອບຄົວພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ດ້ວຍຄວາມເປັນຫ່ວງເປັນໃຍ, ໃຫ້ມີແນວຄິດອຸ່ນອຽງທຸນທ່ຽງ, ເຕົ້າໂຮມຄວາມສາມັກຄີກັນ ຜ່ານຜາອຸປະສັກ ອັນແສນສາຫັດນີ້ໄປດ້ວຍກັນ. ຈາກນັ້ນທ່ານຍັງໄດ້ຖາມເຖິງແນວຄິດຈິດໃຈ ແລະຄວາມຕ້ອງການອັນຈຳເປັນ ໃນເບື້ອງຕົ້ນຂອງພໍ່ແມ່ປະຊົນຕື່ມອີກ.

ໂອກາດດຽວກັນນັ້ນທ່ານເຈົ້າແຂວງສາລະວັນ ກໍ່ມອບເງິນສົດ ໃຫ້ແກ່ຄອບຄົວ ຜູ້ທີ່ເສຍຊີວິດ 1 ຄອບຄົວ ຈຳນວນ 2 ລ້ານກີບ, ມອບໃຫ້ກັບບຸກຄົນ ທີ່ໄດ້ຮັບບາດເຈັບ ຈຳນວນ 8 ຄົນ ຜູ້ລະ 1 ລ້ານກີບ, ຈາກນັ້ນຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ເປັນສ່ວນລວມ ເປັນປະເພດ ຊຸດບ່ອນນອນ ຈຳນວນ 20 ຊຸດ ແລະເງິນສົດຈຳນວນ 12,8 ລ້ານກີບ ເຊິ່ງມີຄ່າລວມ 15,2 ລ້ານກີບ ຮັບໂດຍທ່ານ ຈັນສີລອນ ສີສົມບູນ ເຈົ້າເມືຶອງໆສາລະວັນ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.