ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກຽມສູນຈຳກັດບໍລິເວນແຮງງານຈາກພາຍໃນ ແລະ ຕ່າງປະເທດແຫ່ງໃໝ່

565

ໃນວັນທີ 11ກັນຍານີ້ ເມືອງຫ້ວຍຊາຍ ໄດ້ສ້າງຂະບວນການ ອອກແຮງງານລວມ ວັນເສົາແດງ ເພື່ອກະກຽມສະຖານທີ່ກັກກັນແຮງງານທີ່ມາຈາກບ່ອນອື່ນ ເຊິ່ງກຳນົດເອົາສາງພາສີເກົ່າ ບ້ານຂ້ອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນສູນຈຳກັດບໍລິເວນ.


ການອອກແຮງງານຄັ້ງນີ້ ໄດ້ພ້ອມກັນອະນາໄມ ປັດກວາດ,ເກັບມ້ຽນສິ່ງຫົກເຫື້ອ ໃຫ້ສະອາດງາມຕາ ພ້ອມທັງນຳເອົາຕຽງນອນ ມາຕັ້ງກຽມໄວ້ ເຊິ່ງມີຕຽງ ທັງໜົດ 80 ກວ່າຕຽງ ເພື່ອຮອງຮັບແຮງງານລາວທີ່ກັບຈາກພາຍໃນ ແລະ ຕ່າງປະເທດ.

ອີກດ້ານໜຶ່ງແມ່ນຈະຍ້າຍແຮງງານທີ່ກັກກັນຢູ່ສູນໂຮງຮຽນປະຖົມ ແລະ ມັດທະຍົມປາກຮາວເໜືອ ເນື່ອງຈາກຈຸດດັ່ງກ່າວເປັນສະຖານທີໂຮງຮຽນ. ພ້ອມທັງ ລະບາຍແຮງງານຈາກສູນມົກກະຈອກ ເພື່ອຫຼີກລ່ຽງຄວາມແອອັດ.


ໂດຍການນຳພາຂອງ ທ່ານ ຄຳແດງ ແພງໄສ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຫ້ວຍຊາຍ ພ້ອມດ້ວຍ ບັນດາທ່ານ ຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ- ປກສ ຕະຫຼອດຮອດພະນັກງານອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງເປັນຂະບວນ.


ພາບ: ຫ້ອງວ່ການເມືອງຫ້ວຍຊາຍ, ຂ່າວ: ຄຳພັນ ແກ້ວມະນີ