ພາກລັດ ຈັບມືພາກທຸລະກິດຊ່ວຍແກ້ໄຂໃຫ້ຜູ້ວ່າງງານມີວຽກເຮັດ

288

ແຮງງານທີ່ກັບຈາກປະເທດໃກ້ຄຽງ ຈຳນວນບໍ່ໜ້ອຍໃນຂອບເຂດທົ່ວປະເທດ ຫຼາຍຊີວິດຍັງແນມບໍ່ເຫັນທາງອອກໃຫ້ກັບຕົນເອງຈະຫາວຽກຫຍັງດີ ຂະນະທີ່ແຮງງານຢູ່ພາຍໃນຫຼາຍຄົນກໍ່ວ່າງວຽກຫາເງິນບໍໄດ້ໃນໄລຍະທີ່ມີໂຄວິດລະບາດຄືປະຈຸບັນນີ້. ດັ່ງນັ້ນ, ເພື່ອແກ້ໄຂບັນຫາໄພວ່າງງານທີ່ເກີດຂຶ້ນກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ຈັບມືກັບພາກທຸລະກິດ ເພື່ອຊອກວຽກເຮັດງານທຳໃຫ້ກຸ່ມແຮງງານທີ່ຕ້ອງການຫາວຽກສາມາດມີລາຍຮັບເປັນປົກກະຕິໂດຍໄວ.


ເພື່ອໃຫ້ການຮ່ວມມືມີຜະສິດທິຜົນ ໃນວັນທີ 9 ກັນຍາ 2021ນີ້, ໄດ້ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສະໜອງຜູ້ຊອກຫາວຽກເຮັດງານທຳເຂົ້່າໃສ່ຕຳແໜ່ງງານວ່າງພາຍໃນປະເທດ ວ່າດ້ວຍການຮ່ວມມືໃນການເກັບກຳຂໍ້ມູນ ແລະ ຂຶ້ນທະບຽນຜູ້ວ່າງງານ ເພື່ອສະໜອງເຂົ້າໃສ່ຕຳແໜ່ງງານວ່າງ ຢູ່ພາຍໃນປະເທດ ລະຫວ່າງ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ກຸ່ມບໍລິສັດມະຫານະຄອນໄອທີ ແລະ ບໍລິການ ຈຳກັດ ຜູ້ດຽວ, ຕາງໜ້າເຊັນບົດບັນທຶກຄັ້ງນີ້ໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ຄໍາພັນ ສຸພາບ, ຜູ້ບໍລິຫານສຸງສຸດ ບໍລິສັດ ມະຫານະຄອນ ໄອທີ ແລະ ບໍລິການຈໍາກັດ ຜູ້ດຽວ.


ໂດຍເປັນກຽດເຂົ້າຮວ່ມ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ ຮອງ ປະທານຄະນະບໍລິຫານງານ ສາຫະພັນກຳມະບານລາວ , ທ່ານ ໄຊບັນດິດ ຣາຊພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ , ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ທ່ານ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ທ່ານຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮວ່ມເປັນສັກຂີພີຍານໃນຄັ້ງນີ້.


ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນເພື່ອກໍານົດຂອບເຂດການຮ່ວມມືຂອງຄູ່ພາຄີ ໃນການຊ່ວຍໃຫ້ຜູ້ອອກແຮງງານລາວທີ່ວ່າງງານ ພາຍໃນປະເທດ ແລະ ຜູ້ວ່າງງານທີ່ກັບຈາກຕ່າງປະເທດ ໄດ້ເຂົ້າເຖິງການມີວຽກເຮັດງານທໍາຕາມຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ຢູູ່ພາຍໃນປະເທດ ໂດຍການມີສ່ວນຮ່ວມຂອງທັງພາກລັດ ແລະ ພາກເອກະຊົນ ແນໃສ່ເຮັດໃຫ້ອັດຕາການວ່າງງານຫຼຼຸດລົງເທື່ອລະກ້າວ, ຜູ້ອອກແຮງງານມີວຽກເຮັດ, ມີລາຍໄດ້ສົມເຫດສົມຜົນ ແລະ ການຈະເລີນເຕີບໂຕທາງດ້ານເສດຖະກິດກ້າວເຂົ້າສູ່ ພາວະປົກກະຕິ ແລະ ມີຄວາມເຂັ້ມແຂງຂື້ນກວ່າເກົ່າ. ພ້ອມນີ້ກໍເພືື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຂົງເຂດວຽກງານອື່ນທີ່ກ່ຽວຂ້ອງ ໃນຮູບແບບການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນ.

ບົດບັນທຶກດັ່ງກ່າວ, ຍັງໄດ້ກຳນົດບັນດາລະບຽບການ, ຂອບເຂດການຮ່ວມມືທັງສອງຝູ່າຍຢ່າງເປັນເອກະພາບຮ່ວມມືກັນໃນຂົງເຂດວຽກງານ ເຊັ່ນ: ພັດທະນາລະບົບຖານຂໍ້ມູນ ເພືື່ອເກັບກໍາຂໍ້ມູນຂອງຜູ້ກໍາລັງວ່າງງານ, ຕໍາແໜ່ງງານວ່າງ ແລະ ເກັບກໍາຈໍານວນຜູ້ອອກແຮງງານທີື່ເຂົ້າສູ່ຕະຫຼາດແຮງງານໃໝ່ພາຍໃນປະເທດ; ຂຶ້ນທະບຽນຜູ້ວ່າງງານ ແລະ ຕໍາແໜ່ງງານວ່າງໃນຂອບເທດທົົ່ວປະເທດ; ສະໜອງຜູ້ຕ້ອງການວຽກເຮັດເຂົ້າໃສ່ຕໍາແໜ່ງງານວ່າງ ຕາມຄວາມຕ້ອງການຕົວຈິງຂອງຂະແໜງເສດຖະກິດ; ຮ່ວມກັບຜູ້ໃຊ້ແຮງງານຝຶກເຂົ້າສູ່ຕໍາແໜ່ງງານວ່າງ, ຝຶກເພືື່ອຍົກລະດັບ ແລະ ຝຶກເພືື່ອປະກອບອາຊີບອິດສະຫຼະ; ຮ່ວມກັນສຶກສາ ແລະ ພັດທະນາລະບົບໂປຣແກຣມການຈັດຫາງານ ທີ່ມີຢູູ່ຂອງກົມທີ່ກ່ຽວຂ້ອງໃຫ້ມີປະສິດທິຜົນຍິ່ງຂຶ້ນ.