ສາລະວັນປິດເມືອງ ກຳນົດ9 ບ້ານແດງ ພ້ອມຮ້ານຄ້າທຸກແຫ່ງ

529

ຕໍ່ກັບການແຜ່ລະບາດຂອງໂຄວິດ-19 ທີ່ທັງແຂວງສາລະວັນໄດ້ປະກາດແຈ້ງການໄປກ່ອນແລ້ວນັ້ນ ກ່ຽວກັບໃຫ້ກະກຽມສະຕັອກສິ່ງຂອງທີ່ຈຳເປັນໃນລະຫວ່າງການປິດເມືອງ ເນື່ອງຈາກວ່າ ສະຖານະການລະບາດຂອງເຊື້ອໂຄວິດພາຍໃນແຂວງແມ່ນມີທ່າອ່ຽງຂະຫຍາຍເປັນວົງກວ້າງ.


ຫຼ້າສຸດ ເຈົ້າເມືອງສາລະວັນໄດ້ອອກແຈ້ງການ ສະບັບເລກທີ 14/ຈມ.ສວ ລົງວັນທີ 9 ກັນຍາ 2021 ກ່ຽວກັບ ປິດເມືອງສາລະວັນ ( LOCK DOWN ) ກຳນົດບ້ານເຂດແດງ, ບ້ານເຂດເຫຼືອງ ແລະບ້ານເຂດຂຽວ, ນັບແຕ່ວັນທີ່ 10 ກັນຍາ 2021 ເຊິ່ງວ່າລາຍລະອຽດມີດັ່ງນີ້:


1. ປິດການເຂົ້າ-ອອກບໍລິເວນບ້ານທີ່ພັກອາໄສ ໃນເທດສະບານຂອງເມືອງສາລະວັນ ທີ່ເປັນເຂດແດງປະກອບມີ: ບ້ານ ນາເຫຼັກ, ບ້ານ ຫຼັກສອງ, ບ້ານ ນາໂດນ, ບ້ານຄັນທະລາດ, ບ້ານ ນາກົກໂພ, ບ້ານ ໂພນແກ້ວ, ບ້ານ ວັດກາງ, ບ້ານ ເຕົ້າປູນ, ບ້ານ ນາໂຕນ ແລະ ຕະຫຼາດເມືອງສາລະວັນ ຢ່າງເດັດຂາດ.
2. ປິດຕະຫຼາດເທດສະບານເມືອງສາລະວັນ, ຕະຫຼາດເອບີໂຊກໃຊ, ຕະຫຼາດຂາຍປະຈໍາບ້ານ ແສນວັງ, ຕະຫຼາດ ບ້ານ ບຶງໃຊ, ຕະຫຼາດວັນນັດ, ຕະຫຼາດເຄື່ອນທີ່, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານນວດ, ຮ້ານເກມ, ຮ້ານອິນເຕີເນັດຄາເຟ, ຮ້ານວັດສະດຸ, ຮ້ານມິນິມາກ, ຮ້ານເສື້ອຜ້າຢູ່ນອກຕະຫຼາດ, ຕາມເຮືອນ, ຮ້ານອາຫານ, ຮ້ານເຂົ້າປຽກ-ເຝີ, ຮ້ານສຽບເອັນ, ຮ້ານກາເຟ, ຮ້ານກາເຟອາເມຊອນ, ຮ້ານສ້ອມແປງລົດ, ຮ້ານ ອັດສີດລົດ, ຄລີນິກ, ຫ້ອງກວດພະຍາດ ທົ່ວໄປ, ຮ້ານ ຂາຍຢາ ດຣ ບຸນກອງ ( ກໍລະນີສໍາຜັດກັບຜູ້ຕິດເຊື້ອ ) ແລະ ຮ້ານປະເພດອື່ນ ແມ່ນໃຫ້ປີດຢ່າງເດັດຂາດ ( ຍົກເວັ້ນຮ້ານຂາຍຢາປິ່ນປົວພະຍາດ )
3. ສືບຕໍ່ປີດປ້ໍານ້ໍາມັນຄໍາແສນ ແລະ ນ້ໍາມັນກາໂດນ ( ຍົກເວັ້ນປ້ໍານ້ໍາມັນປ້າທອງດໍາ, ປ້ໍານ້ໍາມັນ ປຕທ ແລະ ປ້ໍານ້ໍາມັນທີ່ຢູ່ໃນພື້ນທີ່ສີຂຽວ ແມ່ນໃຫ້ເປີດໄດ້.


4. ບ້ານເຂດເຫຼືອງປະກອບມີ: ບ້ານ ນາໄຊ, ບ້ານ ບຶງໃຊ, ບ້ານ ທ່າເມືອງເຊ, ບ້ານ ໂພນໄຜ່, ບ້ານ ນາຄູ, ບ້ານທີ່ມີ ສູນຈໍາກັດບໍລິເວນ 9 ສູນຂອງເມືອງ,( ນອກຈາກບ້ານເຂດແດງ, ບ້ານເຂດເຫຼືອງ ແມ່ນກໍານົດເປັນເຂດບ້ານຂຽວ, ສໍາລັບບ້ານຂຽວ ແມ່ນໃຫ້ສຶບປະຕິບັດຕາມແຈ້ງການຂອງທ່ານເຈົ້າແຂວງ


ຂໍ້ຫ້າມ:1. ຫ້າມປະຊາຊົນທີ່ຢູ່ບ້ານເຂດແດງອອກຈາກບໍລິເວນຂອບເຂດທີ່ພັກອາໄສ, ເຮືອນຂອງຕົນເອງ ຢ່າງເດັດຂາດ ນອກຈາກກໍລະນີຈໍາເປັນ ຕ້ອງມີເອກະສານຢັ້ງຢືນຈາກອົງການປົກຄອງບ້ານ, ຄະນະສະເພາະກິດຂັ້ນເມືອງ.
2. ຫ້າມໃຫ້ປະຊົນທີ່ຢູ່ບ້ານເຂດເຫຼືອງ, ບ້ານເຂດຂຽວເດີນທາງເຂົ້າມາບ້ານເຂດແດງ ຢ່າງເດັດຂາດ ( ກໍລະນີ ປະຊາຊົນທີ່ຢູ່ບ້ານເຂດເຫຼືອງ, ບ້ານເຂດຂຽວຢາກເດິນທາງເຂົ້າມາບ້ານເຂດແດງຕ້ອງມີເອກະສານຢັ້ງຢືນຈາກອົງການ ປົກຄອງບ້ານ, ຄະນະສະເພາະກິດຂັ້ນເມືອງ.
ມາດຕະການຕໍ່ຜູ້ລະເມີດ: ຈະປະຕິບັດສຶກສາອົບຮົມ-ປັບໃຫມ, ນໍາໄປກັກໂຕຢູ່ສູນກັກບໍລິເວນຂອງເມືອງ ໂດຍນໍາໃຊ້ມາດຕະການຕາມແຈ້ງການຂອງ ເຈົ້າແຂວງສາລະວັນ ເລກທີ 19/ຈຂ.ສວ, ວັນທີ 1 ກັນຍາ 2021, ມາດຕະການທາງກົດຫມາຍເດັດຂາດ, ເຂັ້ມງວດ.