ສາລະວັນເລີ່ມໜັກ ແຈ້ງເຖິງປະຊາຊົນກ່ອນລັອກດາວໃຫ້ກະກຽມສະບຽງອາຫານໄວ້

388

ຜ່ານມາແຂວງສາລະວັນແມ່ນມີການເຝົ້າລະວັງ ແລະ ອອກມາດຕະການຕ່າງໆ ທີ່ຈະສາມາດ ຢັບຢັ້ງເຊື້ອໂຄວິດ-19 ບໍ່ໃຫ້ລຸກລາມສູ່ປະຊາຊົນພາຍໃນແຂວງຂອງຕົນ ແຕ່ກໍ່ຍັງມີແຮງງານທະຍອຍກັບມາຈາກຕ່າງປະເທດ ແລະເຊື້ອໂຄວິດກໍ່ເປັນສິ່ງທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ ແລະຕອນນີ້ ແຂວງສາລະວັນອາດມີທ່າອ່ຽງໃນການແຜ່ເຊື້ອເປັນວົງກວ້າງ.


ດັ່ງນັ້ນ, ແຂວງສາລະວັນຈຶ່ງໄດ້ອອກແຈ້ງການດ່ວນ ເລກທີ 182/ ຫວຂ.ສວ ລົງວັນທີ 9 ກັນຍາ 2021 ໃຫ້ປະຊາຊົນພາຍໃນແຂວງ ໃຫ້ກະກຽມສະບຽງອາຫານ ແລະ ເຄື່ອງໃຊ້ຈໍາເປັນ ເພື່ອກະກຽມໃຫ້ແກ່ການລັອກດາວ.
ແຈ້ງການລະບຸວ່າ: ເນື່ອງຈາກວ່າ ມາຮອດປັດຈຸບັນນີ້ ສະພາບການແຜ່ລະບາດຂອງພະຍາດ ໂຄວິດ · 19 ຢູ່ແຂວງສາລະວັນ ມີທ່າອ່ຽງຮຸນເເຮງຂຶ້ນ ໂດຍສະເພາະການລະບາດໃນຊຸມຊົນ, ສະນັ້ນ, ເພື່ອຮັບປະກັນໃຫ້ການດໍາລົງຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນ ໃນໄລຍະທີ່ຈະມີການລອ໋ກດາວ ຈຶ່ງແຈ້ງໃຫ້ຊາບວ່າ:


I. ໃຫ້ບັນດາເມືອງ, ພະແນກການ – ອົງການທຽບເທົ່າອ້ອມຂ້າງແຂວງ ແຈ້ງພະນັກງານ – ລັດຖະກອນ ແລະ ພໍ່ ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກະກຽມຈັດຊື້ສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອແຮໄວ້ນໍາ ໃຊ້ໃນໄລຍະການລ໋ອກດາວແຂວງຂັ້ນສູງ ເພື່ອສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ – 10 ໃນຊຸມຊົນ ຢູ່ແຂວງສາລະວັນ.


2. ຫ້າມຊາວຄ້າ – ຂາຍ ສວຍໂອກາດກັກຕຸນສິນຄ້າ ຫຼື ຂື້ນລາຄາສິນຄ້າ ໃນຊ່ວງໄລຍະນີ້ ຢ່າງເດັດຂາດ, ມອບໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ລົງຕິດຕາມ, ຖ້າຜູ້ໃດລະເມີດແມ່ນໃຫ້ປະຕິບັດມາດຕະການທາງກົດຫມາຍຢ່າງເຂັ້ມງວດ.
3. ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຄົ້ນຄວ້າສະຫນອງແນວພັນ, ແນະນໍາໃຫ້ປະຊາຊົນຫັນມາປູກຝັງ – ລ້ຽງສັດ, ກຸ້ມຕົນເອງໃຫ້ຫຼາຍຂຶ້ນ ໃນໄລຍະລ໋ອກດາວ.