ມອບ-ຮັບ ຫນ້າທີ່ຮອງຫົວຫນ້າຄະນະວິຊາຄູຍຸດທະວີທີ ວິທະຍາຄານກົມມະດຳ

513

ໃນອາທິດຜ່ານມາ ຄະນະວິຊາຄູຍຸດທະວີທີ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳໄດ້ຈັດຕັ້ງພິທີມອບ-ຮັບ ຫນ້າທີ່ ລະຫວ່າງສະຫາຍ ພັນໂທ ປ.ອ ໄຊຕິຈິດ ມິດຕະພາບ ຮອງຫົວໝ້າຄະນະວີຊາຍຸດທະວີທີ ຜູ້ເກົ່າ ທິ່ຖືກຊັບຊ້ອນໄປຮັບໝ້າທີ່ໃໝ່ ເປັນຫົວໜ້າການທະຫານກອງພັນທີ3 ກັບ ສະຫາຍພັນໂທ ສີງຄຳ ສີສຸວັນ ເປັນຮອງຫົວໜ້າຄະນະວີຊາຄູຍຸດທະວີທີຜູ້ໃໝ່. ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ຄຳໄຊ ອ່ອນມົນແສງ ຮອງຫົວຫນ້າຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ, ມີບັນດາຄູອາຈານ-ຄະນະວິຊາຄູ ເຂົ້າຮ່ວມ.


ກອງປະຊຸມໄດ້ຜ່ານມະຕິຕົກລົງຂອງຄະນະພັກຮາກຖານ ຫ້ອງອົບຮົມ-ກໍ່ສ້າງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາພັກ ຢູ່ຄະນະວິຊາຍຸດທະວີທີ, ອີງຕາມ ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານການເມືອງ ຢູ່ຄະນະວິຊາຄູ, ຕາມ ທິດທາງ-ແຜນການກໍ່ສ້າງ ປັບປຸງອົງການຈັດຕັ້ງພັກ ໃຫ້ເຕີບໃຫຍ່ເຂັ້ມແຂງ ທາງດ້ານປະລິມານ ແລະຄຸນນະພາບ ໃຫ້ສູງຂຶ້ນເທື່ອລະກ້າວ.

ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄຫມທີ X ຫມວດທີ II ມາດຕາ 10 , ຄະນະພັກຮາກຖານ ຫ້ອງອົບຮົມ-ກໍ່ສ້າງຕົກລົງແຕ່ງຕັ້ງ ສະຫາຍພັນໂທ ສີງຄຳ ສິສຸວັນ ເປັນຮອງເລຂາຫນ່ວຍພັກ ແລະເປັນຮອງຫົວຫນ້າຄະນະວິຊາຄູຜູ້ໃຫມ່.

ໂອກາດດັ່ງກ່າວ ສະຫາຍພັນໂທ ຄຳໄຊ ອ່ອນມົນແສງ ຮອງຫົວຫ້ອງການອົບຮົມ-ກໍ່ສ້າງ ໄດ້ໂອ້ລົມແລະສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ສະຫາຍຮອງຫົວຫນ້າຄະນະວິຊາຄູ ຜູ້ເກົ່າ-ຜູ້ໃຫມ່ ທີ່ໄດ້ຮັບໝ້າທີ່ໃໝ່ ທີ່ໄດ້ຊຸມສະຕີເຫລືອແຮງປັນຍາໃນການຊີ້ນຳ-ນຳພາ,ກໍ່ສ້າງກົມກອງຕະຫລອດໄລຍະຜ່ານມາ,ພ້ອມທັງຮຽກຮ້ອງມາຍັງຮອງຫົວໜ້າຄະນະວິຊາຄູຜູ້ໃໝ່,ຈົ່ງສືບຕໍ່ຊີ້ນຳ-ນຳພາການເຄີ່ອນໄຫວນ້າທີີ່ການເມ່ີອງຂອງກົມກອງ,ພ້ອມກັນເຮັດສຳເລັດໜ້າທີີ່ເປັນຢ່າງດີ

ຂ່າວ:ວັນນະເລດ ລໍວັນໄຊ, ພາບ:ນາງ ຂັນທະລີ ທຳມະວົງ