ຄານເລ ຄວ້າແຊັມ ທົວ ແຊັມປ້ຽນຊິບ ພ້ອມກັບເງິນລາງວັນສູງເຖິງ 15 ລ້ານໂດລາ

240
Patrick Cantlay poses with the trophies after winning the Tour Championship golf tournament and the FedEx Cup at East Lake Golf Club, Sunday, Sept. 5, 2021, in Atlanta. (AP Photo/Brynn Anderson)

ແພທຣິກ ຄານເລ ນັກກ໊ອຟຊາຍມື 4 ຂອງໂລກຊາວອາເມຣິກາ ປະສົບຜົນສໍາເລັດສູງໃນການແຂ່ງຂັນກ໊ອຟ ພີຈີເອ ທົວ ລະດູການ 2020-2021 ຫຼ້າສຸດຄວ້າແຊັມ ທົວ ແຊັມປ້ຽນຊິບ ພ້ອມກັບຮັບເງິນລາງວັນກັບບ້ານອີກ 15 ລ້ານໂດລາ ເຊິ່ງການແຂ່ງຂັນກ໊ອຟພີຈີເອ ທົວ ລາຍການສຸດທ້າຍຂອງປີລາຍການ ທົວ ແຊັມປ້ຽນຊິບ ທີ່ສະໜາມ ອີສ ເລກ ກ໊ອຟ ຄັບ ທີ່ລັດຈໍເຈຍ ສະຫະລັດອາເມຣິກາ ເຊິ່ງເມື່ອວັນທີ 5 ກັນຍາ ທີ່ຜ່ານມາ ເປັນການແຂ່ງຂັນຮອບສຸດທ້າຍ.

ໂດຍວັນສຸດທ້າຍ ແພທຣິກ ຄານເລ ຜູ້ນໍາຕະຫຼອດ 3 ວັນທີ່ຜ່ານມາ ແລະ ວັນທີ 4 ວັນສຸດທ້າຍເກັບໄດ້ 4 ເບີດີ ແລະ ເສຍ 1 ໂບກີ ເຮັດໃຫ້ຄະແນນລວມເພິີ່ມເປັນ 21 ອັນເດີພາ ຄວ້າແຊັມໄປຄອງ ໂດຍເອົາຊະນະ ຈອນ ຣາມ ມື 1 ຂອງໂລກໄປຫວຸດຫວິດ 1 ສະໂຕຣກ.

ຈາກຜົນດັ່ງກ່າວ ເຮັດໃຫ້ ຄານເລ ອາຍຸ 29 ປີ ຄວ້າແຊັມອາຊີບໄດ້ 3 ລາຍການ ພ້ອມກັບເກັບຄະແນນສະສົມຂຶ້ນເປັນອັນດັບ 1 ໃນຕາຕະລາງ ເຟດເອັກຊ໌ ຄັບ 4.302 ຄະແນນ ເຊິ່ງເຮັດໃຫ້ ລາວໄດ້ເງິນລາງວັນໂບນັສໄປເຖິງ 15 ລ້ານໂດລາ ເປັນການສົ່ງທ້າຍລະດູການດ້ວຍຮອຍຍິ້ມ.

ຮູບຈາກ: AP