ຢາກປູກຜັກສະຫຼັດໃນລະດູຝົນໄດ້ ຕ້ອງຮູ້ເຕັກນິກນີ້

429

ຜັກສະຫຼັດເປັນພືດຊະນິດໜຶ່ງທີ່ຕ້ອງການຄວາມຊຸ່ມຢູ່ສະເໝີ ຕ້ອງການນ້ຳທີ່ພຽງພໍ ແຕ່ກໍຕ້ອງບໍ່ຫຼາຍເກີນໄປຈົນເຮັດໃຫ້ເກີດຮາກເນົ່າ ໂດຍສະເພາະລະດູຝົນທີ່ມີຝົນຕົກໜັກຢ່າງຕໍ່ເນື່ອງໃນບາງໄລຍະ ຕ້ອງມີການເບິ່ງແຍງເອົາໃຈໃສ່ເປັນຢ່າງດີ, ດັ່ງນັ້ນຄວາມຮູ້ກະສິກຳໃນຄັ້ງນີ້ ຈະພາທ່ານຜູ້ອ່ານໄປຮູ້ຈັກກັບການປູກ ແລະ ບົວລະບັດຜັກສະຫຼັດໃນລະດູຝົນ ເພື່ອຈະເປັນຊ່ອງທາງສຳລັບການທົດລອງຕົວຈິງຂອງຜູ້ທີ່ຢາກປູກສະຫຼັດໃນລະດູຝົນໄດ້ນຳໄປໃຊ້.

▶ການກຽມດິນ: ໄຖດິນໃຫ້ເລິກປະມານ 20 – 25 ຊັງຕີແມັດ, ຫຼັງຈາກນັ້ນໃຫ້ຫວ່ານປູນຂາວໃນອັດຕາ 100 ກຣາມຕໍ່ຕາແມັດ, ປີ້ນດິນເພື່ອຕາກແດດໄວ້ປະມານ 14 ວັນ ເພື່ອທຳລາຍວັດສະພືດ, ພະຍາດ ແລະ ສັດຕູພືດຢູ່ໃນດິນ. ຈາກນັ້ນ, ກໍໄຖດິນອີກຮອບ ແລະ ຄາດໃຫ້ລະອຽດດີ ຮອງພື້ນດ້ວຍຝຸ່ນຄອກໃນອັດຕາ 3 – 4 ໂຕນຕໍ່ໄລ່ ພ້ອມໃສ່ຝຸ່ນສູດ 15:15:15 ແລະ ສູດ 46:0:0 ໃນອັດຕາ 50 ກິໂລກຣາມຕໍ່ໄລ່, ຂະໜາດຂອງໜານຜັກກວ້າງທີ່ປະມານ 1 ແມັດ ສ່ວນຄວາມຍາວຂອງໜານແມ່ນຂຶ້ນກັບຄວາມເໝາະສົມຂອງພື້ນທີ່, ຍົກໃຫ້ໜານຂອງຜັກສູງປະມານ 25 – 30 ຊັງຕີແມັດ  ( ຫາກເປັນພື້ນທີ່ລະບາຍນ້ຳຂ້ອນຂ້າງຍາກ ຄວນຍົກສູງປະມານ 50 ຊັງຕີແມັດ ) ເຮັດຮ່ອງລະບາຍນ້ຳລະ ຫວ່າງໜານກວ້າງ ປະມານ 50 ຊັງຕີແມັດ.

▶ການປູກ: ຕາມປົກກະຕິໄລຍະຂອງການປູກແມ່ນ 30 x 30 ຊັງຕີແມັດ ແຕ່ໃນໄລຍະລະດູຝົນແມ່ນຄວນເປັນ 14 x 40 ຊັງຕີແມັດ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕ່າງໆ.

ການໃສ່ຝຸຸ່ນ, ໃຫ້ນ້ຳ ແລະ ເບິ່ງແຍງຮັກສາ: ຄວນໃຫ້ນ້ຳຢ່າງສະໝ່ຳສະເໝີ ແຕ່ຢ່າໃຫ້ຫຼາຍເກີນໄປ ເພາະຈະເຮັດໃຫ້ເກີດຮາກເນົ່າຕາມມາ ກໍລະນີມີຝົນຕົກໃຫ້ຫົດນ້ຳລ້າງນ້ຳຝົນທຸກຄັ້ງຫຼັງຈາກຝົນເຊົາຕົກ ຖ້າບໍ່ດັ່ງນັ້ນຈະເຮັດໃຫ້ຜັກເນົ່າເປື່ອຍໄດ້.

ນອກນີ້, ຫຼັງຈາກປູກໄດ້ 7 ວັນ ໃຫ້ໃສ່ຝຸ່ນສູດ 46:0:0 ໃນອັດຕາ 50 ກິໂລແມັດຕໍ່ໄລ່ ຫຼັງປູກໄດ້ 20 – 25 ວັນ ໃສ່ຝຸ່ນສູດ 15:15:15 ປະສົມກັບ 46:0:0 ໃນອັດຕາ 15 ກິໂລ ກຣາມຕໍ່ໄລ່ ຫຼັງໃສ່ຝຸ່ນທຸກຄັ້ງຕ້ອງຫົດນ້ຳພ້ອມ ທີ່ສຳຄັນຢ່າປ່ອຍໃຫ້ຫຍ້າເກີດຫຼາຍ ເພາະມັນຈະເປັນໂຕທີ່ຍາດສານອາຫານຈາກຜັກ.

▶ການເກັບກ່ຽວ: ເມື່ອຜັກສະຫຼັດມີອາຍຸປະມານ 40 – 60 ວັນ ສາມາດເກັບກ່ຽວໄດ້ໂດຍການໃຊ້ມີດຕັດ ຖ້າຫາກປູກຂາຍອອກໂດຍສະເພາະເວລາທີ່ຕັດ ຄວນໃຫ້ເຫຼືອໃບນອກໄວ້ປະມານ 3 – 4 ໃບເພື່ອປ້ອງກັນ ຄວາມເສຍຫາຍໃນການຂົນສົ່ງ ຫຼີກລ່ຽງການເກັບກ່ຽວຕາກແດດ ຫຼື ຂະນະທີ່ມີແດດແຮງກ້າ ເພາະຈະເຮັດໃຫ້ຜັກຫ່ຽວ ບໍ່ຊຸ່ມຊື່ນ ແລະ ມີບັນຫາໃນການສົ່ງອອກ.