ເພີ່ມທະວີການຄຸ້ມຄອງ ແລະ ປະຕິຮູບລະບົບກົນໄກຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງ

782

ຮອງລັດຖະມົນຕີກະຊວງການເງິນ ກ່າວວ່າ ຂະແໜງການເງິນ, ຕ້ອງທົບທວນນະໂຍບາຍ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂອງຂະແໜງການເງິນທີ່ປະກາດໃຊ້ໃນປັດຈຸບັນ; ຄົ້ນຄວ້າສ້າງກົດໝາຍ ແລະ ນິຕິກໍາໃໝ່ເພື່ອຮັບປະກັນການຄຸ້ມຄອງລາຍຮັບຕາມຖານລາຍຮັບ; ອອກນະໂຍບາຍເພື່ອຊຸກຍູ້ສົ່ງເສີມຜູ້ດໍາເນີນທຸລະກິດທີ່ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ.

ທ່ານ ພູທະນູເພັດ ໄຊສົມບັດ ຄະນະປະຈໍາພັກກະຊວງ, ປະທານກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວຕໍ່ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2021 ຜ່ານມານີ້ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ການສ້າງຄວາມເຂັ້ມ ແຂງທາງດ້ານລາຍຮັບງົບປະມານດ້ວຍການຫັນເປັນລະບົບທັນສະໄໝຮັບປະກັນໃຫ້ການຈັດເກັບລາຍຮັບຄົບຖ້ວນ,ສະກັດກັ້ນການຮົ່ວໄຫຼ ແລະ ພ້ອມທັງການຂະຫຍາຍຖານລາຍຮັບໃໝ່ໃຫ້ມີທ່າແຮງ ທັງປັບປຸງນິຕິກໍາການບໍລິຫານການຄຸ້ມຄອງລາຍຮັບງົບປະມານໃຫ້ຮັດກຸມໃນທຸກໆຂະແໜງການທັງສູນກາງ ແລະ ທ້ອງຖິ່ນ, ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນ, ຫົວໜ່ວຍງົບປະມານບໍລິຫານວິຊາການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງເພີ່ມທະວີຄວາມຮັບຜິດຊອບຕາມໜ້າທີ່, ຂອບເຂດສິດຂອງຕົນໃນການຈັດຕັ້ງປະຕິບັດບັນດາກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ກໍານົດອອກໃນວຽກງານການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼລາຍຮັບງົບປະມານແຫ່ງລັດ, ເພີ່ມທະວີຄວາມຮັບຜິດຊອບການປະຕິບັດນະໂຍບາຍໃຫ້ສອດຄ່ອງກັບກົດໝາຍສົ່ງເສີມການລົງທຶນ ແລະ ກົດໝາຍທີ່ກ່ຽວ ຂ້ອງ.

ສະເພາະວຽກງານຂອງຂະແໜງການເງິນ, ຕ້ອງທົບທວນນະໂຍບາຍ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂອງຂະແໜງການເງິນທີ່ປະກາດໃຊ້ໃນປັດຈຸບັນ ແລະ ຄົ້ນຄວ້າສ້າງກົດໝາຍ ແລະ ນິຕິກໍາໃໝ່ເພື່ອຮັບປະກັນການຄຸ້ມຄອງລາຍຮັບຕາມຖານລາຍຮັບທີ່ມີປັດຈຸບັນ ແລະ ທຸກທ່າແຮງບົ່ມຊ້ອນໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ເພີ່ມຂຶ້ນ, ອັດທຸກຊ່ອງຫວ່າງທີ່ຮົ່ວໄຫຼຈາກການສວຍໃຊ້ໜ້າທີ່ຂອງເຈົ້າໜ້າທີ່ທຸກຂັ້ນ ຮັບປະກັນບໍ່ໃຫ້ສາມາດຫຼົບຫຼີກເຊື່ອງອໍາພັນທະຕໍ່ງົບປະມານແຫ່ງລັດຢ່າງຂາດຕົວ, ປະຕິຮູບລະບົບກົນໄກຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງເຂົ້າສູ່ລວງເລິກຮອບດ້ານ, ປັບປຸງຂະຫຍາຍລະບົບຄຸ້ມຄອງລາຍຮັບທັນສະໄໝທີ່ພັດທະນາສໍາເລັດ,ສ້າງລະບົບຖານຂໍ້ມູນການເງິນແບບລວມສູນ, ຄຸ້ມຄອງລາຍຮັບງົບປະມານແຫ່ງລັດເຂົ້າໃນລະບົບລວມສູນ, ປັບປຸງລະບົບຄຸ້ມຄອງ ແລະ ຂະຫຍາຍຖານລາຍຮັບໃນຂອບເຂດ, ກໍານົດການຈັດປະເພດຖານລາຍຮັບຂອງຫົວໜ່ວຍທຸລະກິດຄືນໃໝ່ຕາມກົດໝາຍໄດ້ກໍານົດໄວ້.

ອອກນະໂຍບາຍເພື່ອຊຸກຍູ້ສົ່ງເສີມຜູ້ດໍາເນີນທຸລະກິດທີ່ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ສ້າງສິ່ງອໍານວຍຄວາມສະດວກຕ່າງໆຕາມລະບຽບການ ແລະ ສ້າງນະໂຍບາຍໃໝ່ເພື່ອສ້າງສິ່ງຈູງໃຈໃຫ້ຜູ້ທີ່ຍັງບໍ່ທັນໄດ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ມີຄວາມຕື່ນຕົວເຂົ້າສູ່ລະບົບ ແລະມີກົນໄກການບັງຂັບໃຊ້ກົດໝາຍຕໍ່ຜູ້ລະເມີດຢ່າງເຂັ້ມງວດ, ພ້ອມທັງສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າເພື່ອກໍານົດມາດຕະຖານຕໍ່ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການຈໍາໜ່າຍສິນຄ້ານໍາເຂົ້າຢູ່ພາຍໃນປະເທດໂດຍການປັບປຸງແກ້ໄຂລະບົບການແຈ້ງ, ການມອບ, ການກວດກາ ກ່ຽວກັບກການນໍາເຂົ້າ ນໍ້າມັນເຊື້ອໄຟ ແລະ ການເຄື່ອນຍ້າຍພາຍໃນປະເທດຢ່າງຮັດກຸມ, ອັດທຸກຊ່ອງຫວ່າງຜ່ານມາຢ່າງຂາດຕົວ, ປັບປຸງ, ແກ້ໄຂ ແລະ ດັດສົມຫົວໜ່ວຍທຸລະກິດທີ່ນໍາເຂົ້າ ແລະ ຈໍາໜ່າຍກ່ຽວກັບການນໍາເຂົ້າສິນຄ້າປະເພດຕ່າງໆເປັນຕົ້ນ: ວັດສະດຸກໍ່ສ້າງເຄື່ອງໃຊ້ໄຟຟ້າ, ສິນຄ້າອຸປະໂພກ-ບໍລິ ໂພກໃຫ້ປະຕິບັດຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ຊຶ່ງຕ້ອງມີລະບົບສາງທີ່ໄດ້ມາດຕະຖານຕາມການອະນຸຍາດທີ່ໄດ້ອອກໃຫ້ໃນໃບທະບຽນວິສາຫະກິດ.

ປັບປຸງກົນໄກໃນການຊຸກຍູ້ ແລະ ສົ່ງເສີມໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ຖືບັນຊີໃຫ້ຖືກຕ້ອງຄົບຖ້ວນຕາມກົດໝາຍບັນຊີ ແລະ ລະບຽບການທີ່ກ່ຽວຂ້ອງ; ຄົ້ນຄວ້ານະໂຍບາຍ, ນິຕິກໍາ ແລະ ມາດຕະການ ເພື່ອຂະຫຍາຍຖານລາຍຮັບ.

ດໍາເນີນການປະຕິຮູບລັດວິສາຫະກິດທີ່ເປັນຍຸດທະສາດ ແລະ ບໍ່ເປັນຍຸດທະສາດຢ່າງມີຈຸດສຸມ, ດໍາເນີນການປະຕິຮູບລະບົບກົງຈັກ ແລະ ບຸກຄະລາກອນຄຸ້ມຄອງລາຍຮັບງົບປະມານແຫ່ງລັດໃຫ້ກະທັດຮັດສົມເຫດສົມຜົນ, ໂລ່ງລ່ຽນມີປະສິດທິພາບ ທັນສະໄໝເພື່ອໃຫ້ການຄຸ້ມຄອງບັນຊາ ໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນທັນເວລາ, ໂປ່ງໃສ ມີປະສິດທິພາບສູງແຕ່ສູນກາງຮອດທ້ອງຖິ່ນ.

ເດັດຂາດແກ້ໄຂປະກົດການຫຍໍ້ທໍ້ໃນການຈັດເກັບລາຍຮັບຢ່າງເຂັ້ມງວດ, ກວດກາ ແລະ ປັບປຸງຄືນບັນດາສັນຍາເຊົ່າ-ສໍາປະທານທີ່ມີເນື້ອໃນບໍ່ຊັດເຈນ, ມີຂໍ້ຂັດແຍ່ງ ແລະ ມີຊ່ອງຫວ່າງໃນການມອບພັນທະເຂົ້າງົບປະມານຕາມກົດໝາຍ; ເປັນເຈົ້າການສົມທົບກັບຂະແໜງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອເຈລະຈາກັບບັນດາຫົວໜ່ວຍທຸລະກິດຂົງເຂດບໍ່ແຮ່ ແລະ ພະລັງງານເພື່ອສ້າງກົນໄກໃນການມອບພັນທະໃຫ້ລັດຖະບານໃນຊ່ວງທີ່ມີຄວາມຫຍຸ້ງຍາທາງດ້ານການເງິນ, ປະສານສົມທົບກັບສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດສ໌ ເພື່ອດໍາເນີນການປະເມີນ ແລະ ກວດກາຢ່າງເຂັ້ມງວດຕໍ່ຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດຕາມດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ, ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດປະຕິບັດການເສຍອາກອນລາຍໄດ້ຈາກການໂອນຮຸ້ນ ຫຼື ປ່ຽນແປງຜູ້ຖືຮຸ້ນຕາມກົດໝາຍວ່າດ້ວຍອາກອນລາຍໄດ້ກໍານົດ.

ທັງນີ້, ກໍເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຮັບປະກັນໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຄົບຖ້ວນ, ສະກັດກັ້ນການຮົ່ວໄຫຼ, ການຄຸ້ມຄອງລາຍຮັບງົບປະມານຢ່າງຮັດກຸມ, ສ້າງລາຍຮັບເຂົ້າງົບປະມານໄດ້ຢ່າງແຂງແຮງເຂົ້າສູ່ລວງເລິກຮອບດ້ານ.