ມາຕິດຕາມນໍາກັນ ໃນບົດສາວທີ່ເອົາແຕ່ໃຈຂອງ ກ້າມປູ ເທບນະພາ ໃນຊີຣີ “ ສະບາຍດີຊໍາເໜືອ2 ”

615

ແນະນໍາໜຶ່ງສາວ ກ້າມປູ ເທບນະພາ ພົນທະຈັກ ຈາກສັງກັດ Blackmodeling ປັດຈຸບັນອາຍຸ 21 ປີ ແລະ ກຳລັງສຶກສາຢູ່ທີ່ວິທະຍາໄລລາວນາໆຊາດ ຕອນນີ້ກໍາລັງຮ່ວມເປັນໜຶ່ງໃນນັກສະແດງຕົວເດັ່ນຈາກຊີຣີ “ ສະບາຍດີຊໍາເໜືອ2 ” ເຮົາມາທໍາຄວາມຮູ້ຈັກກັບສາວງາມຄົນນີ້ໃຫ້ຫຼາຍຂຶ້ນ.

May be an image of 1 person and standing

ກ້າມປູ ໄດ້ໃຫ້ສໍາພາດກັບທີມງານຂ່າວບັນເທີງວ່າ: ຄວາມຮູ້ສຶກຫຼັງຈາກທີ່ຮູ້ວ່າຕົນເອງໄດ້ສະແດງຊີຣີ “ ສະບາຍດີຊຳເໜືອ2 ” ແມ່ນຮູ້ສຶກດີໃຈແຮງ ເພາະເຮົາບໍ່ໄດ້ຄິດເລີຍວ່າຈະໄດ້ສະແດງເລື່ອງນີ້ ແລະ ກໍຕື່ນເຕັ້ນພ້ອມທີ່ມີໂອກາດໄດ້ຮ່ວມງານກັບຮຸ່ນອ້າຍຮຸ່ນເອື້ອຍທີ່ມີຄວາມສາມາດ ແລະ ປະສົບການມາຫຼາຍກວ່າເຮົາ ເຊັ່ນ: ອ້າຍເທເລີ້ ພະເອກສຸດຫຼໍ່ຂອງເລື່ອງ, ມິນຕາ ນາງເອງສຸດໜ້າຮັກ, ເອື້ອຍຕຸກ The wow ລວມທັງທີມງານນັກສະແດງທຸກຄົນໃນເລື່ອງ.

May be an image of 2 people, people standing, cosmetics and indoor

ບົດລະຄອນທີ່ກ້າມປູໄດ້ຮັບແມ່ນ ເປັນລູກຄົນມີຖານະ, ທີ່ຖືກພໍ່ແມ່ຕາມໃຈມາແຕ່ນ້ອຍ ແລະ ກໍແອບມັກພະເອກຕັ້ງແຕ່ສະໄໝຮຽນ, ຫຼັງຈາກຮຽນຈົບກໍກັບມາຕາມຕື້ພະເອກ ເຮັດທຸກວິທີທາງເພື່ອໃຫ້ໄດ້ຄວາມຮັກຈາກອານົນ ແລະ ສິ່ງທີ່ປະທັບໃຈຂອງຕົວລະຄອນນີ້ ກໍຄືປູຕ້ອງໄດ້ມາສະແດງໃນຄາແຣັກເຕີ້ທີ່ແຕກຕ່າງຈາກຊີວິດຈິງຂອງປູໂດຍສິ້ນເຊີງ ແລະ ມັນເປັນສິ່ງທີ່ທ້າທາຍອັນໃໝ່ສຳລັບກ້າມປູຫຼາຍ.

May be a closeup of 3 people and people standing

ສໍາລັບການກຽມຕົວໃນການຖ່າຍທຳໃນເລື່ອງນີ້ ກ້າມປູ ຕ້ອງໄດ້ເຮັດວຽກບ້ານຢ່າງໜັກເລີຍ ໂດຍການອ່ານບົດຫຼາຍໆຮອບ ເພື່ອທຳຄວາມເຂົ້າໃຈກັບບົດ ແລະ ທຳຄວາມເຂົ້າໃຈກັບທຸກຄວາມໝາຍຂອງ dialog ປູເອງກໍໄດ້ຊອກເບິ່ງລະຄອນຫຼາຍໆເລື່ອງທີ່ຄ້າຍກັບບົດບາດຕົວເອງໄດ້ຮັບ ແລະ ເຮັດວຽກບ້ານຢ່າງໜັກກັບທີມງານຂອງກ້າມປູ ( blackmode ling ), ພ້ອມຍັງໄດ້ອ້າຍເທເລີ້, ເອື້ອຍລູກນ້ຳມາຊ່ວຍຕີຕົວ ລະຄອນໃຫ້ ແລະ ໝູ່ໆໃນ blackmodeling ມາຊ່ວຍຝຶກຊ້ອມບົດໃຫ້ຢ່າງເຕັມທີ່ ເພື່ອໃຫ້ຜົນງານທີ່ໄດ້ອອກມາດີ ແລະ ເຮັດໃຫ້ທຸກຄົນອິນກັບຕົວລະຄອນຕົວນີ້ໃຫ້ໄດ້ຫຼາຍທີ່ສຸດ.

May be an image of 1 person, sitting and indoor

ຜົນງານຜ່ານມາຂອງປູ ຫຼັກໆເລີຍແມ່ນງານຖ່າຍແບບ, ຖ່າຍໂຄສະນາ ແລະ ເຄີຍລົງປະກວດເວທີນາງສາວລາວປີ 2019 ເຂົ້າຮອບ 40 ຄົນ, ປະກວດຊຸດລາວປະຍຸກ ໃນເວທີ Revlon 2021 ໃນແຄັມເປນ “ Colors of Laos ”, ເຂົ້າຮອບ 5 ຄົນສຸດທ້າຍ ແລະ ໄດ້ຮັບລາງວັນພິເສດ “ ລາງວັນຊຸດໂດດເດັ່ນຕ້ອງຕາກຳມະການ ” ເຊິ່ງກໍເປັນອີກໜຶ່ງບົດບາດ ແລະ ໜຶ່ງຜົນງານທີ່ກ້າມປູປະທັບໃຈ.

May be an image of 3 people and people standing

ສ່ວນສະຕາຍຕົວເອງ ປູຄິດວ່າເປັນຄົນອອກຫ້າວໆໜ້ອຍໜຶ່ງ, ຫວານກາໄດ້, ສຸພາບສຸຂຸມໄດ້ໝົດຖ້າສົດຊື່ນ 5555 ໄດ້ຄົບທຸກສະຕາຍ, ສ່ວນສະຕາຍການແຕ່ງຕົວສ່ວນຫຼາຍຈະມັກແຕ່ງສະຕາຍຊິວໆ, ເສື້ອຢືດ, ໂສ້ງຢີນ, ເກີບຜ້າໃບ ສະບາຍໆແລ້ວແຕ່ກາລະ ແລະ ໂອກາດ.

ກິດຈະກຳຍາມວ່າງທີ່ປູມັກເຮັດ ກໍຄືເບິ່ງຮູບເງົາ, ເບິ່ງຊີຣີ ເຊິ່ງເປັນການເບິ່ງເພື່ອຄວາມມ່ວນແດ່ ແລະ ກໍເບິ່ງເພື່ອຕີຕົວລະຄອນໄປນຳ ແລະ ປູຈະມັກຝຶກຊ້ອມເດີນແບບ, ຝຶກຊ້ອມການເວົ້າການສຳພາດ ແລະ ຝຶກຊ້ອມການສະແດງຢູ່ທີ່ The black academy ທຸກມື້ເລີຍ, ຖ້າຜູ້ໃດສົນໃຈສາມາດມາສະໝັກຮຽນນຳກັນໄດ້ເດີ ສະຖານທີ່ແມ່ນທາດຫຼວງພລາຊາ ຊັ້ນ 3.

May be an image of 1 person, standing and indoor

ສຸດທ້າຍກ້າມປູ ຂໍຝາກຜົນງານໃໝ່ຫຼ້າສຸດນີ້ເລີຍກໍຄືຊີຣີ “ ສະບາຍດີຊຳເໜືອ2 ” ແລະ ງານຖ່າຍໂຄສະນາຕ່າງໆທີ່ກຳລັງຈະປ່ອຍອອກມາໃນໄວໆນີ້ ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ປູແດ່ເດີ ສາມາດຕິດ ຕາມການເຄື່ອນໄຫວຂອງປູ ໄດ້ທີ່ facebook: kampou phonthachack & Insta gram: itsmekampou.

ຮູບ: kampou phonthachack