ຊາວແກ້ງກອກຢູ່ນະຄອນຫຼວງວຽງຈັນ ລະດົມທຶນສ້າງທາງຢູ່ບ້ານເກີດ

868

ໃນທ້າຍອາທິດຜ່ານມາ ທີ່ສວນ-ນາ-ໜອງປາ-ປ່າຍາງ ບ້ານບໍ່ນາງົວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຂອງທ່ານ ກອງມາລາ ພົມາໄລ ເຈົ້າຂອງໂຮງງານເຄແອນບີເຟີນິເຈີ ໄດ້ມີກອງປະຊຸມພົບປະກາງແຈ້ງຢູ່ເດີ່ນສວນຂອງສະມາຊິກຂອງຄະນະສະມາຄົມອຸດໜູນການສຶກສາແກ້ງກອກ ຢູ່ນະຄອນຫຼວງວຽງຈັນ ໂດຍມີບັນດາສະມາຊິກຄະນະສະມາຄົມເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສົມບູນ ສົນທິກຸມມານ ປະທານສະມາຄົມອຸດໜູນການສຶກສາແກ້ງກອກທີ່ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ: ສຳລັບກອງປະຊຸມພົບປະຄັ້ງນີ້ແມ່ນເພື່ອລາຍງານຄືນການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ, ເພື່ອເປັນການລະດົມທຶນ ສົມທົບການກໍ່ສ້າງເສັ້ນທາງເບຕົງຢູ່ເທສະບານແກ້ງກອກ ເມືອງຈຳພອນ ແຂວງສະຫວັນນະເຂດ ຊຶ່ງທາງເມືອງໄດ້ມີແຜນກໍ່ສ້າງ ແລະສ້າງສຳເລັດແລ້ວສ່ວນໜຶ່ງ, ແຕ່ຍັງຂາດທຶນຮອນຈຳນວນໜຶ່ງ ສະນັ້ນ ທາງສະມາຄົມຈຶ່ງໄດ້ເຕົ້າໂຮມສະມາຊິກເພື່ອປຸກລະດົມທຶນຮອນເມືອຊຸກຍູ້ໃຫ້ກັບການສ້າງເສັ້ນທາງດັ່ງກ່າວ, ຊຶ່ງທາງສະມາຄົມໄດ້ມີຄວາມຕັ້ງໃຈຢາກຕອບແທນບຸນຄຸນແຜ່ນດິນແມ່ ກໍຄືປະກອບສ່ວນໃນການປົກປັກຮັກສາ ແລະພັດທະນາບ້ານເກີດເມືອງນອນໃຫ້ສົມໜ້າສົມຕາ ສົມກັບວ່າເຄີຍເປັນທີ່ວ່າການແຂວງຈຳພອນໃນເມື່ອກ່ອນ.

ທ່ານ ສົມບູນ ສົນທິກຸມມານ ກ່າວຕື່ມອີກວ່າ: ການສ້າງຕັ້ງສະມາຄົມຂຶ້ນມາແມ່ນເພື່ອເຕົ້າໂຮມຄວາມສະມັກຄີຂອງພີ່ນ້ອງຊາວບ້ານແກ້ງກອກເມືອງຈຳພອນແຂວງສະຫວັນນະເຂດທີ່ຢູ່ນະຄອນຫຼວງວຽງຈັນ, ເພື່ອເປັນການເຕົ້າໂຮມແນວຄວາມຄິດຄວາມເຫັນໃນການຊຸກຍູ້ການສ້າງສາພັດທະນາຢູ່ເມືອງຈຳພອນ, ເພື່ອຊຸກຍູ້ຊ່ວຍເຫຼືອການສຶກສາຢູ່ເຂດເມືອງຈຳພອນ ໂດຍສະເພາະແມ່ນການຊ່ວຍເຫຼືອໂຮງຮຽນທີ່ມີຄວາມຂາດເຂີນທາງດ້ານອຸປະກອນການສຶກສາ ສ້າງເງື່ອນໃຫ້ລູກຫຼານໄດ້ມີເງື່ອນໄຂໃນການສຶກສາຮ່ຳຮຽນ, ສຳລັບສະມາຄົມດັ່ງກ່າວແມ່ນພາຍໃຕ້ການຕົກລົງຂອງທ່ານເຈົ້າເມືອງຈຳພອນ.

ໃນໄລຍະຜ່ານມາ ທາງສະມາຄົມໄດ້ປະກອບສ່ວນຊ່ວຍທາງເມືອງຫຼາຍຢ່າງ ເປັນຕົ້ນແມ່ນສ້າງໂຮງຮຽນສົງບ້ານແກ້ງກອກ, ເຮັດປະຕູໂຂງວັດ, ເຮັດຫໍແຈກ, ຊ່ວຍເຫຼືອໄພນ້ຳຖ້ວມເມືອງຈຳພອນ ແລະອື່ນໆອີກຫຼາກຫຼາຍໃນຕະຫຼອດໄລຍະຜ່ານມາ.

.