ພາສ່ອງສາວຍິ້ມຫວານ ຜົນງານຫຼາກຫຼາຍໃນວົງການບັນເທີງ ລິ່ນດ້າ ຄໍາພູແສງ

646

ມື້ນີ້ທີມຂ່າວບັນເທີງຈະພາທ່ານຜູ້ອ່ານນຳໄປສ່ອງ ແລະ ທໍາຄວາມຮູ້ຈັກສາວງາມຍິ້ມຫວານ ຍິ້ມເທື່ອໃດໜຸ່ມໆໃຈລະລາຍໄປຕາມໆກັນ ແລະ ທີ່ສໍາຄັນສາວຄົນນີ້ບໍ່ໄດ້ມີດີພຽງແຕ່ໜ້າຕາເທົ່ານັ້ນ ແຕ່ຜົນງານທີ່ຜ່ານມາໃນວົງການບັນເທີງລາວກໍຫຼາກຫຼາຍໜ້າຕິດຕາມ.

May be an image of 1 person and standing

ສາວຍິ້ມຫວານທີ່ຈະພາມາໃຫ້ຮູ້ຈັກມື້ນີ້ກໍຄື ນ້ອງ ລິ່ນດ້າ ຄຳພູແສງ ຈາກຄ້າຍຕົ້ນຄຳ ໂມເດວລິງນັ້ນເອງ ໄດ້ໃຫ້ສໍາພາດກັບທີມງານຂ່າວບັນເທີງ ວ່າ: ຜົນງານຜ່ານມາຈະແມ່ນການເປັນນາງແບບ ແລະ ນັກສະແດງ ເຊິ່ງຈຸດເລີ່ມຕົ້ນຂອງການກ້າວເຂົ້າສູ່ວົງການບັນເທີງລາວ ແມ່ນມາຈາກການປະກວດ Miss Revlon, ຈາກນັ້ນກໍມີການຖ່າຍແບບ Pepsi ແລະ ຖ່າຍໂຄສະນາຕ່າງໆຫຼາຍຢ່າງເລີຍ ທີ່ສໍາຄັນຄື ລິ່ນດາ ໄດ້ມີໂອກາດຮ່ວມສະແດງຊີຣີສະບາຍດີຊຳເໜືອ 1 ເຊິ່ງໃນພາກໜຶ່ງນັ້ນກໍໄດ້ຮັບກະແສຕອບຮັບທີ່ດີຈາກແຟນຊີຣີເລີຍ ຈຶ່ງມີຕໍ່ພາກສອງຕື່ມອີກ ແຕ່ໜ້າເສຍດາຍທີ່ນ້ອງ ລິ່ນດ້າ ແມ່ນຕ້ອງໄດ້ຖອນຕົວກັບທາງທີມງານ ເນື່ອງຈາກດ້າໄດ້ເຮັດວຽກປະຈຳ ຈຶ່ງແບ່ງເວລາຍາກໃນການຖ່າຍທຳ ສ່ວນທາງເອື້ອຍອ້າຍທີມງານກໍໜ້າຮັກໃຈດີ ແລະ ເຂົ້າໃຈໃນຈຸດນີ້ຂອງເຮົາ ຕ້ອງຂໍຂອບໃຈຫຼາຍໆ.

May be a closeup of 1 person, standing and outdoors

ຄະຕິປະຈໍາໃຈຂອງນ້ອງລິ່ນດ້າ “ ຄວາມສໍາເລັດຕ້ອງເພິ່ງຄວາມພະຍາຍາມທີ່ສະໝໍ່າສະເໝີ ” ເພາະດ້າເຊື່ອວ່າຄວາມພະຍາຍາມບໍ່ເຄີຍເຮັດໃຫ້ໃຜຜິດຫວັງຢ່າງແນ່ນອນ ມື້ໜຶ່ງຈະຕ້ອງສົມປາຖະໜາທີ່ຕັ້ງໃຈໄວ້ ຖ້າເຮົາບໍ່ທໍ້ຖອຍກັບສິ່ງໃດງ່າຍໆ.

May be an image of 1 person and standing

ດ້າມັກສັດລ້ຽງແມ່ນນ້ອງໝາ ແລະ ຢາກລ້ຽງຫຼາຍ ແຕ່ໜ້າເສຍດາຍທີ່ທາງບ້ານເພິ່ນບໍ່ໃຫ້ລ້ຽງສັດເລີຍອົດຊໍ້າ ສ່ວນສາຍາທີ່ຖືກເອີ້ນໜ້າຈະເປັນຄຳວ່າ ໜວດນ້ອຍ ເພາະດ້າແອບມີໜວດໜ້ອຍໜຶ່ງ 55555.

ຖ້າຖາມວ່າຈຸດເດັ່ນຂອງດ້າແມ່ນຫຍັງ ດ້າຄິດວ່າໜ້າຈະເປັນຮອຍຍິ້ມ ເພາະນອກຈາກຈະເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍແລ້ວຍັງສື່ອາລົມໃຫ້ຄົນຂ້າງໆຮູ້ສຶກດີໄປນຳ ຈຶ່ງເປັນສະເໜ່ຢ່າງໜຶ່ງທີ່ແຝງໃນຕົວດ້າ ແລະ ທຸກຄົນກໍມີສິ່ງນີ້ເຊັ່ນກັນ.

ສ່ວນຕົວດ້າເອງເປັນແມ່ຍິງອອກແນວສະຕາຍຫວານ ມັກແຕ່ງຕົວສະບາຍໆແຕ່ຕ້ອງໃຫ້ກົມກືນກັນ ແລະ ເຄີຍລອງປ່ຽນແນວເປັນສາວຫ້າວແລ້ວອອກຫວານຢູ່ດີ.

May be a closeup of 1 person and indoor

ສໍາລັບສະເປັກຊາຍໃນຝັນຂອງດ້າແມ່ນໜ້າຕາຕີ໊, ມີນິດໄສໃຈເຢັນ, ທັດສະນະຄະຕິດີ ແລະ ຈິດໃຈທຸ່ນທ່ຽງໝັ້ນຄົງ ຖ້າໄດ້ປະມານນີ້ຄືຖືວ່າດີເລີຍ ຮູ້ແບບນີ້ແລ້ວໜຸ່ມຄົນໃດທີ່ກົງສະເປັກທີ່ນ້ອງເວົ້າມາຕ້ອງສະເໜີຕົວແລ້ວເດີ.

ກິດຈະກຳຍາມວ່າງແມ່ນ ຟັງເພງ ແລະ ຖ່າຍຮູບ ເພາະດ້າເປັນຄົນມັກຖ່າຍຮູບຫຼາຍ ມັນເຮັດໃຫ້ເຮົາຮູ້ຈັດມຸມ ແລະ ສະລີລະຮ່າງກາຍຂອງຕົນເອງເວລາໂພສທ່າໃຫ້ອອກມາດູດີ. ສຸດທ້າຍນີ້ ດ້າຂໍຝາກຜົນງານທາງດ້ານການຖ່າຍແບບ, ຖ່າຍຣີວິວຕ່າງໆແດ່ເດີ ຢ່າຟ້າວລືມກັນນ໊າ!!! ດຽວຈະມາອັບເດດທາງເຟສບຸ໊ກ Alinda dar ແລະ ໄອຈີ ALINDA.X ໃຫ້ເຫັນແນ່ນອນ.

ຮູບ: Alinda dar