ໃກ້ເຖິງຮອບ Final ແລ້ວສົ່ງກໍາລັງໃຈ ໄລຄ໌ ແລະ ແຊຣ໌ ໃຫ້ໜຸ່ມຄົນນີ້ແດ່ ແຊມ ສິດປະເສີດ Mister 13

602

ສິ່ງທີ່ໜຸ່ມຫຼໍ່ຄົນນີ້ຈະເຮັດຖ້າຫາກໄດ້ຮັບຕໍາແໜ່ງຈາກເວທີອັນຊົງກຽດ Mister Laos Mister International Laos 2021 ກໍຄືຢາກຊ່ວຍປະຊາສຳພັນໃຫ້ປະເທດອື່ນໆຮັບຮູ້ ແລະ ເຂົ້າໃຈປະເທດລາວ, ວັດທະນະທຳລາວ, ປະເພນີລາວອັນດີງາມ ແລະ ສັງຄົມລາວ. ນອກນີ້, ຍັງຢາກຈະປະກອບສ່ວນໃນການຊ່ວຍເຫຼືອເດັກທີ່ດ້ອຍໂອກາດ ແລະ ການອະນຸລັກຮັກສາສິ່ງແວດລ້ອມອີກດ້ວຍ.

May be an image of 2 people, people standing and indoor

ແນະນໍາ ໜຸ່ມ ສິດປະເສີດ ສີອິນທະວົງ ຫຼື ແຊມ ປັດຈຸບັນອາຍຸ 18 ປີ ໝາຍເລກ Mister 13 ຈາກນະຄອນຫຼວງວຽງຈັນ ກໍາລັງສຶກສາຢູ່ທີ່ຄະນະວິສະວະກໍາສາດ ພາກວິຊາກົນຈັກ ແລະ ວິທະຍາໄລຣັຕະນະ ພາກພາສາອັງກິດທຸລະກິດ ຄວາມຮູ້ສຶກທໍາອິດທີ່ຮູ້ວ່າຕົນເອງເຂົ້າຮອບແມ່ນດີໃຈ ແລະ ພູມໃຈທີ່ເປັນໜຶ່ງໃນຜູ້ຜ່ານເຂົ້າຮອບ 20 ຄົນ ເພາະວ່າມັນເປັນຄວາມສຳເລັດເບື້ອງຕົ້ນ ແລະ ເປັນຄວາມຕັ້ງໃຈທີ່ແຊມເອງຄາດຫວັງໄວ້.

May be an image of 1 person, standing and text that says 'COMPOO Valentus LaoThai By: Julie Meunsaveng'

ແຊມບໍ່ເຄີຍຜ່ານປະກວດໃດໆມາກ່ອນ ເຊິ່ງນີ້ເປັນເວທີທໍາອິດ ສໍາລັບວົງການບັນເທີງມັນເປັນຄວາມໃຝຝັນໜຶ່ງຂອງແຊມ ມາແຕ່ 2019 ທີ່ຜ່ານມາ ເພາະມີເຫດການໜຶ່ງມັນເປັນສິ່ງທີ່ເປັນຄວາມພາກພູມໃຈຂອງແຊມເອງທີ່ຢາກຈະເລົ່າໃຫ້ທຸກຄົນໄດ້ຟັງ ຄືໃນຕອນທີ່ແຊມເປັນນັກກີລາເຕະບານ ທີມຊາດຮຸ່ນອາຍຸ ບໍ່ເກີນ 14 – 17 ແລະ ໄດ້ຖືກຄັດເລືອກເຂົ້າໃນທີມສະໂມສອນຊ້າງນ້ອຍ ຊຸດສາຍ ກໍ 2018 – 2019 ແລະ ຕົວເອງໃນນາມເປັນນັກເຕະຂອງທີມຊ້າງນ້ອຍກໍເຄີຍແຕ່ງເພງໃຫ້ສະໂມສອນດັ່ງກ່າວ ເຊິ່ງປະທານສະໂມສອນໄດ້ມີ ຄວາມພູມໃຈ ແລະ ພໍໃຈໃນຜົນງານທີ່ແຊມໄດ້ແຕ່ງອອກມາ ແລະ ທຸກຄັ້ງທີ່ມີການແຂ່ງຂັນເຕະບານທາງສະຫະພັນ ໄດ້ເປີດສຽງເພງໃນໄລຍະພັກເກມ ຂຶ້ນມາເຫັນວາແຟນບານຊ້າງນ້ອຍກໍມີຄວາມມ່ວນຊື່ນໄດ້ຮູ້ສຶກພູມໃຈກັບຕົວເອງໃນຕອນນັ້ນ ອາດເວົ້າໄດ້ເລີຍວ່າຄວາມຊື່ນຊົມຍິນດີ ແລະ ຄວາມມ່ວນຊື່ນຂອງທຸກຄົນເຮັດໃຫ້ແຊມຢາກສ້າງຮອຍຍິ້ມ ແລະ ຄວາມສຸກໃຫ້ແກ່ທຸກຄົນດ້ວຍການກ້າວເຂົ້າສູ່ວົງການບັນເທີງ.

May be an image of 3 people, people standing, indoor and text

ເວທີທີ່ເປັນຄວາມໃຝ່ຝັນທີ 2 ຂອງແຊມ ກໍຄືປັດຈຸບັນນີ້ແມ່ນການເຂົ້າຮ່ວມປະກວດໃນເວທີ Mister Laos Mister International Laos 2021 ຮູ້ສຶກວ່າເປັນເວທີອັນມີກຽດທີ່ຕົວເອງກໍຢາກສຶກສາຮຽນຮູ້ພັດທະນາຕົວເອງ ແລະ ຈະເປັນໃບເບີກທາງໜຶ່ງໃຫ້ແຊມໄດ້ກ້າວຂຶ້ນເປັນນັກສະແດງ, ສິລະປິນ, ຊາຍແບບ ແລະ ນັກຮ້ອງໃນອະນາຄົດ.

May be an image of 3 people and people standing

ຄຳຄົມ ແລະ ຄະຕິປະຈໍາໃຈຂອງແຊມ ແມ່ນ: “ ດຸໝັ່ນ ແລະ ອົດທົນເປັນຫົນທາງສູ່ຜົນສໍາເລັດ Hard working and patient are the ways to be successful ” ສໍາລັບຄວາມສາມາດພິເສດແມ່ນແຊມຈະສະແດງເດາະບານ ແລະ ຮ້ອງເພງ ຫວັງວ່າຈະເປັນອີກໜຶ່ງບົດເພງທີ່ສ້າງຄວາມປະທັບໃຈໃຫ້ແກ່ທຸກຄົນ ແລະ ແຊມຄິດວ່າຕົນເອງມີຈຸດເດັ່ນທີ່ຈະເອົາຊະນະໃຈກຳມະການ ແລະ ຕໍາແໜ່ງ ຄື: ຄວາມກ້າ, ບຸກຄະລິກກະພາບທີ່ດີ, ການເຄົາລົບ ແລະ ໃຫ້ກຽດຜູ້ໃຫຍ່ ແລະ ຄວາມທີ່ມີອາຍຸນ້ອຍກວ່າໝູ່ໃນການປະກວດຄັ້ງນີ້ ທີ່ສໍາຄັນຄືການກຽມຕົວມາດີ ເພາະນ້ອງໄດ້ກຽມເລື່ອງຂອງພາສາ, ການອອກກໍາລັງກາຍເພື່ອຮັກສາຫຸ່ນ, ເລື່ອງຂອງທັດສະນະຄະຕິ ຄວາມຮູ້ຮອບຕົວເພື່ອໃຊ້ໃນຮອບຕອບຄໍາຖາມ.

May be an image of 1 person, outdoors and text that says 'COMPOO MISTER LAOS LAOS'

ສໍາລັບກິດຈະກຳຍາມວ່າງແຊມມັກອ່ານປຶ້ມ ແລະ ອອກກຳລັງກາຍ, ເຕະບານ ແລະ ຫຼິ້ນ body weight ສ່ວນຮູບແບບການແຕ່ງຕົວຄືຈະມັກແຕ່ງຕົວແບບສະບາຍໆ ທີ່ຂຶ້ນກັບສະພາບແວດລ້ອມ ແລະ ສັງຄົມ; ສຸດທ້າຍນີ້ຂໍຝາກຕິດຕາມຜົນງານ ແລະ ຝາກເຊຍເປັນກຳລັງໃຈໃຫ້ໝາຍເລກ 13 ໃນເວທີ Mister Laos Mister International Laos ແດ່ເດີ ຕິດຕາມການເຄື່ອນໄຫວຕ່າງໆຂອງແຊມໄດ້ຜ່ານທາງ Sam Syinthavong.

ຮູບ: Sam Syinthavong