ສົມບູນແລ້ວ! ໂຣນັລໂດ ປະກາດອໍາລາ ຢູເວນຕຸສ ຢ່າງເປັນທາງການ ຫຼັງກັບ ແມນຢູ

586
FILE - In this Saturday Dec. 30, 2006 file photo Manchester United's Cristiano Ronaldo, right, celebrates after scoring past Reading's goalkeeper Marcus Hahnemann during their English Premier League soccer match at Old Trafford Stadium, Manchester, England. Cristiano Ronaldo is headed back to Manchester United. The English club says it has reached an agreement with Juventus for the transfer of the Portugal forward subject to agreement of personal terms, visa and medical examination. (AP Photo/Jon Super, File)

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ປະກາດອໍາລາສະໂມສອນ ຢູເວນຕຸສ ແລະ ແຟນບານ ເປັນທີ່ຮຽບຮ້ອຍ ຫຼງັຈາກທີ່ຕັດສິນໃຈຍ້າຍກັບ ແມນເຊັສເຕີ ຢູໄນເຕັດ ເມື່ອວັນທີ 27 ສິງຫາ 2021.

ໂຣນັລໂດ ໂພສອໍາລາ ສະໂມສອນ ຢູເວນຕຸສ ແລະ ແຟນບານ ຢ່າງເປັນທາງການວ່າ: “ ວັນນີ້ຂ້ອຍຕ້ອງຍ້າຍອອກຈາກສະໂມສອນທີ່ໜ້າປະທັບໃຈ, ສະໂມສອນທີ່ຍິ່ງໃຫຍ່ທີ່ສຸດໃນອິຕາລີ ແລະ ແນ່ນອນວ່າເປັນໜຶ່ງສະໂມສອນທີ່ຍິ່ງໃຫຍ່ທີ່ສຸດໃນເອີຣົບ, ຂ້ອຍໄດ້ມອບຫົວໃຈ ແລະ ຈິດວິນຍານ ເພື່ອຢູເວນຕຸສ ແລະ ຂ້ອຍຈະຮັກເມືອງຕູຣິນ ສະເໝີໄປຈົນເຖິງວັນສຸດທ້າຍຂອງຂ້ອຍ ”.

“ ແຟນບານຂອງ ຢູເວນຕຸສ ໃຫ້ຄວາມເຄົາລົບຂ້ອຍມຕະຫຼອດ ແລະ ຂ້ອຍພະຍາຍາຍາມຂອບໃຈຄວາມເຄົາລົບເລົ່ານັ້ນ ດ້ວຍການສູ້ເພື່ອພວກເຂົາໃນທຸກໆນັດ, ທຸກໆລະດູການ ແລະ ທຸກໆການແຂ່ງຂັນ ທ້າຍທີ່ສຸດແລ້ວພວກເຮົາສາມາດຫວນຄືນກັບມາ ແລະ ຄິດເຖິງຄວາມສໍາເລັດທີ່ຍິ່ງໃຫຍ່ຢ່າງຫຼວງຫຼາຍ ເຖິງຈະບໍ່ແມ່ນທັງໝົດທີ່ພວກເຮົາຕ້ອງການ, ແຕ່ພວກເຮົາໄດ້ຂຽນເລື່ອງທີ່ງົດງາມຮ່ວມກັນ, ຂ້ອຍຈະເປັນສ່ວນໜຶ່ງຂອງເຈົ້າຕະຫຼອດໄປ ແລະ ຮູ້ສຶກວ່າເປັນສ່ວນໜຶ່ງຂອງ ອິຕາລີ, ຢູເວນຕຸສ, ຕູຣິນ ແລະ ແຟນບານ ເຈົ້າຈະຢູ່ໃນໃຈຂອງຂ້ອຍຕະຫຼອດໄປ ”.

ສໍາລັບ ໂຣນັລໂດ ເຄີຍຢູ່ກັບ ແມນເຊັສເຕີ ຢູໄນເຕັດ ລະຫວ່າງປີ 2003-2009 ຍິງໄປເຖິງ 118 ປະຕູຈາກການລົງແຂ່ງຂັນ 292 ນັດຊ່ວຍໃຫ້ ແມນຢູ ຄວ້າແຊັມພຣີເມຍລີກ 3 ສະໄໝ, ເອັຟເອ ຄັບ 1 ສະໄໝ, ລີກຄັບ 2 ສະໄໝ, ຢູຟາ ແຊ້ມປ້ຽນລີກ 1 ສະໄໝ ແລະ ຟີຟາ ຄລັບ ເວິລ ຄັບ 1 ສະໄໝ.