ຮ້ອຍຍິ້ມມີສະເໜ່ດຶງດູດສາຍຕາສຸດໆ ໜຸ່ມຄົນນີ້ ແດນສະຫວັນ ສີວິໄຊ MGL08

652

ຮ້ອຍຍິ້ມມີສະເໜ່ແຮງ ໜຸ່ມຄົນນີ້ຕ້ອງເຊຍສຸດໃຈກັນແລ້ວ ແດນສະຫວັນ ສີວິໄຊ ຫຼື ແດນ ໝາຍເລກ MGL08 ປັດຈຸບັນ ອາຍຸ 21 ປີ, ມາຈາກແຂວງວຽງຈັນ ກໍາລັງສຶກສາທີ່ສະຖາບັນການທະນາຄານ, ນ້ອງບອກວ່າໃນຕອນທີ່ຮູ້ວ່າຕົນເອງໄດ້ຜ່ານເຂົ້າຮອບ 12 ຄົນສຸດທ້າຍ ໃນເວທີ Mister Global Laos 2021 ຄວາມຮູ້ສຶກທໍາອິດ ຕື່ນເຕັ້ນ ແລະ ດີໃຈຫຼາຍ ພ້ອມບອກກັບຕົນເອງໄວ້ ເມື່ອໂອກາດມາເຖິງແລ້ວຈະເຕັມທີ່ ແລະ ພ້ອມຈະເຮັດໃຫ້ດີທີ່ສຸດເລີຍ.

May be an image of 1 person and standing

ໜຸ່ມແດນ ໄດ້ໃຫ້ສໍາພາດວ່າ: ເຄີຍຜ່ານການປະກວດເວທີ Laos Supermodel ປີ 2017 – 2019 ແລະ ມາຮອດປີ 2019 ຈຶ່ງໄດ້ເຂົ້າຮອບ 10 ຄົນສຸດທ້າຍ ເຖິງເວທີຜ່ານມາອາດຈະບໍ່ປະສົບຄວາມສໍາເລັດ ໄປບໍ່ເຖິງຝັນ ແຕ່ແດນບໍ່ຍອມຈຳນົນ ຕັດສິນໃຈມາປະກວດເວທີ Mister Global Laos 2021 ອີກຄັ້ງ ຍ້ອນເຊື່ອໝັ້ນວ່າຕົນເອງເຮັດໄດ້ ແລະ ຈະເຮັດໃຫ້ດີຂຶ້ນເລື້ອຍໆຈາກການນໍາເອົາບົດຮຽນທີ່ຜ່ານມາ ມາຖອດຖອນ ແລະ ປັບໃຊ້ໃຫ້ດີຂຶ້ນເກັ່ງຂຶ້ນ ທີ່ແດນເລືອກມາເວທີນີ້ຄວາມໃຝ່ຝັນຂອງແດນແມ່ນຢາກໄປປະກວດຢູ່ຕ່າງປະເທດຈັກຄັ້ງ 1 ໃນຊີວິດ ເພື່ອເດີນຕາມຄວາມຝັນຂອງຕົນເອງ ແລະ ໃນວົງການບັນເທີງແດນຢາກເປັນຊາຍແບບ ແລະ ເປັນນັກສະແດງທີ່ດີ.

May be an image of 1 person, standing and indoor

ແດນມີຄະຕິປະຈຳໃຈຢູ່ວ່າ ” ຄິດຈະເປັນໃຫຍ່ ໃຈຕ້ອງນິ້ງ ” ການມາປະກວດໃນຄັ້ງນີ້ຄວາມສາມາດພິເສດທີ່ຢາກຈະສະແດງອອກສູ່ສາຍຕາທຸກຄົນແມ່ນ ການເດີນແບບ ແລະ ສະແດງອອການຜ່່ານຄວາມຄິດທັດສະນະຄະຕິຕ່າງໆ ແດນຄິດວ່າຈຸດເດັ່ນອີກຢ່າງໜຶ່ງຂອງຕົວເອງທີ່ຈະເອົາຊະນະໃຈຄະນະກຳມະການໄດ້ແມ່ນ ຮອຍຍີ້ມ ແລະ ການເດີນແບບທີ່ຜ່ານການຝຶກຊ້ອມມາເປັນຢ່າງດີ.
ສໍາລັບການກຽມຕົວກ່ອນທີ່ຈະມາເຂົ້າປະກວດ ກ່ອນອື່ນແມ່ນການກຽມຄວາມພ້ອມກ່ອນ ແລະ ການຟິດຫຸ່ນໃຫ້ດີຂຶ້ນ ແລະ ຝຶກຊ້ອມເດີນແບບໃຫ້ດີຂຶ້ນກວ່າເກົ່າ ແຕ່ສິ່ງໜຶ່ງທີ່ສໍາຄັນອີກ ກໍຄືບໍ່ພຽງແຕ່ຮູບຮ່າງໜ້າຕາດີເທົ່ານັັ້ນ ເລື່ອງທັດສະນະຄະຕິກໍເປັນສິ່ງສໍາຄັນເຊັ່ນດຽວກັນ.

May be an image of 3 people, people standing, footwear and indoor

ຜ່ານມານ້ອງໄດ້ປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມ ໃນຕອນນັ້ນແມ່ນທາງກອງປະກວດ ລາວຊຸບເປີ້ໂມເດວ ເພິ່ນໄດ້ເປີດບໍລິຈາກເຄື່ອງ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທາງພາກໃຕ້ ນ້ອງກໍເປັນສ່ວນໜຶ່ງທີ່ໄດ້ບໍລິຈາກ ແລະ ຊ່ວຍໂຄສະນາໃຫ້ທຸກໆຄົນມາບໍລິຈາກນຳກັນ ແລະ ຖ້າໄດ້ຕໍາແໜ່ງ ແດນກໍຢາກປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມ ຄືນໍາເອົາລາງວັນສ່ວນໜຶ່ງໄປຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກ ແລະ ນໍາໄປເຮັດບຸນອີກດ້ວຍ.

May be an image of 1 person

ກິດຈະກຳຍາມວ່າງທີ່ແດນມັກເຮັດແມ່ນການເຕະບານ, ສະຕາຍການແຕ່ງຕົວແມ່ນມັກສະຕາຍແບບ Minimal ແລະ ສຸດທ້າຍ ແດນກໍຢາກໃຫ້ທຸກໆຄົນຊາວແຂວງວຽງຈັນ ແລະ ອີກ 17 ແຂວງ ຊ່ວຍໂຫວດໃຫ້ກໍາລັງໃຈແດນແດ່ເດີ ແດນສະຫວັນ ສີວິໄຊ MGL08 ເດີ ຕິດຕາມທຸກການເຄື່ອນໄຫວ ແລະ ຜົນງານຂອງແດນໄດ້ຜ່ານທາງເຟສບຸ໊ກສ່ວນຕົວ Ddann Sivisay ແລະ ທາງເພຈ໌ກອງປະກວດ Mister Global Laos ຂໍຂອບໃຈ.

May be an image of 1 person, standing and outdoors

ຮູບ: Ddann Sivisay