ຜູ້ນຳ G7 ຊີ້ ຕາລີບັນ ຕ້ອງເຄົາລົບສິດທິມະນຸດ

330

ບັນດາຜູ້ນຳກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ 7 ປະເທດ ( G7 ) ໄດ້ອອກຖະແຫຼງການຮ່ວມ ຫຼັງຈາກທີ່ປະຊຸມທາງອອນລາຍເມື່ອວັນທີ 24 ສິງຫາຜ່ານມາ ໂດຍກຸ່ມ ຈີ 7 ຈະຕິດຕາມເບິ່ງກຸ່ມຕາລີບັນຢ່າງໃກ້ຊິດໃນປະເດັນສິດທິມະນຸດ ແລະ ສິດທິແມ່ຍິງ ລວມທັງການປາບປາມກຸ່ມກໍ່ການຮ້າຍບໍ່ໃຫ້ກັບມາປະຕິບັດການ ຫຼື ບໍ່ໃຫ້ມີໃນອັຟການິດສະຖານ.

ຖະແຫຼງການຍັງລະບຸວ່າ: ລັດຖະບານອັຟການິດສະຖານໃນອະນາຄົດ ບໍ່ວ່າຈະເປັນກຸ່ມໃດ ຂຶ້ນມາເປັນລັດຖະບານ ຈະຕ້ອງສານຕໍ່ພັນທະຂອງອັຟການິດສະຖານທີ່ມີຕໍ່ປະຊາຄົມໂລກ, ກຸ່ມ G7 ຈະຕັດສິນຜູ້ນຳຂອງອັຟການິດສະຖານ ດ້ວຍພຶດຕິກຳ ແລະ ການກະທຳແຕ່ບໍ່ແມ່ນເປັນພຽງຄຳເວົ້າ.

ໃນຂະນະທີ່ນາຍົກລັດຖະມົນຕີຍີ່ປຸ່ນ ປະກາດວ່າ: ພ້ອມຈະໃຫ້ການຊ່ວຍເຫຼືອແກ່ຜູ້ລີ້ໄພທີ່ອົບພະຍົບອອກຈາກອັຟການິດສະຖານ ໄປຍັງປະເທດໃກ້ຄຽງ ແລະ ຈະຮ່ວມມືກັບກຸ່ມ G7 ຢ່າງໃກ້ຊິດ ເພື່ອອົບພະຍົບປະຊາຊົນອອກຈາກອັຟການິດສະຖານ.
ກຸ່ມຈີ 7 ປະກອບດ້ວຍ: ສະຫະລັດອາເມຣິກາ, ການາດາ, ອັງກິດ, ອິຕາລີ, ເຢຍລະມັນ, ຝຣັ່ງ ແລະ ຍີ່ປຸ່ນ ລວມທັງສະຫະພາບເອີຣົບ.