ຜູ້ຈັດການທີມ ປາຣີສ ຢືນຢັນກຽມສົ່ງ ເມສຊີ ລົງສະໜາມນັດທໍາອິດ 29 ສິງຫາ 2021

310
PSG's Lionel Messi, centre, and Neymar, right, train at the Paris Saint-Germain training camp in Saint-Germain-en-Laye, west of Paris, Friday, Aug. 13, 2021 The 34-year-old Argentina star arrived Tuesday in Paris to sign a two-year deal with the option for a third season with PSG after leaving Barcelona. (AP Photo/Francois Mori)

ເມົາຣິຊິໂອ ໂປເຊັດຕິໂນ ຜູ້ຈັດການທີມຂອງ ປາຣີສ ແຊງແຊກແມງ ສະໂມສອນຍັກໃຫຍ່ໃນລີກເອິງ ຝຣັ່ງ ອອກມາຢືນຢັນວ່າ: ກຽມສົ່ງ ລິໂອເນລ ເມສຊີ ກອງໜ້າຄົນໃໝ່ຂອງທີມ ລົງສະໜາມນັດທໍາອິດໃນວັນທີ 29 ສິງຫາ 2021 ທີ່ຈະພົບກັບ ແຣງສ໌ ເວລາ 1:45 ໂມງ.

ເມສຊີ ໝົດສັນຍາກັບ ບາເຊໂລນາ ກ່ອນຍ້າຍໄປຢູ່ກັບ ປາຣີສ ໃນກາງເດືອນສິງຫາ ທີ່ຜ່ານມາ ເຊັນສັນຍາ 2 ປີ ພ້ອມກັບເງື່ອນໄຂຂະຫຍາຍສັນຍາອີກ 1 ປີ ແຕ່ມາຮອດປັດຈຸບັນ ເມສຊີ ຍັງບໍ່ທັນໄດ້ລົງສະໜາມໃຫ້ກັບ ປາຣີສ ເລີຍ.

ຫຼ້າສຸດ ໂປເຊັດຕິໂນ ໃຫ້ສໍາພາດວ່າ: “ ຖ້າບໍ່ມີຫຍັງຜິດພາດ, ພວກເຮົາຫວັງວ່າ ເມສຊີ ຈະຢູ່ໃນທີມ ແລະ ເລີ່ມຕົ້ນລົງຫຼິ້ນໃຫ້ກັບທີມເປັນນັດທໍາອິດໃນນັດທີ່ຈະພົບກັບ ແຣງສ໌ ໃນວັນທີ 29 ສິງຫາ 2021 ແນ່ນອນຂ້ອຍໃຫ້ຄວາມສໍາຄັນກັບນັກເຕະທຸກຄົນ ເຊິ່ງນັກເຕະທຸກຄົນຈາກທຸກຊາດລ້ວນແລ້ວແຕ່ເປັນນັກເຕະຂອງພວກເຮົາທັງໝົດ ”.
ຮູບຈາກ: AP