ການມາເທື່ອນີ້ມີເປົ້າໝາຍທີ່ຊັດເຈນ ໜຸ່ມເປ້ ແສງອາພອນ MGL12

1170

ການມາປະກວດເທື່ອນີ້ຈຸດປະສົງ ບໍ່ໄດ້ມາພຽງແຕ່ຫວັງພຽງແຕ່ຕໍາແຫນ່ງເທົ່ານັ້ນ ແຕ່ຄືການອອກຈາກໂຊນປອດໄພຂອງຕົນເອງ ເພື່ອພິສູດວ່າຕົນເອງຈະມີຄວາມກ້າ, ຄວາມສາມາດຊໍ່າໃດ ແລະ ຕ້ອງການຫາປະສົບການ, ຫາຄວາມຮູ້, ຮຽນຮູ້ສິ່ງໃໝ່ບໍ່ວ່າຈະເປັນທັດສະນະຄະຕິ, ການວາງຕົວໃນສັງຄົມ, ການສ້າງຄວາມໝັ້ນໃຈ ແລະ ອື່ນໆ ເພື່ອເອົາມາປັບໃຊ້ໃນການໃຊ້ຊີວິດປະຈຳວັນ ເພື່ອຕໍ່ຍອດໄປສູ່ຄວາມສຳເລັດໃນໜ້າທີ່ວຽກງານ ແລະ ເປັນເສົາຫຼັກທີ່ດີຂອງຄອບຄົວໃນອະນາຄົດ ແລະ ອີກສິ່ງໜຶ່ງທີ່ຕ້ອງເຮັດໃຫ້ໄດ້ ນັ້ນກໍຄືການສານຄວາມໃຝ່ຝັນໃນວົງການບັນເທີງ ແມ່ນຢາກເປັນຊາຍແບບ, ນັກສະແດງໃຫ້ປະສົບຜົນສໍາເລັດ.

May be a closeup of 1 person, sitting and indoor

ມີເປົ້າໝາຍ ແລະ ຄວາມມຸ່ງໝັ້ນທີ່ຊັດເຈນເລີຍສໍາລັບໜຸ່ມຄົນນີ້ ແສງອາພອນ ສຸລິຍະມາດ ຫຼື ເປ້ ໝາຍເລກ MGL12 ປັດຈຸບັນອາຍຸ 24 ປີ ເປັນຄົນນະຄອນຫຼວງວຽງຈັນ ຈົບການສຶກສາມາຈາກ ສປ ຈີນ ປັດຈຸບັນເຮັດວຽກເປັນພະນັກງານ ໜຸ່ມຄົນນີ້ຄືຜູ້ຜ່ານເຂົ້າຮອບ 12 ຄົນ ທີ່ໜ້າຕິດຕາມເລີຍ ວ່າອາດຈະເປັນມ້າມືດຂອງເວທີນີ້ເລີຍກໍວ່າໄດ້ ໃນເວທີ Mister Global Laos 2021.

May be a closeup of 1 person

ໜຸ່ມເປ້ ມີຄະຕິປະຈຳໃຈແມ່ນ: “ ປະສົບການແມ່ນອາຈານທີ່ດີທີ່ສຸດ ເອົາຄວາມຜິດພາດໃນອະດີດມາເປັນບົດຮຽນ ເພື່ອເຕືອນສະຕິໃນການໃຊ້ຊີວິດໃນປັດຈຸບັນ ແລະ ອະນາຄົດ ເພາະເຊື່ອວ່າຖ້າເຮົາເບິ່ງອະດີດທີ່ຜິດພາດເປັນສິ່ງບໍ່ດີ ມັນກໍຈະເປັນສິ່ງທີ່ຜິດພາດໃນໃຈເຮົາຢູ່ຕະຫຼອດ ແຕ່ຖ້າເຮົາເບິ່ງໃນທາງທີ່ດີມັນກໍຈະເປັນບົດຮຽນອັນລໍ້າຄ່າໃຫ້ກັບຕົວເຮົາ ”.

May be an image of standing, tree and sky

ຄວາມສາມາດພິເສດແມ່ນ ສາມາດຫຼິ້ນກີຕ້າໄດ້ໜ້ອຍໜຶ່ງ ແລະ ກໍສາມາດເວົ້າພາສາຈີນໄດ້ ສ່ວນເລື່ອງທີ່ຖະໜັດແມ່ນກ່ຽວກັບການອອກກຳລັງກາຍ ເພາະເປັນຄົນມັກອອກກໍາລັງກາຍຢູ່ແລ້ວ.

May be an image of 1 person, sunglasses and outdoors

ຄິດວ່າຕົນເອງມີຈຸດເດັ່ນແມ່ນເລື່ອງຂອງຫຸ່ນ, ຮູບຮ່າງ ແລະ ຄວາມມຸ່ງໝັ້ນຕັ້ງໃຈ ເຊື່ອວ່າຄະນະກໍາມະການໄດ້ເຫັນ ແລະ ທຸກຄົນຈະສາມາດເອົາຊະນະໃຈໄດ້ແນ່ນອນ ກ່ອນເຂົ້າຮ່ວມປະກວດເວທີ Mister Global Laos 2021 ນີ້ ກໍໄດ້ມີການກຽມຕົວຫຼາຍຢ່າງເລີຍ ບໍ່ວ່າຈະເປັນການກຽມຕົວໃນເລື່ອງຂອງການຟິດຫຸ່ນ, ການເບິ່ງແຍງສຸຂະພາບ ແລະ ກຽມຄວາມພ້ອມໃນການເຮັດກິດຈະກຳຕ່າງໆ.

May be an image of 1 person, standing, sunglasses, sky and tree

ກິດຈະກຳຍາມວ່າງແມ່ນມັກໄປນັ່ງກິນກາເຟ ແລະ ອອກກຳລັງກາຍ ສ່ວນຮູບແບບການແຕ່ງຕົວຈະອອກແນວລຽບໆ ສຸພາບໜ້ອຍໜຶ່ງ.

May be an image of 1 person, standing and outdoors

ສຸດທ້າຍນີ້ກໍຂໍຝາກຊົມ, ຝາກເຊຍຕິດຕາມ ແລະ ໃຫ້ກຳລັງໃຈ MGL12 ແດ່ເດີ ສາມາດຕິດຕາມການເຄື່ອນໄຫວຕ່າງໆໄດ້ຜ່ານທາງເຟສບຸ໊ກສ່ວນຕົວ Pay Souliyamath.

May be an image of 1 person, standing and outdoors

ຮູບ: Pay Souliyamath