ນາຍົກ ເນັ້ນໃຫ້ນະຄອນຫຼວງວຽງຈັນ ເອົາໃຈໃ​ສ່ 6 ບັນຫາສຳຄັນ ໃນການຜັນຂະຫຍາຍ 2 ວາລະແຫ່ງຊາດ

873

ນາຍົກລັດຖະມົນຕີ ເນັ້ນ 6 ບັນຫາສຳຄັນຕໍ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເພື່ອເຮັດ​ໃຫ້ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.


ໂອກາດທີ່ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເຂົ້າຮ່ວມເປັນປະທານກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຂອງ ນວ ໃນວັນທີ 20 ສິງຫາ ນີ້ ທີ່ຫໍປະຊຸມແຫ່ງຊາດທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ອຳນາດການປົກຄອງແຕ່ລະຂັ້ນ ຂອງ ນວ ເອົາໃຈໃສ່ ບັນຫາສຳຄັນຄື:


1). ຕ້ອງມີຄວາມເປັນເອກະພາບສູງ ລະຫວ່າງ ການນຳ ກັບປະຊາຊົນ ໂດຍສະເພາະອຳນາດການປົກຄອງຂັ້ນຕ່າງໆ ຈຶ່ງຈະປະກອບສ່ວນ​ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ເປັນຢ່າງດີ.
2). ຕ້ອງມີຄວາມຮັບຜິດຊອບສູງ ໂດຍການເປັນເຈົ້າການ ບົນພື້ນຖານເຮັດແທ້ທຳຈິງ ໃຫ້ຕີຖອຍລັດທິຮູບການ ເພື່ອລົງເລິກແກ້ໄຂບໍ່ໃຫ້ມີການລາຍງານທີ່ມັກແກ້ຕົວ, ລາຍງານດອກໄມ້ ແຕ່ຕ້ອງພ້ອມກັນຈັດຕັ້ງປະຕິບັດທຸກວຽກງານຂອງວາລະແຫ່ງຊາດ ຕາມທີ່ໄດ້ຮັບການມອບໝາຍວຽກງານ ທີ່​ໄດ້​ຮັບ​ການມອ​ບາຍ​ໃຫ້.


3). ຕ້ອງສຸມໃສ່ຈັດລຽງບຸລິມະສິດ ແລະ ເປັນເຈົ້າການອັນ​ຮີບດ່ວນຕ້ອງ​ໄດ້ຈັດຕັ້ງປະຕິບັດກ່ອນ ເປັນຕົ້ນແມ່ນ ນະໂຍບາຍປະຢັດ, ການຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານ ຊຶ່ງເບື້ອງລັດກໍຕ້ອງຈັດ​ຕັ້ງກ່ອນ ແລະ ຂັ້ນທ້ອງຖິ່ນ ກໍຕ້ອງແມ່ນ ນວ ເຮັດກ່ອນແຂວງອື່ນໆ.
4). ຕ້ອງສຸມໃສ່ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ໂດຍການສົມທົບກັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຍູ້ແຮງການຜະລິດທີ່ມີທ່າແຮງ, ວາງແຜນການຜະລິດ ພ້ອມທັງຫັນຄ່ານິຍົມຈາກສັງຄົມບໍລິໂພກ ສູ່ສັງຄົມການຜະລິດ.


5). ຕ້ອງສຸມໃສ່ຂຶ້ນທະບຽນແຮງງານ, ຈັດສັນແຮງງານ ແລະ ປັບປຸງສີມືແຮງງານ ໂດຍໃຫ້ພະແນກພາຍໃນ ນວ ສົມທົບກັບກະຊວງແຮງງານ ແລະ ສະພາອຸດສາຫະກຳ ແລະ ການຄ້າ ນວ.
6). ຕ້ອງປັບປຸງກົນໄກການບໍລິຫານລັດຂັ້ນ ນວ, ເມືອງ ແລະ ບ້ານ ໃຫ້ເຂັ້ມແຂງ ມີການບຸກທະລຸວຽກງານ ຊຶ່ງຂັ້ນບ້ານແມ່ນສຳຄັນຫຼາຍ ແມ່ນຕ້ອງໄດ້ມີການຕິດຕາມຊຸກຍູ້ໃຫ້ຈັດຕັ້ງປະຕິບັດຢ່າງຈິງຈັງ.

ທີ່ມາ: ໜັງສືພິມປະຊາຊົນ