ເປີດນຳໃຊ້ສະຖານີໂດຍສານຂົນສົ່ງ ວີເອັນແອວ ເມືອງປາກຊັນ ແຂວງບໍລິຄຳໄຊ

474

ພິທີເປີດນຳໃຊ້ສະຖານີໂດຍສານຂົນສົ່ງ ວີເອັນແອວ (VNL) ຫຼັງໃໝ່ ຂຶ້ນໃນວັນທີ 19 ສິງຫາຜ່ານມາ ທີ່ຕະຫຼາດປາກຊັນ ເທດສະບານແຂວ ບໍລິຄຳໄຊ ເປັນກຽດເຂົ້າຮ່ວມພິທີຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງ, ມີການນຳຂັ້ນ ແຂວງ, ຜູ້ພັດທະນາໂຄງການ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.


ທ່ານ ຈ່ຽນ ວັນນະເລີດ ປະທານ ບໍລິສັດ ວີເອັນແອວ ຈຳກັດຜູ້ດຽວໃນນາມຜູ້ພັດທະນາໂຄງການຕະຫຼາດປາກຊັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງພັດທະນາຕະຫຼາດປາກຊັນ ເລີ່ມລົງມືປະຕິບັດມາແຕ່ທ້າຍເດືອນພະຈິກ 2020 ເປັນຕົ້ນມາ ໂດຍປະຕິບັດຕາມບົດບັນທຶກສັນຍາ 2 ຝ່າຍຄື: ຝ່າຍລັດ ແລະ ຝ່າຍຜູ້ພັດທະນາໂຄງການ ການກໍ່ສ້າງມີທັງໝົດ 16 ກິດຈະກໍາ ແບ່ງເປັນ 5 ໄລຍະຄື: ໄລຍະທີ 1 ໄລຍະກໍ່ສ້າງອາຄານຕະຫຼາດສົດ, ຮົ້ວ ແລະ ຄິວລົດ, ໄລຍະທີ 2 ປຸກອາຄານຕຶກຫ້ອງແຖວ A ຈຳນວນ 25 ຫຼັງ,ໄລຍະ 3 ກໍ່ສ້າງຫ້ອງການຈຳນວນ 4​ ຫ້ອງ 2 ຊັ້ນ, ກໍ່ສ້າງຫ້ອງປະຊຸມ ແລະ ສະຖານທີ່ລ້າງອັດສີດລົດ. ໄລຍະ 4 ກໍ່ສ້າງຕຶກຫ້ອງແຖວອາຄານ B ແລະ C ຈຳນວນ 12 ຫຼັງ ແລະ ໄລຍະທີ 5 ກໍ່ສ້າງຕຶກຫ້ອງແຖວ D ແລະ G ຈຳນວນ 14 ຫຼັງ ລວມມູນຄ່າການລົງທຶນທັງໝົດ 130 ຕື້ກີບ.

ສຳລັບການກໍ່ສ້າງໄລຍະທີ 1 ວຽກງານກໍ່ສ້າງອາຄານຕະຫຼາດສົດຂະໜາດ 140×46,8 ແມັດ ມີເທີບອອກຂ້າງລະ 4,5 ແມັດ; ມາຮອດປັດຈຸບັນປະຕິບັດໄດ້ 62​%, ວຽກກໍ່ສ້າງສະຖານີຂົນສົ່ງລົດໂດຍສານປະຕິບັດສໍາເລັດ 100​%, ວຽກງານກໍ່ສ້າງຮົ້ວຍັງບໍ່ທັນໄດ້ລົງມືຈັດຕັ້ງປະຕິບັດ.

ສັງລວມແລ້ວການກໍ່ສ້າງໜ້າວຽກທັງໝົດໃນໄລຍະທີ 1 ແມ່ນປະຕິບັດໄດ້ 63%, ສາເຫດທີ່ພາໃຫ້ການກໍ່ສ້າງບໍ່ສາມາດຈັດຕັ້ງປະຕິບັດສຳເລັດຕາມເວລາທີ່ໄດ້ກຳນົດໄວ້ນັ້ນ ແມ່ນເກີດມາຈາກຫຼາຍປັດໄຈ ເປັນຕົ້ນແມ່ນການນຳເຂົ້າວັດສະດຸກໍ່ສ້າງຈາກຕ່າງປະເທດແມ່ນພົບຄວາມຫຍຸ້ງຍາກເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການກໍ່ສ້າງແມ່ນຢູ່ໃນໄລຍະລະດູຝົນ ແລະ ບັນຫາອື່ນໆ. ຈາກນັ້ນທ່ານເຈົ້າແຂວງບໍລິຄຳໄຊ, ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ຍັງໄດ້ເປັນກຽດຕັດແຖບຜ້າ ປ່ອຍປຸ່ມເປົ້າ ຮ່ວມກັບຜູ້ພັດທະນາໂຄງການ ເພື່ອເປັນການຢັ້ງຢືນເປີດນຳໃຊ້ ສະຖານີຂົນສົ່ງລົດໂດຍສານຢ່າງເປັນທາງການ.

ຂ່າວ-ພາບ: ສາຍສະໝອນ