ເຊຍກັນ ຫຼື ຍັງ ເດຊາ ພົມມະແກ້ວ MGL06 ໃນເວທີຊາຍງາມ Mister Global Laos 2021

1461

ເດຊາຫຼໍ່ເຂັ້ມ ຈາກເວທີຊາຍງາມ ເປັນອີກໜຶ່ງໜຸ່ມທີ່ໜ້າຕິດຕາມຈາກເວທີການປະກວດຊາຍງາມ Mister Global Laos 2021 ເດຊາ ພົມມະແກ້ວ ຫຼື ເດ MGL06 ປັດຈຸບັນອາຍຸ 23 ປີ, ມາຈາກແຂວງໄຊຍະບູລີ ສຶກສາຢູ່ວິທະຍາໄລ ລາວ – ເກົາຫຼີ ປີທີ 3.

May be a closeup of 1 person

ເດຊາ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງ ວ່າ: ບໍ່ເຄີຍຜ່ານການປະກວດເວທີໃດມາກ່ອນເລີຍ ສໍາລັບເວທີ Mister Global Laos ເປັນຄັ້ງທໍາອິດຂອງເດ ແລະ ຫວັງຢ່າງຍິ່ງວ່າເວທີນີ້ຈະເປັນປະຕູທີ່ເປີດໂອກາດໃຫ້ຕົນເອງໄດ້ເຮັດຕາມຄວາມຝັນທີ່ຫວັງໄວ້ ນັ້ນກໍຄືການໄດ້ປະກອບສ່ວນເຮັດວຽກໃນວົງການບັນເທີງບໍ່ວ່າຈະເປັນຊາຍແບບ, ນັກສະແດງ ແລະ ອື່ນໆ ກ່ຽວກັບວົງການບັນເທີງ ເພື່ອພັດທະນາສີມືຂອງຕົນເອງ ແລະ ວົງການບັນເທີງລາວ.

May be an image of 2 people, biceps, people standing and indoor

ສໍາລັບຄະຕິປະຈໍາໃຈຂອງເດ ແມ່ນ “ ຄວາມຝັນຈະກາຍເປັນພຽງຄວາມຝັນຖ້າເຈົ້າບໍ່ລົງມືເຮັດ ” ເປັນຄໍາໜຶ່ງທີ່ເດເຊື່ອມາຕະຫຼອດ, ສະນັ້ນຖ້າເຮົາຢາກປະສົບຜົນສໍາເລັດ ເຮົາຈະຕ້ອງກ້າທີ່ຈະລົງມືເຮັດໃນສິ່ງທີ່ບໍ່ເຄີຍເຮັດ, ກ້າທີ່ຈະຕັດສິນໃຈ ແລ້ວເຮົາຈະໄປເຖິງເປົ້າໝາຍ ແລະ ປະສົບຜົນສໍາເລັດຕາມທີ່ເຮົາຫວັງໄວ້ແນ່ນອນ.

May be an image of 1 person, standing and indoor

ຄວາມສາມາດພິເສດຂອງເດ ສ່ວນໃຫຍ່ຈະແມ່ນດ້ານກີລາທີ່ຫຼາກຫຼາຍເລີຍ ບໍ່ວ່າຈະເປັນການຫຼິ້ນກີລາບານເຕະ, ບານສົ່ງ ແລະ ກະຕໍ້. ສ່ວນສິ່ງທີ່ຕິດວ່າເປັນສະເໜ່ຂອງຕົນເອງ ເດຄິດວ່າແມ່ນຮອຍຍິ້ມທີ່ໜ້າດຶງດູດທຸກສາຍຕາ ແລະ ອີກສິ່ງໜຶ່ງທີ່ເດຄິດວ່າຈະເອົາຊະນະໃຈຄະນະກໍາມະການໄດ້ນັ້ນ ກໍຄືຄວາມເປັນຕົວຂອງຕົວເອງ ແລະ ຄວາມມຸ່ງໝັ້ນຕັ້ງໃຈ ແລະ ເຕັມທີ່ກັບທຸກສິ່ງທີ່ໄດ້ລົງມືເຮັດ.

May be an image of 1 person, standing and indoor

ການກຽມຕົວຂອງເດ ກ່ອນເຂົ້າປະກວດ ສ່ວນໃຫຍ່ກໍຈະແມ່ນເຂົ້າຟິດເນັດ, ອອກກໍາລັງກາຍສະໝໍ່າສະເໝີ ເພື່ອໃຫ້ຮູບຮ່າງທີ່ດູດີ ແລະ ເປັນການສ້າງວິໄນໃຫ້ແກ່ຕົນເອງອີກດ້ວຍ.

May be an image of 1 person, standing and indoor

ທີ່ຜ່ານມາສ່ວນຫຼາຍໃນການຊ່ວຍເຫຼືອສັງຄົມ ແມ່ນຊ່ວຍເຫຼືອເມື່ອເຫັນຄົນເລ່ຫຼ້ອນບາງທີກໍ 6 ເອົາເງິນໃຫ້ໄປຊື້ເຂົ້າກິນ ແລະ ແຊຣ໌ໂພສ ຕ່າງໆທີ່ຂໍຄວາມຊ່ວຍເຫຼືອທາງເຟສບຸ໊ກ ແລະ ຖ້າໄດ້ຕໍາແໜ່ງສິ່ງທີ່ຢາກະເຮັດເພື່ອຊ່ວຍເຫຼືອສັງຄົມ ຄືຢາກຊ່ວຍເຫຼືອສັງຄົມໃນການເປັນກະບອກສຽງທາງດ້ານການຕ້ານພະຍາດໂຄວິດ ພ້ອມທັງແນະນຳໃຫ້ຄົນລາວເຮົາທຸກຄົນຊ່ວຍປະຕິບັດຕາມຄຳສັ່ງຢ່າງເຂັ້ມງວດ.

May be an image of 1 person and outdoors

ກິດຈະກໍາຍາມວ່າງແມ່ນມັກຫຼິ້ນກີລາ ຮູບແບບການແຕ່ຕົວແມ່ນມັກແຕ່ງຕົວແບບສຸພາບເວລາອອກງານຕ່າງໆ ຜົນງານຕອນນີ້ກໍເປັນນັກສະແດງອິດສະຫຼະ ຝາກຕິດຕາມຜົນງານທາງເວທີປະກວດ Mister Global Laos 2021 ແດ່ເດີ ແລະ ຜົນງານການສະແດງຕ່າງໆ ສາມາດຕິດຕາມການເຄື່ອນໄຫວຕ່າງໆໄດ້ຜ່ານທາງເຟສບຸ໊ກ Dey Zodjaeng.

ຮູບ: Dey Zodjaeng