ເຊັນສັນຍາຮັບເໝົາກໍ່ສ້າງພະເຈົ້າໃຫຍ່ພຸດທະປາຣະມີສຣີໂຄມຄໍາ

381

ພິທີເຊັນສັນຍາຮັບເໝົາກໍ່ສ້າງພະເຈົ້າໃຫຍ່ ພຸດທະປາຣະມີສຣີໂຄມຄຳ ລະຫວ່າງ ອົງການປົກຄອງເມືອງ ຕົ້ນເຜິ້ງ ແລະ ນາຍຊ່າງຜູ້ຮັບເໝົາ ໄດ້ຈັດຂຶ້ນໃນ ຕອນເຊົ້າ ວັນທີ 17 ສິງຫາ 2021 ນີ້ ຢູ່ຫ້ອງປະຊຸມຫ້ອງວ່າ ການເມືອງ ເຂົ້າຮ່ວມຝ່າຍສົງມີ ພຣະປຣີຊາສຸວັນນະໂຄມຄຳທັມມາຈານ ພຣະອາຈານ ສົມສັກ ທິບພະສອນ ເຈົ້າຄະນະເມືອງ ຕົ້ນເຜິ້ງ, ພຣະປຣີຊາວັດຊະຣະຍານເຖຣະ ພຣະອາຈານ ຈຸ່ມ ວັດຊະຣະ ຫົວໜ້າກຳມາທິການສາທາລະນູປະການ ອພສ ແຂວງ, ຝ່າຍອົງການປົກຄອງເມືອງມີ ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງ ຕົ້ນເຜີ້ງ ພ້ອມດ້ວຍຄະນະ, ມີຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ຄະນະສົງວັດດອຍຈອມແຈ້ງ ແລະ ອຳນາດປົກຄອງບ້ານ ເຂົ້າຮ່ວມ.


ໃນພິທີ ທ່ານ ສີສະອາດ ກຸມພົນ ຫົວໜ້າຫ້ອງການ ຖວທ ເມືອງ ໄດ້ຜ່ານຮ່າງສັນຍາຮັບເໝົາກໍ່ສ້າງ ເຊິ່ງເນື້ອໃນສັນຍາໄດ້ລະບຸວ່າ: ພະເຈົ້າໃຫຍ່ພຸດທະປາຣະມີສຣີໂຄມຄຳ ໄດ້ອອກແບບການກໍ່ສ້າງເປັນພຣະພຸດທະຮູບປາງຊະນະມານ ສູງ 18 ແມັດ, ໜ້າຕັກ 12 ແມັດ, ໂຄງສ້າງເປັນຊີມັງເສີມເຫຼັກ, ຜູ້ຮັບເໝົາກໍ່ສ້າງແມ່ນ ທ່ານ ສົມສະແຫວງ ຄຸນປະເສີດ ອາຈານສອນວິຊາປັ້ນຫຼໍ່ວິທະຍາໄລວິຈິດສີນພື້ນເມືອງ ແຂວງ ຫຼວງພະບາງ, ມູນຄ່າແຮງງານຮັບເໝົາກໍ່ສ້າງແມ່ນ 2 ລ້ານ 5 ແສນບາດໄທ, ກຳນົດເວລາການກໍ່ສ້າງແມ່ນ 18 ເດືອນໃຫ້ສຳເລັດ 100 % ແລະ ຕ້ອງຮັບປະກັນທາງດ້ານເຕັກນິກ ຄວາມທົນທານໝັ້ນຄົງ ແລະ ສວຍງາມ ຖືກຕ້ອງຕາມຮູບແບບສະກຸນຊ່າງລາວທີ່ກຳໄວ້ ແລະ ອື່ນໆ.

ຈາກນັ້ນ ບັນດາຄະນະກຳມະການຮັບຜິດຊອບໂຄງການທີ່ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳເຫັນຕໍ່ຮ່າງສັນຍາດັ່ງກ່າວເພື່ອເຮັດໃຫ້ສັນຍາມີຄວາມເໝາະສົມກັບສະພາບເງື່ອນໄຂຕົວຈິງ ເຮັດໃຫ້ການກໍ່ສ້າງດຳເນີນຢ່າງເນື່ອງ ແລະ ສຳເລັດຕາມແຜນ ຄາດໝາຍ ທີ່ກຳນົດໄວ້.


ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີເຊັນສັນຍາ ລະຫວ່າງ ທ່ານ ປັ້ງ ຈັນງາມ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ຕາງໜ້າຝ່າຍອົງການປົກຄອງເມືອງ ແລະ ທ່ານ ສົມສະແຫວງ ຄຸນປະເສີດ ຜູ້ຮັບເໝົາກໍ່ສ້າງ.


ພາບ – ຂ່າວ: ອຸໄທ ພູມມາ.