ໄປເບິ່ງລາງວັນ ຫາກນັກກີລາຄົນພິການລາວ ຖ້າສ້າງຜົນງານໂດດເດັ່ນ ໃນພາຣາແລມປິກ 2020

1141

ລັດຖະບານລາວ ກໍຄືກະຊວງສຶກສາທິການ ແລະ ກີລາ, ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ເວົ້າສະເພາະແມ່ນ ສະຫະພັນແລ່ນ-ລານຄົນພິການລາວ ຕົກລົງເຫັນດີຕັ້ງລາງວັນ ຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງ ໃຫ້ກັບ ນັກກີລາແລ່ນ-ລານຄົນພິການລາວ ທີ່ຈະເຂົ້າຮ່ວມການແຂ່ງຂັນໃນ ກີລາພາຣາແລມປິກ 2020 ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ລະຫວ່າງ 24 ສິງຫາ – 5 ກັນຍາ 2021.

ອີງຕາມການລາຍງານຂອງ ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ລາຍງານໃນພິທີຖະແຫຼງຂ່າວເມື່ອອາທິດ ທີ່ຜ່ານມາວ່າ: ພາຣາໂອແລມປິກ 2020 ເປັນຄັ້ງປະຫວັດສາດທີ່ ສປປ ລາວ ສົ່ງນັກກີລາແລ່ນ-ລານຄົນພິການ ເຂົ້າຮ່ວມການແຂ່ງຂັນຄື ທ້າວ ແກ່ນ ເທບທິດາ ນັກກີລາແລ່ນ-ລານຄົນພິການທີມຊາດລາວ ລະດັບຄວາມພິການ T13 ຈາກແຂວງຊຽງຂວາງ, ເຊິ່ງໄດ້ເຂົ້າສູນຝຶກຊ້ອມເລີ່ມແຕ່ເດືອນພຶດສາພາ 2021 ທີ່ສະໜາມກີລາເຈົ້າອານຸວົງ 5 ມື້ຕໍ່ອາທິດ.

“ ຜົນສໍາເລັດຂອງການຝຶກຊ້ອມທີ່ຜ່ານມາ ແມ່ນໄດ້ເຂົ້າຮ່ວມລາຍການຊີງແຊັມໂລກ ຮອບຄັດເລືອກ ທີ່ປະເທດສະຫະລັດອາຣັບເອເມດເຣດ ໃນປີ 2019 ສາມາດສ້າງສະຖິຕິໄດ້ 11,75 ວິນາທີປະເພດ 100 ແມັດ, ປີ 2019 ໄດ້ເຂົ້າຮ່ວມແຂ່ງຂັນຊີງແຊັມລະດັບຊາດລາວ ແຂ່ງກັບຄົນພິການ ແລະ ບໍ່ພິການ ສາມາດສ້າງສະຖິຕິໄດ້ 11,29 ວິນາທີໃນປະເພດ 100 ແມັດ ແລະ ປັດຈຸບັນປີ ແກ່ນ ສາມາດສ້າງສະຖິຕິໃໝ່ 11,25 ວິນາທີໃນປະເພດ 100 ແມັດ ເຊິ່ງຕິດອັນດັບທີ 10 ຂອງໂລກ ຖ້າທຽບໃສ່ສະຖິຕິດີທີ່ສຸດຂອງນັກກີລາແລ່ນ-ລານຄົນພິການໃນລະດັບໂລກປະຈໍາປີ 2021.

ທ່ານກ່າວອີກວ່າ: ດັ່ງນັ້ນ, ເພື່ອສົ່ງເສີມກໍາລັງໃຈໃຫ້ຄະນະນໍາ, ຄູຝຶກ ແລະ ນັກກີລາ ໄດ້ຕັ້ງລາງວັນ ໄວ້ດັ່ງນີ້:
-ຫຼຽນຄໍາ ຈະໄດ້ຮັບເງິນ 60 ລ້ານກີບ
-ຫຼຽນເງິນ ຈະໄດ້ຮັບເງິນອັ 45 ລ້ານກີບ
-ຫຼຽນທອງ ຈະໄດ້ຮັບເງິນ 40 ລ້ານກີບ
-ເຂົ້າຮອບຊີງຊະນະເລີດຈະໄດ້ຮັບເງິນ 10 ລ້ານກີບ

ສໍາລັບ ແກ່ນ ເທບທິດາ ເກີດວັນທີ 29 ພະຈິກ 1999 ທີ່ບ້ານລາດບວກ ເມືອງແປກ ແຂວງຊຽງຂວາງ ສູງ 170 ຊັງຕີແມັດ ແລະ ນໍ້າໜັກ 64 ກິໂລແມັດ ມີສະຖິິຕິການແລ່ນທີ່ດີທີ່ສຸດແມ່ນ 11,34 ວິນາທີ ເຊິ່ງຜົນງານທີ່ຜ່ານມາແມ່ນເຂົ້າຮ່ວມການແຂ່ງຂັນລະດັບອາຊີ ຄວ້າອັນດັບ 5 ທັງປະເພດ 100 ແມັດ ແລະ 200 ແມັດ. ນອກນັ້ນ, ຍັງເຄີຍເຂົ້າຮ່ວມຊີງແຊັມໂລກຢູ່ທີ່ນະຄອນດູໄບ ແມ່ນໄດ້ອັນດັບທີ 13.
ປັດຈຸບັນແມ່ນເກັບຕົວຝຶກຊ້ອມຢູ່ທີ່ປະເທດຍີ່ປຸ່ນ ນັບແຕ່ວັນທີ 12 ສິງຫາ 2021 ກ່ອນລົງແຂ່ງຂັນໃນທ້າຍເດືອນສິງຫານີ້.
ຂ່າວ-ຮູບ: ຫຼ້າ MKP