ນາຍົກລັດຖະມົນຕີມາເລເຊຍ ລາອອກຈາກຕຳແໜ່ງ

516

ທ່ານ ມູຢິດດິນ ຢັສຊິນ ນາຍົກລັດຖະມົນຕີມາເລເຊຍ ໄດ້ຖະແຫຼງຜ່ານສະຖານີໂທລະພາບມາເລເຊຍ ໂດຍໄດ້ປະກາດລາອອກຈາກຕຳແໜ່ງ, ແຕ່ເຈົ້າຊີວິດມາເລເຊຍ ໄດ້ຮຽກຮ້ອງໃຫ້ທ່ານປະຕິບັດໜ້າທີ່ໃນນາມລັດຖະບານຮັກສາການໄປກ່ອນ ຈົນກວ່າຈະສາມາດຈັດຕັ້ງລັດຖະບານຊຸດໃໝ່ໄດ້ ເຊິ່ງຄາດວ່າຈະມີຂຶ້ນໃນໄວໆນີ້.

ກ່ອນໜ້ານີ້, ຄະນະລັດຖະບານມາເລເຊຍ ພາຍໃຕ້ການນຳຂອງ ທ່ານ ມູຢິດດິນ ໄດ້ສົ່ງໃບສະເໜີກາບບັງທູນລາອອກຕໍ່ສົມເດັດພະລາຊາທິບໍດີທັງຄະນະ ໂດຍ ທ່ານ ໄຄຣີ ຈາມາຫຼຸດດິນ ລັດຖະມົນຕີກະຊວງວິທະຍາສາດ ແລະ ນະວັດຕະກຳຂອງມາເລເຊຍ ໄດ້ໂພສຜ່ານສື່ສັງຄົມອອນລາຍວ່າ ທ່ານ ມູຢິດດິນ ໄດ້ເປັນປະທານກອງປະຊຸມລັດຖະບານເປັນຄັ້ງສຸດທ້າຍ ເມື່ອຕອນເຊົ້າຂອງວັນທີ 16 ສິງຫາຜ່ານມາ, ຫຼັງຈາກນັ້ນທ່ານໄດ້ເຂົ້າເຝົ້າສົມເດັດພະລາຊາທິບໍດີ ແຫ່ງມາເລເຊຍ.

ທ່ານ ມູຢິດດິນ ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງມາເລເຊຍ ເປັນເວລາ 17 ເດືອນ ເຊິ່ງການລາອອກຄັ້ງນີ້ອາດຈະສົ່ງຜົນກະທົບຕໍ່ຄວາມພະຍາຍາມໃນການຟື້ນຟູເສດຖະກິດຂອງມາເລເຊຍ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ແນວໃດກໍຕາມ, ການລາອອກຂອງ ທ່ານ ມູຢິດດິນ ໃນຄັ້ງນີ້ ອາດເຮັດໃຫ້ການເມືອງມາເລເຊຍຕ້ອງຕົກຢູ່ໃນກຳມືຂອງພັກມາລາຢູສາມັກຄີແຫ່ງຊາດ ( UMNO ) ອີກຄັ້ງ ໂດຍມີແກນນຳສຳຄັນ 2 ຄົນ ທີ່ຄາດວ່າຈະໄດ້ຮັບການເລືອກເປັນນາຍົກລັດຖະມົນຕີຄົນຕໍ່ໄປຄື ທ່ານ ຊາບຣີ ຢາຄ໊ອບ ທີ່ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີໃນຂະນະນີ້ ແລະ ທ່ານ ເຕັງກູ ຣາຊາເລ ສະມາຊິກສະພາຂອງມາເລເຊຍ ເຊິ່ງທັງຄູ່ມາຈາກພັກ UMNO.

ຜົນການປ່ຽນແປງທາງການເມືອງຄັ້ງນີ້ ສົ່ງຜົນໃຫ້ຄ່າຂອງເງິນຣິງກິດຂອງມາເລເຊຍອ່ອນຄ່າລົງຕ່ຳສຸດໃນຮອບປີ, ໃນຂະນະທີ່ຕະຫຼາດຮຸ້ນກໍຫຼຸດລົງເຊັ່ນດຽວກັນ.