ຕື່ມເງິນ u-money ດ້ວຍການໃຊ້ບັນຊີທະນາຄານ ກໍສາມາດເຮັດໄດ້ແບບງ່າຍ

840

u-money ກະເປົາເງິນເອເລັກໂຕຣນິກ ບໍລິການທີ່ຫຼາກຫຼາຍທາງເລືອກທີ່ດີກວ່າສໍາລັບທຸກໆຄົນ ດ້ວຍການບໍລິການທີ່ຄວບຄຸມທຸກການໃຊ້ຈ່າຍແທນເງິນສົດໄດ້ແບບສະບາຍ, ປອດໄພທັງຜູ້ຊື້ ແລະ ສະດວກສໍາລັບຜູ້ຂາຍພຽງໃຊ້ u-money ສະແກນຈ່າຍ ຫຼື ໃຊ້ u-money ເພື່ອໂອນຊໍາລະ, ເຖິງປັດຈຸບັນ u-money ໄດ້ມີຮ້ານຄ້າເຂົ້າຮ່ວມຫຼາຍກວ່າ 50.000 ຮ້ານ ທົ່ວປະເທດ ພຽງສະແກນຊໍາລະດ້ວຍ QR CODE ແທນການຈ່າຍເງິນສົດສ້າງຄວາມສະດວກສະບາຍໃນສັງຄົມ ຍຸກຫັນເປັນດິຈິຕອນ, ການບໍລິການຂອງ u-money ໄດ້ຄວບຄຸມທຸກການບໍລິການໃນສັງຄົມ ທຸກຄົນສາມາດໃຊ້ u-money ໃນການຊໍາລະຕ່າງໆໂດຍບໍ່ຕ້ອງກັງວົນ ແລະ ຍັງໄດ້ຮັບປະໂຫຍດໃຫ້ແກ່ຕົນເອງນໍາອີກ ໂດຍສະເພາະແມ່ນການຊໍາລະຄ່າບໍລິການດ້ານໂທລະຄົມມະນາຄົມ ເຊັ່ນ: ຊໍາລະຄ່າອິນເຕີເນັດ, ຕື່ມຄ່າໂທ, ຊໍາລະຄ່າສິນເຊື່ອ, ປະກັນໄພ ຫຼາກຫຼາຍປະໂຫຍດທີ່ u-money ມີໃຫ້ທ່ານເພື່ອຄວາມສະດວກ ແລະ ຮັບປະໂຫຍດກຸ້ມຄ່າທີ່ສຸດ.

▶ ແລ້ວເຮົາຈະເອົາເງິນເຂົ້າກະເປົາ u-money ໄດ້ແນວໃດ?
ການເອົາເງິນເຂົ້າກະເປົາ u-money ຫຼື ການຖອນອອກ ແມ່ນເປັນເລື່ອງທີ່ງ່າຍສໍາລັບທ່ານທີ່ສຸດ ບໍ່ຕ້ອງກັງວົນເລີຍ ມີຫຼາກຫຼາຍຊ່ອງທາງທີ່ທ່ານສາມາດເລືອກນໍາໃຊ້ ສໍາລັບທ່ານທີ່ສະດວກໂຕໃດ ກໍເລືອກຊ່ອງທາງນັ້ນເລີຍ:
1. ເອົາເງິນເຂົ້າບັນຊີ u-money ທີ່ຮ້ານຕົວແທນ u-money ຈຸດໃດກໍໄດ້ທີ່ມີປ້າຍສັນຍາລັກດັ່ງກ່າວໃກ້ບ້ານທ່ານ ຫຼື ໃຊ້ບໍລິການໂດຍກົງທີ່ໜ່ວຍບໍລິການ ຂອງ ຢູນີເທວ ເຊິ່ງຢູນີເທວມີປ່ອງບໍລິການໃນທຸກໆເມືອງທົ່ວປະເທດ, ລູກຄ້າສາມາດຄົ້ນຫາຮ້ານຕົວແທນໃກ້ຕົວທ່ານ ຜ່ານແອັບ u-money ດ້ວຍການກົດ ( ຟັງຊັນຄົ້ນຫາ POS ໃກ້ຄຽງ ), ຈາກນັ້ນທ່ານກໍສາມາດເຂົ້າໄປເຮັດທຸລະກໍາ u-money ຢູ່ຈຸດດັ່ງກ່າວໄດ້ເລີຍ.

2. ເອົາເງິນເຂົ້າບັນຊີ u-money ຜ່ານທາງອອນລາຍ ເຊິ່ງສາມາດໂອນໃນແອັບຂອງທະນາຄານຕ່າງໆໄດ້ແລ້ວ ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ແອັບ BCEL One ), ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ ( ແອັບ LVB DigiBank ), ທະນາຄານ ຮ່ວມພັດທະນາ ( ແອັບ JDB Yes ) ແລະ ທະນາ ຄານ ມາຣູຮານ ເຈແປນ ລາວ ( ແອັບ MJ Saduak ), ທະນາຄານຫຸ້ນສ່ວນການຄ້າ ທະຫານ – ສາຂາ ລາວ ( ແອັບ MB Laos ) ດ້ວຍຄ່າທໍານຽມທີ່ຖືກ ໂດຍທ່ານສາມາດເຮັດທຸລະກໍາໄດ້ດ້ວຍຕົວທ່ານເອງ ຕະຫຼອດ 24 ຊົ່ວໂມງ ໄດ້ທຸກທີ່ທຸກເວລາ. ນອກນັ້ນຍັງສາມາດເອົາເງິນເຂົ້າໄດ້ທີ່ໜ່ວຍບໍລິການຂອງທະນາຄານຮ່ວມພັດທະນາ ( JDB ) ໄດ້ທຸກໜ່ວຍບໍລິການທົ່ວນະຄອນຫຼວງ ແລະ ທະນາຄານສົ່ງເສີມກະສິກໍາ ໄດ້ທຸກໜ່ວຍບໍລິການທົ່ວປະເທດອີກດ້ວຍ.

▶ u-money ຈະປອດໄພ ຫຼື ບໍ່?
u-money ເປັນລະບົບການເງິນດິຈິຕອນ ທີ່ໄດ້ຮັບການຮອງຮັບການນໍາໃຊ້ ແລະ ອະນຸຍາດດໍາເນີນທຸລະກິດທີ່ຖືກກົດໝາຍ ໂດຍທະນາຄານ ແຫ່ງ ສປປ ລາວ, ການອອກແບບ ແລະ ພັດທະນາລະບົບທີ່ນໍາໃຊ້ລະບົບການຄຸ້ມຄອງຄວາມປອດໄພດ້ວຍລະບົບ PCI DSS ( ນຳໃຊ້ໂດຍ PCI Security Standards Council ) ເຊິ່ງເປັນລະບົບທີ່ອອກແບບຕາມມາດຕະຖານຂອງສາກົນ ທີ່ທົ່ວໂລກຮອງຮັບກ່ຽວກັບການເຮັດທຸລະກໍາດ້ານການເງິນ ລະບົບການນໍາໃຊ້ທີ່ສະດວກ ແລະ ຄຸ້ມຄອງແກ່ເຈົ້າຂອງບັນຊີໃນເວລາລ໋ອກອິນນໍາໃຊ້ ປະຕິບັດສອງຂັ້ນຕອນ ຄືນໍາໃຊ້ລະຫັດລັບ ແລະ ຢືນຢັນດ້ວຍ OTP ທຸກຄັ້ງທີ່ເຮັດທຸລະກໍາ ເຊິ່ງຈະສ້າງຄວາມໝັ້ນໃຈແກ່ລູກຄ້າວ່າ ເງິນຂອງທ່ານທີ່ຢູ່ໃນບັນຊີມີຄວາມປອດໄພ, ບໍ່ຖືກລັກ ຫຼື ໂອນອອກໃຫ້ເບີອື່ນ, ບໍ່ຕ້ອງກັງວົນກັບການຖືເງິນສົດເປັນຈໍານວນຫຼາຍໆ, ສາມາດປະເງິນໄວ້ໄດ້ຖ້າຕ້ອງການທ້ອນເງິນກໍສາມາດເຮັດໄດ້ເລີຍ, ບໍ່ຕ້ອງເສຍເວລາລໍຖ້າບັດຄິວ ແລະ ບໍ່ຕ້ອງເສຍເວລາຊອກຫາບ່ອນຈອດລົດ ຫຼື ເດີນທາງໄກໆໃຫ້ຫຍຸ້ງຍາກ.

ແລ້ວທ່ານເດ, ໄດ້ເລືອກການນໍາໃຊ້ທີ່ດີກວ່າແກ່ຕົນເອງແລ້ວບໍ? u-money ສ້າງຄວາມສະດວກສະບາຍແກ່ທ່ານຫຼາຍຢ່າງ ຫຼຸດຜ່ອນການໃຊ້ເງິນສົດ ເພື່ອຄວາມປອດໄພແກ່ທ່ານ ຜ່ານກະເປົາເງິນເອເລັກໂຕຣນິກ u-money ທາງເລືອກທີ່ດີກວ່າ.