ບຣາຊິນ ໄດ້ປະຕູໄຊໄລຍະຕໍ່ເວລາພິເສດບຽດຊະນະ ແອັດສະປາຍ ປ້ອງກັນແຊັມບານເຕະຊາຍໂອແລມປິກ

503
Brazil's Matheus Cunha, center, celebrates scoring the opening goal against Egypt with teammates during a men's quarterfinal soccer match at the 2020 Summer Olympics, Saturday, July 31, 2021, in Saitama, Japan. (AP Photo/Martin Mejia)

ການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາ ໂອແລມປິກ 2020 ນັດຊີງຊະນະເລີດ ຫຼື ນັດຊີງຫຼຽນຄໍາເລີ່ມຂຶ້ນໃນວັນທີ 7 ສິງຫາ 2021 ເວລາ 18:30 ໂມງຕາມເວລາໃນບ້ານເຮົາ ບຣາຊິນ ແຊັມເກົ່າ ພົບກັບ ແອັດສະປາຍ ເຊິ່ງນັດນີ້ ບຣາຊິນ ຈັດຊຸຸດໃຫຍ່ນໍາໂດຍ ດານີ ອັລເວສ ກອງຫຼັງປະສົບການສູງຮຸ່ນອ້າຍ ແລະ ຣິຊາລິຊອນ ກອງໜ້າຕົວເກັ່ງຂອງທີມ, ສ່ວນ ແອັດສະປາຍ ນໍາໂດຍ ດານຽລ ໂອໂມ ປະສານງານໃນແດນໜ້າຮ່ວມກັບ ມິເກລ ໂອຢາຊາບາລ ແລະ ມາໂກ ອາເຊຊິໂອ.

ຜ່ານການແຂ່ງຂັນປາກົດວ່າ: ບຣາຊິນ ໄດ້ຈຸດໂທດນາທີໆ 38 ແຕ່ ຣິຊາລິຊອນ ຍິງພາດໄປຢ່າງໜ້າເສຍດາຍ. ຢ່າງໃດກໍຕາມ, ມາຮອດນາທີໆ 45+2 ມາເທອຸສ ກຸນຢາ ຍິງປະຕູໃຫ້ກັບ ບຣາຊິນ ຂຶ້ນນໍາ 1-0 ກ່ອນຈົບເຄິ່ງເວລາທໍາອິດ.
ສ່ວນເຄິ່ງເວລາທີ 2 ແອັດສະປາຍ ໄດ້ປະຕູຕີສະເໝີ 1-1 ນາທີໆ 61 ຈາກການຍິງຂອງ ເກລ ໂອຢາຊາບາລ ກ່ອນຈົບ 90 ນາທີສະເໝີກັນ 1-1 ຕ້ອງຕໍ່ເວລາພິເສດອອກໄປອີກ 30 ນາທີ.

ໄລຍະຕໍ່ເວລາພິເສດ ປາກົດວ່າ: ນາທີໆ 109 ມັລຄອມ ທີ່ປ່ຽນລົງມາແທນ ມາເທອຸສ ກຸນຢາ ກາຍເປັນຜູ້ຍິງປະຕູໄຊໃຫ້ກັບ ບຣາຊິນ ເອົາຊະນະ ແອັດສະປາຍ ໄປ 2-1 ຄວ້າຫຼຽນຄໍາໂອແລມປິກ ບານເຕະຊາຍໄປຄອງ ແລະ ເປັນການປ້ອງກັນແຊັມໄດ້ສໍາເລັດ.

ສ່ວນທີມທີ່ໄດ້ຫຼຽນທອງໃນບານເຕະຊາຍ ໂອແລມປິກ 2020 ເປັນຂອງ ແມັກຊິກ ທີ່ເອົາຊະນະ ເຈົ້າພາບ ຍີ່ປຸ່ນ 3-1