ໂຄວິດບໍ່ໝົດງ່າຍ ຕິດເຊື້້ອໃໝ່ 244 ຄົນ, ຕິດໃນຊຸມຊົນ 1 ຢູ່ສະຫວັນນະເຂດ

439

ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນປະເທດອ້ອມຂ້າງ ສປປ ລາວ ແມ່ນກໍາລັງມີການລະບາດຮອບໃໝ່ຈາກສາຍພັນເດວຕ້າ ແລະຍັງມີແຮງງານລາວກັບຄືນມາຈາກປະເທດໃກ້ຄຽງ ເຮັດໃຫ້ຍອດຜູ້ຕິດເຊື້ອເພີ່ມຂຶ້ນສູງໃນແຕ່ລະວັນ.


ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 30 ກໍລະກົດ 2021 ວ່າ: ການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 29 ກໍລະກົດ ຜ່ານມາ ທົ່ວປະເທດໄດ້ເກັບຕົວຢ່າງກວດວິເຄາະຫາຜູ້ຕິດເຊື້ອທັງໝົດ 2.379 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 244 ຄົນ (ຕິດເຊື້ອໃນຊຸມຊົນ 1 ຄົນ ແລະ ກໍລະນີນຳເຂົ້າ 243 ຄົນ ຈາກນະຄອນຫຼວງວຽງຈັນ 31 ຄົນ, ສະຫວັນນະເຂດ: 118 ຄົນ, ຈໍາປາສັກ 38 ຄົນ, ສາລະວັນ 46 ຄົນ, ຄໍາມ່ວນ 10 ຄົນ ເຊິ່ງທັງໝົດແມ່ນກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ແລະ ສໍາລັບແຂວງສະຫວັນນະເຂດ ແມ່ນ ກວດພົບ 1 ກໍລະນີ ທີ່ຕິດເຊື້ອຈາກຜູ້ສໍາຜັດໃກ້ຊິດ, ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 5.919 ຄົນ, ເສຍຊີວິດສະສົມ 6 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 2.774 ຄົນ.


ດ້ານການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ: ວັນທີ 29 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 3.215 ຄົນ ເຊິ່ງທັງໝົດແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ; ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 60 ສູນ ແລະ ມີຜູ້ຈຳກັດບໍລິເວນ 9.464 ຄົນ.


ທາງຄະນະສະເພາະກິດໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນການລະບາດພະຍາດໂຄວິດ-19 ໃນທົ່ວໂລກຍັງບໍ່ມີທ່າອຽງຫຼຸດລົງ, ຫຼາຍປະເທດມີການລະບາດຮອບໃໝ່ ຈາກສາຍພັນທີ່ມີການແຜ່ເຊື້ອຢ່າງໄວວາ, ໃນບັນດາປະເທດອ້ອມຂ້າງ ສປປ ລາວ ແມ່ນກຳລັງມີການລະບາດຮອບໃໝ່ຈາກສາຍພັນເດວຕາ ແລະ ມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍ 10 ພັນຄົນໃນແຕ່ລະມື້ ເຮັດໃຫ້ມີການລັອກດາວຮອບໃໝ່ໃນຂົງເຂດນັ້ນ ແລະ ກິດຈະການຫຼາຍແຫ່ງປິດການໃຫ້ບໍລິການເປັນເວລາຍາວນານ ຈຶ່ງເປັນສາເຫດໃຫ້ມີແຮງງານລາວຈຳນວນຫຼວງຫຼາຍວ່າງງານ ແລະ ກຳລັງ ກັບຄືນມາປະເທດຕາມຈຸດຜ່ານແດນຕ່າງໆ ໃນຂອບເຂດທົ່ວປະເທດ.