ຂ່າວດ່ວນ! ໄຊຍະບູລີປະກາດລັອກດາວ ຫຼັງພົບຜູ້ຕິດເຊື້ອໃໝ່ 2 ຄົນ

514

ເນື່ອງຈາກແຂວງ ໄຊຍະບູລີພົບຜູ້ຕິດເຊື້ອຄິດວິດ-19 ໃໝ່ ແລະ ຈາກການເບິ່ງທາມລາຍຂອງຜູ້ກ່ຽວ ທັງ 2 ຄົນ (ຜົວ-ເມຍ) ແມ່ນເຮັດໃຫ້ໜ້າເປັນຫ່ວງທີ່ຈະມີການລະບາດໃນຊຸມຊົນ ທີ່ຜູ້ຕິດເຊື້ອທັງສອງຄົນໄປມາຫາສູ່ຕາມສະຖານທີ່ຕ່າງໆພາຍໃນແຂວງ ດັ່ງນັ້ນ, ຈິ່ງແຈ້ງລັອກດາວໂຕເມືອງໄຊຍະບູລີໂດຍທັນທີມີຜົນມື້ນີ້ເປັນຕົ້ນໄປ.


ທັນທີທີ່ໄດ້ຂ່າວການຕິດເຊື້ອໂຄວິດ-19 2 ກໍລະນີຢູ່ແຂວງໄຊຍະບູລີ ຄະນະສະເພາະກິດຂັ້ນແຂວງຮີບຮ້ອນຈັດກອງປະຊຸມຂຶ້ນເພື່ອວາງແຜນຮັບມື ແລະຫຼ້າສຸດ ທາງຫ້ອງວ່າການປົກຄອງແຂວງໄຊຍະບູລີໄດ້ອອກແຈ້ງການ ສະບັບເລກທີ 255/ຫວຂ.ຊຍ ລົງວັນທີ 28 ກໍລະກົດ 2021 ໃຫ້ລັອກດວໂຕເມືອງໄຊຍະລີເລີ່ມແຕ່ວັນທີ 28 ກໍລະກົດ ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ.


ໃນແຈ້ງການໄດ້ລະບຸວ່າ: ປະຈຸບັນນີ້ຢູ່ເມືອງໄຊຍະບູລີໄດ້ມີຜູ້ຕິດເຊື້ອໂຄວິດ-19ໃໝ່ຈຳນວນ 2 ຄົນ ເຊິ່ງແມ່ນບຸກຄົນທີ່ເດີນທາງມາຈາກສູນກັກກັນ ນະຄອນຫຼວງວຽງຈັນ ດັ່ງນັ້ນ, ຄະນະສະເພາະກິດຈິ່ງດ້ກຳນົດເຂດທີ່ມີຄວາມສ່ຽງໃນການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ພາຍໃນແຂວງຄື ເມືອງໄຊຍະບູລີ ບ້ານ ນາແລ້ງຫຼວງ ແລະໄດ້ປະກາດເປັນບ້ານສີແດງ ສ່ວນເຂດສີເຫຼືອງປະກອຍມີ: ບ້ານຫ້ວຍເລິກ ເມືອງແກ່ນທ້າວ, ບ້ານມົດສົ້ມ ເມືອງປາກລາຍ, ບ້ານດອນ ເມືອງບໍ່ແຕນ, ບ້ານນາບວມ, ບ້ານດົງຫຼວງ ແລະ ບ້ານກາງ ເມືອງພຽງ ໃນສະຖານທີ່ຕ່າງໆເຫຼົ່ານັ້ນໃຫ້ປະຕິບັດດັ່ງນີ້:


1. ປິດການເຂົ້າ-ອອກ ເມືອງໄຊຍະບູລີ ແຕ່ວັນທີ 28ກໍລະກົດ 2021 ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ ກໍລະນີມີຄວາມຈຳເປັນ ເດີນທາງເຂົ້າ-ອອກ ແມ່ນຕ້ອງໄດ້ຮັບການສັກວັກຊີນ ຄົບ 2 ເຂັມ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
2. ໃຫ້ບັນດາພະແນກ, ອົງການ, ຫ້ອງການອ້ອມຂ້າງແຂວງ ແລະ ເມືອງໄຊຍະບູລີ ແຕ່ງຕັ້ງພະນັກງານຜັນປ່ຽນກັນມາປະຈຳການ ສຳນັກງານຂອງຕົນ ຕາມຄວາມເໝາະສົມ.
3. ໃຫ້ປິດຮ້ານບັນເທີງ, ຄາລາໂອເກາະຮ້ານຕັດຜົມ, ຮ້ານເສີມສວຍ, ຮ້ານນວດ, ຮ້ານສະປາ ແລະ ອື່ນໆ ແຕ່ສຳລັບແຫຼ່ງທ່ອງທ່ຽວຢູ່ເມືອງໄຊຍະບູລີເຊັ່ນ:ຮ້ານອາຫານ, ສວນອາຫານ, ຮ້ານຂາຍຍົກ-ຍ່ອຍ ແລະ ຮ້ານຊຸບເປີມາເກັດ ແມ່ນອະນຸຍາດ.
4. ປິດການຂົນສົ່ງໂດຍສານລະຫວ່າງ ເມືອງໄຊຍະບູລີ ຫາເມືອງອື່ນພາຍໃນ ແລະ ຕ່າງແຂວງ
5. ຫ້າມຈັດປະຊຸມໃນລະດັບຕ່າງໆ ງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ສ່ວນງານຊາປະນະກິດສົບ ແມ່ນຕ້ອງໃຊ້ມາດຕະການປ້ອງກັນຢ່າງເຂັ້ມງວດ
6. ປິດການຮຽນ-ສອນ ທຸກຊັ້ນຮຽນທີ່ເມືອງໄຊຍະບູລີ ສ່ວນການເສັງຈົບຊັ້ນມໍ7 ແມ່ນໃຫ້ປະຕິບັດຕາມແຜນ ແຕ່ຕ້ອງປະຕິບັດຕາມຄະນະສະເພາະກິດວາງຢ່າງເຂັ້ມງວດ.
7. ໃຫ້ແຕ່ລະເມືອງຈັດຕັ້ງຈຸດອອກ-ເຂົ້າເມືອງ ແລະ ບ້ານທີ່ມີຄວາມສ່ຽງໃນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ 24 ຊົ່ວໂມງ ສ່ວນຜູ້ທີ່ອອກຈາກສູນກັກຕົວນະຄອນຫຼວງວຽງຈັນແຕ່ວັນທີ່ 25 ກໍລະກົດ ຫຼັກ 27 ແມ່ນໃຫ້ນຳເຂົ້າສູນກັກຕົວຕາມແຕ່ລະເມືອງຕື່ມ 14 ວັນ ເພື່ອລໍຟັງອາການ.
8. ມອບໃຫ້ພະແນກສາທາລະນະສຸກແຂວງ ສົມທົບກັບຄະນະສະເພາະກິດຂັ້ນເມືອງ ຊອກຫາຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ເພື່ອມາເກັບຕົວຢ່າງ ແລະ ນຳເຂົ້າສູນກັກກັນ
9. ມອບໃຫ້ພະແນກ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງຂອງແຂວງ ອົງການປົກຄອງເມືອງ 11 ເມືອງ ຄະນະສະເພາະກິດເມືອງໄຊຍູບູລີ ແລະ ເຈົ້າໜ້າທີ່ປກສ-ປກຊ ເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.