ຄຸໂບະ ກາຍເປັນນັກເຕະຄົນທີ 3 ຂອງທີມຊາດຍີ່ປຸ່ນ ທີ່ຍິງປະຕູໃນໂອແລມປິກ ໄດ້ 2 ນັດຕິດຕໍ່ກັນ

529
Japan's Takefusa Kubo, right, celebrates his goal with teammates during a men's soccer match against South Africa at the 2020 Summer Olympics, Thursday, July 22, 2021, in Tokyo, Japan. (AP Photo/Shuji Kajiyama)

ທາເຄຟຸສະ ຄຸໂບະ ກອງໜ້າດາວເດັ່ນຈາກສະໂມສອນ ຣີລ ມາດຣິດ ກາຍເປັນນັກເຕະຄົນທີ 3 ໃນປະຫວັດສາດຂອງທີມຊາດຍີ່ປຸ່ນ ທີ່ຍິງປະຕູໃນການແຂ່ງຂັນບານເຕະຊາຍ ໂອແລມປິກ ເກມສ໌ ໄດ້ 2 ນັດຕິດຕໍ່ກັນ ຫຼັງຫຼ້າສຸດຍິງໄດ້ 1 ປະຕູຊ່ວຍທີມຊາດຍີ່ປຸ່ນ ເອົາຊະນະ ແມັກຊິກ 2-1 ໃນຮອບແບ່ງກຸ່ມໆ A ນັດທີ 2 ເມື່ອວັນທີ 25 ກໍລະກົດ ທີ່ຜ່ານມາ.

ຄຸໂບະ ປັດຈຸບັນອາຍຸ 20 ປີຍິງປະຕູທໍາອິດຊ່ວຍໃຫ້ ຍີ່ປຸ່ນ ບຽດເອົາຊະນະ ອາຟຣິກາໃຕ້ 1-0 ໃນນັດທໍາອິດ ກ່ອນທີ່ຈະຍິງປະຕູທີ 2 ໃຫ້ກັບ ຍີ່ປຸ່ນ ເອົາຊະນະ ແມັກຊິກ 2-1 ໃນນັດທີ 2 ຂອງຮອບແບ່ງກຸ່ມໃນໂອແລມປິກ 2020 ເຮັດໃຫ້ ຍີ່ປຸ່ນ ເກັບ 6 ຄະແນນຢຶດທີມນໍາຂອງກຸ່ມ A, ສ່ວນອັນດັບ 2 ເປັນຂອງ ແມັກຊິກ ທີ່ມີ 3 ຄະແນນເທົ່າກັບ ຝຣັ່ງ ແລະ ອັນດັບ 4 ອາຟຣິກາໃຕ້ ບໍ່ມີຈັກຄະແນນ.

ເຊິ່ງປະຕູດັ່ງກ່າວເຮັດໃຫ້ ຄຸໂບະ ບັນທຶກສະຖິຕິເປັນນັກຕະຄົນທີ 3 ໃນປະຫວັດສາດຂອງທີມຊາດຍີ່ປຸ່ນ ທີ່ຍິງປະຕູໄດ້ 2 ນັດຕິດຕໍ່ກັນໃນບານເຕະຊາຍປະຈໍາການແຂ່ງຂັນ ໂອແລມປິກ ຕໍ່ຈາກ ຣິວອິຊິ ຊຸງິຍາມາ ເຮັດໄດ້ໃນປີ 1964 ແລະ ທາຄຸມະ ອາຊາໂນະ ທີ່ເຮັດໄດ້ໃນປີ 2016.
ສໍາລັບ ຄຸໂບະ ມີນັດພາ ທີມຊາດຍີ່ປຸ່ນ ລົງສະໜາມນັດສຸດທ້າຍຂອງຮອບແບ່ງກຸ່ມພົບກັບ ທີມຊາດຝຣັ່ງ ໃນວັນທີ 28 ກໍລະກົດ 2021.